ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

11:14 | 21/07/2021

ວັນ​ທີ 17 ກໍ​ລະ​ກົດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ Samdech Techo Hun Sen ແລະ ສະ​ພາ​ກາ​ແດງ ກຳ​ປູ​ເຈຍ, ສະ​ມາ​ຄົມ​ມິ​ດຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ໄດ້​ແຈ້ງການມອ​ບ​ອຸ​ປະ​ກອນ​ການ​ແພດ ແລະ ເງິນ​ສົດ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19 ນັກ​ສຶກ​ສາ ລາວ ແລະ ກຳ​ປຸ​ເຈຍ ຢູ່ ນະ​ຄອ​ນ​ໂຮ່​ຈີ​ມິນ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂຄວິດ - 19
ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ ແນະ​ນຳ​ການ​ຫັນປ່ຽນ​ອາ​ຊີບໃຫ້​ແກ່​ລູກຫຼານ​ຂອງ​ຊາວເຊື້ອ​ຊາດ​ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ
ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ມິດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ມອບ​ເງິນ​ເປັນ​ຈຳ​ນວນ 50.000 USD ຊ່ວຍ​ຫວຽດ​ນາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ວັນ​ທີ 17 ກໍ​ລະ​ກົດ, ທ່ານ ປະ​ລິນ​ຍາ​ເອກ ນາງ Men Sam An ປະ​ທານ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ກຳ​ປູ​ເຈຍ - ຫວຽດ​ນາມ ແຈ້ງ​ໃຫ້​ຊາບ​ວ່າ ໂດຍຜ່ານ​ສະ​ຖານ​ທູດ ຫວຽດ​ນາມ ຈະ​ມອ​ບ​ເງິນ​ເປັນ​ຈຳ​ນວນ 50.000 USD ໃຫ້​ແກ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ເພື​່ອ​ແນ​ໃສ່​ໜູນ​ຊ່ວຍ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ການ​ນຳ​ສະ​ພາ​ກາ​ແດງ​ກຳ​ປູ​ເຈຍ ກໍ່​ໃຫ້​ຮູ້​ວ່າ ຈະ​ສົ່ງ​ເງິນ​ເປັນ​ຈຳ​ນວນ 100.000 USD ໄປ​ຍັງ​ສະ​ພາ​ກາ​ແດງ ຫວຽດ​ນາມ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ມອບ​ຜ້າ​ອັດ​ປາກ​ດັງ 1.000.000 ອັນ, ຜ້​າ​ອັດ​ປາກດັງ N95 100.000 ອັນ, ເຄື່ອງ​​ຜະ​ລິດ​ອົກ​ຊີ​ເຈນ 100 ອັນ ແລະ ເງິນ​ໜູນ​ຊ່ວຍ 200.000 USD ໃຫ້​ແກ່​ລັດ​ຖະ​ບານ ຫວຽດ​ນາມ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19.

ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ ກຳ​ປູ​ເຈຍ AKP ຊີ້​ແຈ້ງວ່າ ນີ້​ແມ່ນ​ສັນ​​ຍະ​ລັກ​ຂອງ​ຈິດ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວາງ​ສອງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ພິ​ເສດ​ແມ່ນ​ຈຸດ​ເວ​ລາ​​ທີ່ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ສະ​ກັດ​ກ້​ັນ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ພິ​ເສດ​ຢູ່​ບັນ​ດາ​ແຂວງ​ຕິດ​ກັບ​ຊາຍ​ແດນ. ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ, ໝູ່​ຄະ​ນະ, ທ້ອງ​ຖິ່ນ​ຂອງ​ສອງ​ຝ່າຍ​ ໄດ້​ມີ​ການ​ຢຶ້​ຢາມ​ຖາມ​ຂ່າວ​ກັນ​ຢ່າງ​ເປັນ​ປະ​ຈຳ, ມອບ​​ອຸ​ປະ​ກອນ​ການ​ແພດ ໜູນ​ຊ່ວຍ​ເຊິ່ງ​ກັນ ​ແລະ​ ກັນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ທັນການ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.