ຕອນເຊົ້າວັນທີ 2 ເມສາ, ຄະນະແພດໝໍໂຮງໝໍ ເຈີ້ໄຢ໊- ພະນົມເປັນ, ຫ້ອງປະຊາຄົມຢູ່ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມຊາວຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ແລະຊາວຂະແມ ຢູ່ແຂວງ Kandal ປະມານ 700 ຄົນ.
ຍສໝ - ຕາມກະຊວງການຕ່າງປະເທດຫວຽດນາມແລ້ວ, ມາຮອດປັດຈຸບັນ, ກະຊວງການ ຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວ ຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນທີ່ປອດໄພ.
ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນປອດໄພ, ຈັດຖ້ຽວບິນ 6 ຖ້ຽວ ເພື່ອນຳສົ່ງພົນລະເມືອງ ຫວຽດນາມເກືອບ 1700 ຄົນກັບເມືອປະເທດ
ຍສໝ - ຕອນບ່າຍວັນທີ 30 ມີນາ, ຢູ່ນະຄອນຫຼວງ Wellington, ສະຖານທູດຫວຽດນາມ ປະຈຳ ນິວຊີແລນ ແລະສູນກາງສະມາຄົມນັກສຶກສາ ຫວຽດນາມ, ຄະນະບໍລິຫານງານຊົ່ວຄາວຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ນິວຊີແລນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ສະມາຄົມນັກສຶກສາ ຫວຽດນາມ ຢູ່ ນິວຊີແລນ ຄັ້ງທີ 1, ອາຍຸການ 2022-2024.
ຍສໝ - ຕາມຂໍ້ມູນຈາກກົມຄຸ້ມຄອງການເຂົ້າ-ອອກເມືອງ ແລະ ພັກອາໄສຂອງຍີ່ປຸ່ນ, ໄລຍະຊ່ວງທ້າຍປີ 2021 ມີຄົນຫວຽດນາມ 432.934 ຄົນ ຢູ່ຍີ່ປຸ່ນ ກວມ 15,7% ຈຳນວນຄົນຕ່າງປະເທດຢູ່ໃນປະເທດນີ້.
ຍສໝ - ຫວ່າງແລ້ວນີ້, ບໍລິສັດຫຸ້ນສ່ວນ Kadokawa (ຍີ່ປຸ່ນ) ໄດ້ນຳສະເໜີພາບເລື່ອງຊຸດທຳອິດ ກ່ຽວກັບກິລາບານເຕະຫວຽດນາມ, ເຊິ່ງສຳນັກພິມແຫ່ງນີ້ກຳລັງຈະນຳອອກຈຳໜ່າຍ.
ຍສໝ - ໃນປີທີ່ຜ່ານໆມາ, ຄະນະພັກກອງບັນຊາການທະຫານຊາຍແດນແຂວງດ໊ຽນບ່ຽນ ໄດ້ຊີ້ນຳບັນດາກອງກຳລັງຕ່າງໆເພີ່ມທະວີການປະສານສົບທົບກັບອຳນາດການປົກຄອງ, ກອງກຳລັງປ້ອງກັນຊາຍແດນຂອງລາວ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີໃນບັນດາສົນທິສັນຍາ, ອະນຸສັນຍາ ແລະ ລະບຽບການກ່ຽວກັບຊາຍແດນ ແລະ ດ່ານຊາຍແດນ; ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບພິເສດ, ປົກປັກຮັກສາ ແລະ ສ້າງສາຊາຍແດນຢ່າງສັນຕິ ແລະ ພັດທະນາຂະຫຍາຍຕົວ...
ຍສໝ - ທ່ານ ປອ ຈ່າມີ ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ຈີນ ໄດ້ແບ່ງປັນກັບ ວາລະສານຍຸກສະໄໝ ກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນການຊຸກຍູ້ການລົງທຶນດ້ານການຄ້າ, ໜູນຊ່ວຍການເຊື່ອມໂຍງບັນດາຜະລິດຕະພັນກະເສດ ແລະ ຍີ່ຫໍ້ຜະລິດຢູ່ຫວຽດນາມ ກັບຕະຫຼາດ ຈີນ.
ຍສໝ - ວັນທີ 28 ມີນາ, ກະຊວງແຮງງານ-ທະຫານເສັຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ມີການເຊັນບົດບັນທຶກຊ່ວຍຈຳ (ຮູບແບບອອນໄລ໌) ລະຫວ່າງ ລັດຖະບານອົດສະຕາລີ ແລະ ລັດຖະບານຫວຽດນາມ ກ່ຽວກັບການສະໜັບສະໜູນພົນລະເມືອງຫວຽດນາມເຂົ້າຮ່ວມໂຄງການແຮງງານກະສິກຳອົດສະຕາລີ.
ວັນທີ 26 ມີນາ, ທ່ານເອກອັກຄະລັດຖູະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) 2022.
ຍສໝ - ສະມາຄົມຊາວໜຸ່ມນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ - VYSA ຈະຈັດຕັ້ງເຫດການ “JOB FAIR 2022” ແບບທາງໄກ - ວັນບຸນວຽກເຮັດ ຟຣີ ຢູ່ຍີ່ປຸ່ນ ທີ່ສະຫງວນໃຫ້ແກ່ຊາວຫວຽດນາມ.
ຍສໝ - ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຕ້ອນຮັບ ແລະໜູນຊ່ວຍຊາວຫວຽດນາມ ອົບພະຍົບປະມານ 720 ຄົນທີ່ມາຈາກ ຢູແກຼນ, ໃນນັ້ນ 400 ຄົນໄດ້ຮັບການຊ່ວຍເຫຼືອທີ່ພັກຊົ່ວຄາວ, 320 ຄົນໄດ້ຮັບອາຫານ, ແລະ ຊື້ປີ້ລົດໄຟເພື່ອໄປຍັງປະເທດອື່ນຕໍ່.
ຍສໝ - ໃນໄລຍະຜ່ານມາ, ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ Slovakia ແລະ ພິເສດແມ່ນສະມາຄົມນະຄອນ Kosice ແລະ ບັນດາແຂວງພາກຕາເວັນອອກ Slovakia ໄດ້ຊ່ວຍເຫຼືອຜູ້ປະຊາຊົນອົບພະຍົບອອກ ຈາກຢູແກຼມ ໄປຍັງ Slovakia, ໃນນັ້ນມີພົນລະເມືອງຫວຽດນາມ.
ຍສໝ - ສະຖານທູດຫວຽດນາມ ແລະ ປະຊາຄົມຄົນຫວຽດນາມປະຈຳເຢຍລະມັນ ຍາມໃດກໍຕັ້ງໜ້າຊ່ວຍເຫຼືອບໍ່ພຽງແຕ່ທາງດ້ານລະບຽບກົດໝາຍ, ເອກະສານ ແລະ ຂັ້ນຕອນຕ່າງໆ ແຕ່ຍັງໃຫ້ການຊ່ວຍເຫຼືອທັງທາງດ້ານວັດຖຸ ແລະ ສະພາບຈິດໃຈແກ່ພໍ່ແມ່ພີ່ນ້ອງໃນຂະບວນການອົບພະຍົບ.
ຍສໝ - ໃນໂອກາດລະນຶກວັນສາກົນຝຣັ່ງໂກໂຟນີ (20/3), ສູນວັດທະນະທຳຫວຽດນາມປະຈຳຝຣັ່ງໄດ້ເຂົ້າຮ່ວມ “ເທດສະການທ້າຍສັບປະດາຝຣັ່ງໂກໂຟນີ 2022” ໄດ້ຈັດຂຶ້ນໃນ 2 ວັນ ວັນທີ 19 ຫາ 20 ມີນາ 2022 ທີ່ໝູ່ບ້ານເຢເບລວ (ແຂວງແຊັງເອແມນ໌, ຫ່າງຈາດປາຣີ 60 ກິໂລແມັດ).
ປັດຈຸບັນ, ກະຊວງການຕ່າງປະເທດ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລັດເຊຍ ແລະຢູແກຼນສືບຕໍ່ຊຸກຍູ້ ອົງການເຈົ້າໜ້າທີ່ຂອງ ລັດເຊຍ ແລະ ຢູແກຼນ ສົມທົບກັນສ້າງຄວາມສະດວກ ໃຫ້ຊາວຫວຽດນາມທີ່ຍັງເຫຼືອຢູ່ຢູແກຼນ ໄດ້ຍົກຍ້າຍໄປເຖິງເຂດທີ່ປອດໄພ.
ຍສໝ - ການແຂ່ງຂັນແປພາສາຫວຽດ ຄັ້ງທຳອິດ ໄດ້ຈັດຂຶ້ນໃຫ້ແກ່ບັນດານັກສຶກສາ ແລະ ນັກຄົ້ນຄວ້າ ຫວຽດນາມໃນທົ່ວລັດເຊຍ ຊຶ່ງສະແດງອອກເຖິງຄວາມສົນໃຈຂອງຄົນລັດເຊຍ, ສັງຄົມລັດເຊຍ ຕໍ່ກັບພາສາຂອງຫວຽດນາມ.
ຍສໝ - ໂຮງຮຽນ Lomonoxop ຮ່າໂນ້ຍ ຫາກໍ່ປະກາດສ້າງທຸກແຫຼ່ງກຳລັງດີ່ທີ່ສຸດ, ໜູນຊ່ວຍນັກຮຽນຈາກຢູແກຼນກັບເມືອປະເທດຮ່ຳຮຽນ.
ຕອນເຊ້ົາວັນທີ 17 ມີນາ, ຄະນະອຳນວຍການໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູ ໄດ້ສົບທົບກັບອົງການສາທາລະນະສຸກສັກວັກຊິນກັນພະຍາດໂຄວິດ-19 ໃຫ້ນັກຮຽນໃນເກນອາຍຸແຕ່ 6-11 ປີ.
ຍສໝ - ຄະນະປະຕິບັດງານແຂວງ ດົ່ງທາບ ໂດຍທ່ານປະທານຄະນະກຳມະການປະຊາຊົນແຂວງ ຟ້າມທ້ຽນເຫງຍ ນຳໜ້າ ໄດ້ດຳເນີນການໄປຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບສະພາບການຂອງປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ; ພ້ອມກັນນັ້ນກໍ່ໄດ້ເຮັດວຽກກັບວິສາຫະກິດ ກຳປູເຈຍ ກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນຢູ່ແຂວງ ດົ່ງທາບ.
ຍສໝ - ສະມາຄົມນັກສຶກສາຫວຽດນາມປະຈຳຝຣັ່ງ (UEVF) ໄດ້ຈັດຕັ້ງການພົບປະເນື່ອງໃນໂອກາດລະນຶກຄົບຮອບ 18 ປີ ການສ້າງຕັ້ງຂຶ້ນ ຢູ່ທີ່ຫ້ອງການສະຖານທູດຫວຽດນາມປະຈຳຝຣັ່ງ.
ຍສໝ - ຕອນບ່າຍວັນທີ 14 ມີນາ, ທີ່ວັດເຟິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີສູດໄຊຍະມຸງຄຸນອາໄລຫານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ, ພິເສດແມ່ນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ 64 ຄົນທີ່ເສຍສະຫຼະຊີວິດໃນການຕໍ່ສູ້ປົກປັກຮັກສາກາກມາ ປີ 1988.
ຍສໝ - ໂດຍພາຍໃຕ້ການຊີ້ນຳຂອງສະຖານທູດ, ສະມາຄົມນັກສຶກສາໜຸ່ມຫວຍດນາມປະຈຳປະເທດໂປແລນ ແລະ ໂຣມານີ ໄດ້ປະສານສົມທົບຮ່ວມກັບສະມາຊິກສະມາຄົມສະໜອງການຊ່ວຍເຫຼືອຕ່າງໆທີ່ຈຳເປັນເຖິງພົນລະເມືອງຫວຽດນາມໃນການອົບພະຍົບຈາກປະເທດຢູເຄຣນ, ຊ່ວຍເຫຼືອບ່ອນພັກເຊົາຊົ່ວຄາວໃນເວລາລໍຖ້າຖ້ຽວບິນກັບສູ່ບ້ານເກີດ.
ຍສໝ - ວັນທີ 9 ມີນາ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ສົມທົບກັບປະຊາຄົມຊາວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຊອກຮູ້, ແລກປ່ຽນ ແລະ ຊອກຫາບັນດາວິທີແກ້ໄຂສົມທົບ ລະຫວ່າງສະມາຄົມ ແລະ ໜູນຊ່ວຍພີ່ນ້ອງຊາວຫວຽດນາມ ຢູ່ ຢູແກຼນ ອົບພະຍົບຫຼົບໄພ ມາຢູ່ ລັດເຊຍ.
ຍສໝ - ຢູ່ປະເທດເປຣູ, ມີສະໂມສອນບານເຕະ ທີ່ຕັ້ງຊື່ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່, ພິມຮູບຂອງເພິ່ນ ລົງໃນໂລໂກ້. ນັ້ນແມ່ນສະໂມສອນ Deportivo Hochiminh...
ຍສໝ - ຮຸ່ງເຊົ້າວັນທີ 10 ມີນາ, ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 300 ຄົນ ທີ່ຍົກຍ້າຍຈາກ ຢູແກຼນ ໄປຍັງ Warsaw (ໂປໂລຍ) ກັບຄືນມາປະເທດ ໄດ້ລົງຈອດຢູ່ສະໜາມບິນ ໂນ້ຍບ່າຍ ຢ່າງປອດໄພ.
ຍສໝ - ໄລ່ຮອດວັນທີ 10 ມີນາ, ມີພົນລະເມືອງຫວຽດນາມ ກ່ວາ 550 ຄົນ ອາໄສຢູ່ຢູແກຼນ ໄດ້ກັບຄືນປະເທດໃນ 2 ຖ້ຽວບິນໜູນຊ່ວຍໂດຍບັນດາບໍລິສັດການບິນ ຫວຽດນາມ ປະຕິບັດ.
ຍສໝ - ປະຊາຄົມຊາວຫວຽດນາມ ຢູ່ ຣູມານີ ໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ໃນເບື້ອງຕົ້ນແມ່ນບັນດານັກສຶກສາ, ຜູ້ທີ່ມາຮ່ຳຮຽນ, ອອກແຮງງານ ແລະ ຕັ້ງຖິ່ນຖານຢູ່ປະເທດເພື່ອນຢ່າງຖາວອນ.
ຍສໝ - ຕາມຂໍ້ມູນຈາກນັກອອກແບບ ຟານດັງຮ່ວາງ ໃຫ້ຮູ້ວ່າ: ຊຸດສະສົມ “La Peinture” ໃນໂຄງການ “Inside ຫວຽດນາມ” ຖືກແນະນຳໂດຍລາວໃນສັບປະດາ Milan Fashion Week 2022, ໃນລະຫວ່າງເຫດການ Afro Fashion Week.
ຍສໝ - ດ້ວຍທ່າແຮງໃນກຳມະສີດຫຼາຍສົນທິສັນຍາການເສລີກັບຍີ່ປຸ່ນຄື: VJEPA, AJCEP, CPTPP, RCEP,… ປະເພດສິນຄ້າອາຫານ, ເຄື່ອງດື່ມຂອງຫວຽດນາມມີໂອກາດຫຼວງຫຼາຍໃນຕະຫຼາດປະເທດຍີ່ປຸ່ນ.