ບັນດາປະເທດແລະພັກການເມືອງເພີ່ມທະວີການຮ່ວມມືສາກົນ, ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ

15:59 | 07/07/2021

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຖືວ່າ, ບັນດາພັກການເມືອງ ຄວນຍົກສູງບັນດາຄຸນຄ່າລວມຂອງມວນມະນຸດແມ່ນ ສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ

ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD
ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ອີງ​ໃສ່​ກຳ​ລັງ​ແຮງ​ຊະ​ນະ​ເລີດຂອງ​ປະ​ຊາ​ຊົນ ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ, ອີງ​ໃສ່​ກຳ​ລັງ​ແຮງ​ຊະ​ນະ​ເລີດຂອງ​ປະ​ຊາ​ຊົນ
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ຕອນຄ່ຳວັນທີ 06 ກໍລະກົດ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນໂລກ. ກອງປະຊຸມມີຫົວຂໍ້ວ່າ “ເພື່ອຜົນປະໂຫຍດຂອງປະຊາຊົນ, ໜ້າທີ່ຄວາມຮັບຜິດຊອບຂອງພັກການເມືອງ”, ເຊິ່ງໄດ້ຈັດຂຶ້ນຕາມຂໍ້ລິເລີ່ມຂອງພັກກອມມູນິດຈີນ, ດ້ວຍການເຂົ້າຮ່ວມຂອງກວ່າ 500 ພັກການເມືອງ ແລະ ອົງການຈັດຕັ້ງການເມືອງ ຂຶ້ນກັບກວ່າ 160 ປະເທດໃນໂລກ.

ກ່າວຄຳເຫັນສະເໜີທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ຖືວ່າ, ບັນດາພັກການເມືອງ ຄວນຍົກສູງບັນດາຄຸນຄ່າລວມຂອງມວນມະນຸດແມ່ນ ສັນຕິພາບ, ການພັດທະນາ, ຄວາມຍຸຕິທຳ, ຄວາມຊອບທຳ, ປະຊາທິປະໄຕ, ເສລີ; ກຳນົດທິດ, ກຳແໜ້ນ ແລະ ກຳນົດຮູບແບບອະນາຄົດຂອງມວນມະນຸດ, ຄວນຊຸມໃສ່ຊຸກຍູ້ການປະຕິບັດພ້ອມກັນພັດທະນາ, ຊຸກຍູ້ການຫັນເສດຖະກິດພັດທະນາຕາມທິດເປີດປະຕູ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນຮັບໄຊຊະນະເປັນໂລກາພິວັດ; ຮຽກຮ້ອງການຮ່ວມມືສາກົນເພື່ອຍາດໄດ້ໄຊຊະນະຕໍ່ໂລກລະບາດ; ມານະພະຍາຍາມສ້າງຫຼັກການຄຸ້ມຄອງທົ່ວໂລກໃຫ້ສົມບູນແບບ…

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖືວ່າ, ບັນດາພັກການເມືອງຕ້ອງຮ່ວມເດີນທາງພ້ອມກັບລັດຖະບານ ເພື່ອນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ; ຕ້ອງ “ຖືປະຊາຊົນເປັນກົກ” ເພື່ອກໍ່ສ້າງ ແລະ ປະຕິບັດທຸກແຜນນະໂຍບາຍ, ແນວທາງ, ໂຄງການການເມືອງ, ຮັບປະກັນການພັດທະນາເພື່ອມະນຸດຢ່າງແທດຈິງ. ພ້ອມກັນນັ້ນ, ຍົກສູງຈິດໃຈຄວາມສາມັກຄີ, ເພີ່ມທະວີການສົນທະນາ, ເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ຍົກສູງກົດໝາຍສາກົນ, ໂດຍສະເພາະແມ່ນໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງບັນຫາຮີບດ່ວນທີ່ສຸດໃນປະຈຸບັນຂອງບັນດາປະເທດ ແລະ ພັກການເມືອງແມ່ນ ຄວນເພີ່ມທະວີການຮ່ວມມືສາກົນເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຟື້ນຟູເສດຖະກິດ-ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ.

ທີ່ກອງປະຊຸມ, ບັນດາພັກການເມືອງລ້ວນແຕ່ເຫັນດີໂດຍຖືວ່າ, ຄວາມຫວັງລວມຂອງປະຊາຊົນໃນໂລກແມ່ນສັນຕິພາບ, ເສລີພາບ. ໜ້າທີ່ຂອງບັນດາພັກການເມືອງແມ່ນແກ້ໄຂບັນດາຄວາມສົນໃຈລວມຂອງປະຊາຊົນ; ຖືເປັນສຳຄັນບັນດາຄຸນຄ່າສັນຕິພາບ, ຄວາມເປັນທຳ, ປະຊາທິປະໄຕ, ເສລີ, ພ້ອມກັນຮ່ວມມືໃນການປ້ອງກັນຕ້ານໂລກລະບາດໂຄວິດ-19, ການຟື້ນຟູພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ພັກການເມືອງບັນດາປະເທດກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສະເພາະຄື: ຕ້ານການປິດລ້ອມ, ຂວ້ຳບາດ, ຄັດຄ້ານລັດທິກໍ່ການຮ້າຍ, ສົງຄາມ.

vovworld.vn

ເຫດການ
302 Found

Found

The document has moved here.