ຍົກ​ສູ​ງ​ຈິດ​ໃຈ Moncada, ຫວຽດ​ນາມ - ກູ​ບາ ຕັດ​ສິນ​ໃຈ​ເອົາ​ຊະ​ນະ ໂລກ​ລະ​ບາດ​ໂຄວິດ - 19

09:19 | 29/07/2021

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຈິດ​ໃຈ​ຄື Moncada, ສອງ​ປະ​ເທດ​ ຫວຽດນາມ - ກູບາ ຈະ​ເອົາ​ຊະ​ນະ ໂຄວິດ - 19, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ພ້ອມ​ກັນ​ສາ​ມັກ​ຄີ ແລະ ຍາດ​ໄດ້​ໄຊ​ຊະ​ນະ.

ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ເຈ​ລະ​ຈາ​ກັບ ກູ​ບາ​ ກ່ຽວ​ກັບ​ການ​ຮ່ວມ​ມືຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19
ຍົກ​ສູ​ງ​ຈິດ​ໃຈ Moncada, ຫວຽດ​ນາມ - ກູ​ບາ ຕັດ​ສິນ​ໃຈ​ເອົາ​ຊະ​ນະ ໂລກ​ລະ​ບາດ​ໂຄວິດ - 19
ທ່ານ Orlando Hernandez Gullien ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ (ພາບ: TTXVN)

ໃນ​ບົດ​ກ່າວ​ປາ​ໄສ​ຢູ່ ພິ​ທີ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ໄຊ​ຊະ​ນະ Moncada (26 ກໍ​ລະ​ກົດ 1953 – 26 ກໍ​ລະ​ກົດ 2021) ຕ​າມ​ຮູບ​ການ​ທາງ​ໄກ, ທ່ານ Orlando Hernandez Gullien ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ຢູ່ ກູ​ບາ, ວັນ​ທີ 26 ກໍ​ລະ​ກົດ ຂອງທຸກ​ປີ ແມ່ນ​ວັ​ນ​ທົ່ວ​ປວງ​ຊົນ​ລູກ​ຮື້​ຂຶ້ນ, ວັນ​ປະ​ຊາ​ຊົນ ກູ​ບາ ແລະ ຫວຽດ​ນາມ ພ້ອມ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ ໄຊ​ຊະ​ນະ Moncada. ປີນີ້, ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ດັ່ງ​ນັ້ນ​ ບໍ່​ສາ​ມາດ​ຈັດ​ຕັ້ງ​ເຫດ​ການ​ໂດຍ​ກົງ ເພື່ອ​ແບ່ງ​ປັນ​ນ້ຳ​ໃຈ​ພິ​ເສດ​ທີ່​ຕິດ​ພັນ​ສອງ​ຊາດ, ແຕ່​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ​​ອັນສະ​ໜິດ​ຕິດ​ພັນ ລະ​ຫວ່າງ ສອງ​ປະ​ເທດ, ປະ​ຊາ​ຊົນ​ກູ​ບາ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່, ພ້ອມ​ກັນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ.

ກູ​ບາ ຕີ​ລາ​ຄາ​ສູງ ບັນ​ດາ​ການ​ໜູນ​ຊ່ວຍ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ເຄົາ​ລົບ​ບັນ​ດາ​ນ້ຳ​ໃຈ​ອັນ​ເລິກ​ເຊິ່ງ, ​ສຸດ​ຈິດ​ສຸ​ດ​ໃຈ​ຈາກ​ບັນ​ດາ​ເພື່ອນ​ມິດ​ຂອງການປະ​ຕິ​ວັດ ກູ​ບາ. ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຈິດ​ໃຈ​ຄື Moncada, ສອງ​ປະ​ເທດ​ຈະສາ​ມາດ​ຄວບ​ຄຸມ​​ໂລກ​ລະ​ບາດ​ໂຄວິດ - 19, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ໄປ​ໄດ້, ​ສາ​ມັກ​ຄີ​ກັນ ແລະ ຍາດ​ໄດ້ໄຊ​ຊະ​ນະ...

ພິ​ທີ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ໄຊ​ຊະ​ນະ Moncada (26 ກໍ​ລະ​ກົດ 1953 – 26 ກໍ​ລະ​ກົດ 2021) ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ກູ​ບາ (ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ ຫວຽດ​ນາມ) ໄດ້ສົມ​ທົບ​ກັບ​ສະ​ຖານ​ທູດ ກູ​ບາ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ໄກ ໃນ​ວັນ​ທີ 26 ກໍ​ລະ​ກົດ.

ຫ່າງ​ຈາກນີ້, 68ປີ, ບັ້ນ​ບຸກ​ໂຈມ​ຕີ​ຄ້າຍ​ທະ​ຫານ Moncada ຂອງ​ຊາວ​ໜຸ່ມ​ຮັກ​ຊາດ ກູ​ບາ ໂດຍ​ທະ​ນາຍ​ຄວາມ​ໜຸ່ມ Fidel Castro - ກາ​ນ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ເທດ ກູ​ບາ ​​ບັນ​ຊາ​ການ​ໂດຍ​ກົງ ໄດ້​ເປີດ​ສາກ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ ການ​ປະ​ຕິ​ວັດ ກູ​ບາ, ນຳ​ບັ້ນ​ຕໍ່​ສູ້​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ກູ​ບາ ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ວັນ​ທີ 1 ມັງ​ກອນ 1959, ​ອັນ​ໄດ້ສ້າງ​ຂີດ​ໝາຍ​ອັນ​ສະ​ຫງ່າ​​ລາ​ສ​ີໃນ​ປະ​ຫວັດ​ສາດ​ຂອງ ປະ​ເທດ ກູ​ບາ.

ທ່ານຮອງ​ສາດ​ສະ​ດາ​ຈານ, ປ.ອ ຫງວຽນ​ວຽດ​ຖາ​ວ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ ກູ​ບາ ໃຫ້​ຮູ້​ວ່າ 68 ປີໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ແຕ່​ຄວາມ​ໝາຍ​ຂອງ​ເຫດ​ການນີ້​ຍັງ​ຄົງ​ຢູ່​ຢ່າງ​ຄົບ​ຖ້ວນ. ເຫດ​ການ​ນີ້ ໄດ້​ເປີດ​ໂສ​ມ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ປະ​ເທດ ກູ​ບາ ​ເວົ້າ​ສະ​ເພາະ ແລະ ໃຫ້​ທົ່ວ ອາ​ເມ​ລິ​ກາ​ລາ​ຕິນ ເວົ້າ​ລວມ.

68 ປີ​ຜ່ານມາ, ປະ​ຫວັດ​ສາດຂອງ​ ອາ​ເມ​ລິ​ກາ​ລາ​ຕິນ ແລະ ຫຼາຍ​ປະ​ເທດ​ໃນ​ໂລກ ໄດ້​ພິ​ສູດ​​ລັກ​ສະ​ນະ​ທີ່​ຖືກ​ຕ້ອງ​ຂອງ​ເສັ້ນ​ທາງ Moncada, ນຳ​ການປະ​ຕິ​ວັດ ກູ​ບາ ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ສ້າງ​ຕັ້ງ​ລະ​ບອບສັງ​ຄົມ​ນິ​ຍົມ​ຂອງຊ​າວຜູ້​ອອກ​ແຮງ​ງານ ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສັງ​ຄົມທີ່​ພົ້ນ​ເດັ່ນ, ນຳ​ມາ​ເຊິ່ງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ ບໍ່​ພຽງ​ແຕ່​ໃຫ້​ແກ່​ປະ​ຊາ​ຊົນ​ກູ​ບາ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ແກ່​ບັ​ນ​ດາ​ປະ​ເທດ ທີ່ພວມ​ພັດ​ທະ​ນາ ແລະ ດ້ອຍ​ພັດ​ທະ​ນາ​ອີກ​ດ້ວຍ.

ທ່ານ ຮອງ​ສາ​ດ​ສະ​ດາ​ຈານ, ປ.ອ ຫງວຽນ​ວຽດ​ຖາວ ເນັ້ນ​ໜັກ​ວ່າ “ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ, ຜ່ານ​ກອງ​ປະ​ຊຸມ​ມິດ​ຕະ​ພາບ ກູ​ບາ - ຫວຽດ​ນາມ ແລະ ສະ​ຖາ​ບັນ ກູ​ບາ ສາ​ມັກ​ຄີ ດ້ວຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ ແລະ ລັດ ກູ​ບາ, ໂດຍ ທ່ານ​ປະ​ທານ Miguel Diaz Canel ນຳ​ໜ້າ, ປະ​ຊາ​ຊົນ ກູ​ບາ​ອ້າ​ຍ​ນ້ອງ​ແນ່ນອນ​ວ່າ ຈະ​ຕີ​ປະ​ລາ​ໄຊ​ທຸກ​ກົນ​ອຸ​ບາຍ ຂອງ​ບັນ​ດາ​ກຳ​ລັງ​ປໍ​ລະ​ປັກ, ຮັກ​ສາ​ກູ​ບາ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ ຄື​ແບບ​ຢ່າງ​ທີ່​ດີ ໃຫ້​ແກ່​ທຸກ​ຊົນ​ຊາດ​ໃນ​ທົ່ວ​ໂລກ ເພື່ອ​​ເປັນ​ບ່ອນ​ອີງ ແລະ ປະ​ຕິ​ບັດ​ຕາມ.”

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.