ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

09:15 | 29/07/2021

ຍ​ສ​ໝ - ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Alberto Anaya Gutiérrez ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ ໄດ້​ຮັບ​ປະ​ກັນ​ໄຊ​ຊະ​ນະ​ໃໝ່​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ກໍ່ສ້າງ ສັງ​ຄົມ​ນິ​ຍົມ.

ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ
ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ
ບົດ​ຂຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ ຫວຽດ​ນາມ
ທ່ານ Alberto Ayana Gutiérrez ​ເລ​ຂ​າ​ທິ​ການ​ໃຫຍ່ ພັກ​ແຮງ​ງານ ເມັກ​ຊີ​ໂກ (ພາບ: TTXVN)

ທ່ານ Alberto Ayana Gutiérrez ​ເລ​ຂ​າ​ທິ​ການ​ໃຫຍ່ ພັກ​ແຮງ​ງານ ເມັກ​ຊີ​ໂກ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບົດ​ຂຽນ “ບາງ​ບັນ​ຫາກ່ຽວ​ກັບ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ໄປ​ເຖິງ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ” ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ການ​ເລືອກ​​ເອົາ​ເສັ້ນ​ທາງ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ ແມ່ນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ສ​ອດ​ຄ່ອງກັບ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່ ຫວຽດ​ນາມ.

ປັດ​ຈຸ​ບັນ, ເວົ້າ​ເຖິງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເວົ້າ​ເຖິງ​ແບບ​ຢ່າງ​ຮັກ​ຊາດ, ມູນ​ເຊື້ອ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຮຸກ​ຮາມ ເພື່ອ​ຍາດ​ເອົາ​ເອ​ກະ​ລາດ ແລະ ​ຄວາມເສ​ລີ ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ເວົ້າ​ເຖິງບັນ​ດາ​ຜົນ​ງານ​ຂອງ ຫວຽດ​ນາມ ໃນ​ເສັ້ນ​ທາງ​ສ້າງ​ສາ ແລະ ພັດ​ທະ​ນາ ປະ​ເທດ​ຊາດ, ດ້ວຍ​ບົດ​ບາດ ແລະ ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນໃນ​ເວ​ທີ​ສາ​ກົນ.

ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ Alberto Ayana Gutiérrez ໄດ້​ໃຫ້​ຂໍ້ສັງ​ເກດ​ບັນ​ດາ​ບົດ​ຮຽນ​ທີ່​​ເກັບ​ກ່ຽວ​ມາໄດ້ ກ່ຽວ​ກັບ​ທຸກ​ດ້ານ​ໃນ​ຊີ​ວິດ​ດ້ານ​ເສດ​ຖະ​ກິດ ສັງ​ຄົມ, ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຂອງ​ແນວ​ໂຮມ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ທີ່​ຕັ້ງ​ຢ່າງ​ໝັ້ນ​ແກ່ນ​ຂອງ ປະ​ເທດ​ບົນ​ເວ​ທີ​ສາ​ກົ​ນ ໃນ​ປັດ​ຈຸ​ບັນ ແມ່ນ​ປະ​ຖົມ​ປັດ​ໄຈ ໃຫ້​ແກ່​ຄວາມ​ເຊື່ອ​ໝັ້ນ​ກ່ຽວ​ກັບ​ບັນ​ດາ​ໄຊ​ຊະ​ນະ​ໃໝ່​ຂອງ ຫວຽດ​ນາມ ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງ.

ທ່ານ​ ເລ​ຂາ​ທິ​ການ​ໃຫຍ່ Alberto Ayana Gutiérrez ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ບັນ​ດາ​ຜົນ​ງານ ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ພ້ອມ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ຊີ​ວິດ​ຕົວ​ຈິງ ແລະ ທິດ​ສະ​ດີ ເຊິ່ງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍົກ​ອອກ​ມາ​ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ໄຊ​ຊະ​ນະ​ໃໝ່​ໃຫ້​ແກ່ ຫວຽດ​ນາມ ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ​ລັດ​ທິ​ສັງ​ຄົມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.