ກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ ນິວຊີແລນ

14:00 | 01/04/2022

ຍສໝ - ຕອນ​ບ່າຍ​ວັນ​ທີ 30 ມີນາ, ຢູ່​ນະຄອນຫຼວງ Wellington, ສະຖານທູດ​ຫວຽດນາມ ປະຈຳ ນິວຊີ​ແລນ ​ແລະ​ສູນ​ກາງ​ສະມາຄົມ​ນັກ​ສຶກສາ ຫວຽດນາມ, ຄະນະ​ບໍລິຫານ​ງານ​ຊົ່ວຄາວ​ຂອງ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ນິວຊີ​ແລນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ສະມາຄົມ​ນັກ​ສຶກສາ ຫວຽດນາມ ຢູ່ ນິວຊີ​ແລນ ​ ຄັ້ງທີ 1, ອາຍຸການ 2022-2024.

ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ
ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ

​ເຂົ້າ​ຮ່ວມ ​ແລະກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມໃຫຍ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ນິວຊີ​ແລນ ຫງວຽນ​ວັນ​ຈູງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ກະຕືລືລົ້ນ ​ແລະຕັ້ງໜ້າ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ ຢູ່ ນິວຊີ​ແລນ.

ກອງປະຊຸມໃຫຍ່ຜູ້ແທນສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ ນິວຊີແລນ
ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ນິວຊີ​ແລນ. ພາບ: TTXVN

ກອງ​ປະຊຸມໃຫຍ່​ໄດ້​ດຳ​ເນີນ​ການສະຫຼຸບຂະບວນການ​ນັກ​ສຶກສາ ຫວຽດນາມ ຢູ່ ນິວຊີ​ແລນ ​ໃນ​ໄລຍະ​ຜ່ານ​ມາ, ຕີ​ລາຄາ​ການ​ເຄື່ອນ​ໄຫວ​ສ້າງ​ຕັ້ງ​ສະມາຄົມ, ​ເຫັນ​ດີ​ກ່ຽວ​ກັບ​ບັນດາ​ເປົ້າໝາຍ ​ແລະທິດ​ທາງ​ພັດທະນາ​ຂະ​ບວນການ​ນັກ​ສຶກສາ ​ແລະ ວຽກ​ງານ​ຂອງ​ສະມາຄົມ​ໃນ​ໄລຍະຈະມາເຖິງ.

ກອງ​ປະຊຸມໃຫຍ່​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື, ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ, ຄະນະ​ກວດກາ, ຄະນະ​ເລຂາ ​ແລະບັນດາ​ຕຳ​ແໜ່​ງຫຼັກແຫຼ່ງ​ຂອງ​ສະມາຄົມ. ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ກອງ​ປະຊຸມ​ໃຫຍ່ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະຈຳ ນິວຊີ​ແລນ ຊຸດທີ I, ອາຍຸ​ການ 2022-2024 13 ທ່ານ. ທ້າວ ຫງວຽນ​ດຶກ​ຊວນ​ຕຸ່ງ, ນັກ​ສຶກ​ສາ​ປະ​ລິນ​ຍາ​ໂທ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Victoria (Wellington) ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ຈຳ ນິວ​ຊີ​ແລນ, ຊຸດທີ I, ອາ​ຍຸການ 2022-2024.

ບູນມີ

ເຫດການ
302 Found

Found

The document has moved here.