ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

12:20 | 17/07/2021

ຍສ​ໝ - ຜູ້​ວ່າ​ການ St. Petersburg Beglov ໃຫ້​ຮູ້​ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ຖື​ການ​ພົວພັນກັບ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ບັນ​ດາ​ປຶ້ມກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່​ງານ​ວາງ​ສະ​ແດງ​ປື້ມ ສາ​ກົນ St. Petersburg ບັນ​ດາ​ປຶ້ມກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິນ ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່​ງານ​ວາງ​ສະ​ແດງ​ປື້ມ ສາ​ກົນ St. Petersburg
ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ
ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ດັ້ງ​ມິງ​ຄອຍ ແລ​ະ ທ່ານຜູ້ວ່າການ St. Petersburg Alexander Beglov (ພາບ: TTXVN)

ໃນ​ລະ​ຫວ່າງວັນ​ທີ 13 – 15 ກໍ​ລະ​ກົດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ດັ້ງ​ມິງ​ຄອຍ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ພັນ ລັ​ດ​ເຊຍ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັນ​ນະ​ຄອນ St. Petersburg, ພົບ​ປະ​ກັບ​ກັບ​ທ່ານ​ຜູ້​ວ່າ​ການ St. Petersburg Alexander Beglov.

ທ່ານຜູ້​ວ່າ​ການ Beglov ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ເມື່ອ​ໄດ້​ຕ້ອນ​ຮັບ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ແລະ ຄະ​ນະ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ນະ​ຄອນ St. Petersburg ໄດ້ມ​ີ​ການ​ພົວ​ພັນ​ມາແຕ່​ດົນ​ນານ ແລະ ເລິກ​ເຊິ່ງ​ກັບ​ຫວຽດ​ນາມ.

ທ່ານ​ຜູ້ວ​່າ​ການ Beglov ໃຫ້​ຮູ້ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ຖື​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ແມ່ນ​ບຸ​ລິ​ມະ​ສິດ​ໃນ​ການ​ພົວ​ພັນ​ກາ​ນຕ່າງປະເທດ ແລະ ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຂໍ້​ຈຳ​ກັດຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຂຶ້ນ, ການ​ພົວ​ພັນ​ນີ້​ບໍ່​ພຽງ​ແຕ່​ໄດ້​ຮັບ​ກາ​ນ​ຮັກ​ສ​າ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ເພີ່ມພູນ​ຂຶ້ນ​ຜ່ານ​ຮູບ​ການ​ທາງ​ອອນ​ລາຍ​ອີກດ້ວຍ.

ທ່ານ Beglov ມີ​ຄວາມ​ປາດ​ຖະ​ໜາຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ຢ່າງ​ລະ​ອຽດ ຄື​ຊຸກ​ຍູ້​ການ​ສ້າງ​ຮູບ​ປັ້ນ​ປະ​ທານ​ໂຮ່​ຈີ​ມິນ ຢູ່ St. Petersburg, ສືບ​ຕໍ່​ສົ່ງ​ເສີມ​ເປີດ​ສູນ​ວັດ​ທະ​ນະ​ທຳ ແລະ ດຳ​ເນີນ​ທຸ​ລະ​ກິດ ​ນະ​ຄອ​ນ​ໂຮ່​ຈີ​ມິນ ຢູ່ St. Petersburg ພ້ອມ​ທັງ​ຄ​ົ້ນ​ຄວ້າ​ການ​ເປີດ​ສູນ​ວັດ​ທະ​ນະ​ທຳ ຂອງ St. Petersburg ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.

ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ໄດ້​ຢັ້ງ​ຢືນ​ວ່າ, ການ​ນຳ ຫວຽດ​ນາມ ​ຖື​ການ​​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ສະ​ຫະ​ພັນ​ລັດ​ເຊຍ ເປັນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ແນວ​ທາງ​ການ​ພົວພັນຕ່າງປະເທດ. ຫວຽດ​ນາມ ຕ​ີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອ​ບ​ສ່ວນ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ລັດ​ເຊຍ​ ໃນ​ການ​ຜະລິດວັກ​ຊິນ ແລະ ມີ​ຄວາມ​ປາດ​ຖະ​ໜາວ່າ St. Petersburg ຈະແບ່ງ​ປັນ​ບົດ​ຮຽນ, ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຄື​ໜູນ​ຊ່ວຍ​ກ່ຽວ​ກັບ​ວັກ​ຊິນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກໍ່ຕັ້ງ​ໜ້າ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສ​ດ​ຖະ​ກິດ - ການ​ຄ້າ ລະ​ຫວ່າງ ສອງ​ປະ​ເທດ ກໍ່​ຄື​ກັບ​ນະ​ຄອນ St. Petersburg , ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຄົມຊາວ​ຫວຽດ​ນາມ ອາ​ໄສ​ຢູ່ St. Petersburg ທຳ​ມາ​ຫາ​ກິນ, ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລ​ກ​ປ່ຽນ​ລະ​ຫວ່າງປະ​ຊາ​ຊົນ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມິງ​ຄອຍ ​ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມມ​ື​ມິດ​ຕະ​ພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ​ລັດ​ເຊຍ, ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ລະ​ຫວ່າງ St. Petersburg ກັບ​ບັນ​ດາ​ນະ​ຄອ​ນ​ແຮກ​ສ່ຽວ​ຂອງ ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລ​ັດ​ເຊຍ ກໍ່​ຄື​ລະ​ຫວ່າງ St. Petersburg ແລະ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ເໜີ​ສົ່ງ​ເສີມ​ຈັດ​ຕັ້ງ​ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ St. Petersburg. ທ່ານ​ເອກ​ອັກ​ຄະ​ລ​ັດ​ຖະ​ທູດ ສະ​ແດງ​ຄວາມ​ຫວັງ​ວ່າ ສອງ​ປະ​ເທດ​ຈະ​ສົ່ງ​ເສີມ​ໂຄງ​ການ​ສ້າງ​ຮູບ​ປັ້ນ ປະ​ທານ​ໂຮ່​ຈີ​ມິນ ຢູ່ St. Petersburg ເພື່ອ​ຮູບ​ປັ້ນ​ໄດ້​ຮັບ​ການ​ເປີດ​ຕົວ​ກົງ​ກັບ​ປີ 2023 ເຊິ່ງ​ເປັນ​ປີ ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ລຸງ​ໂຮ່​ມາ​ຍັງ Petrograd ຄັ້ງ​ທຳ​ອິດ (ປັດ​ຈຸ​ບັນ​ແມ່ນ: St. Petersburg).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.