ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ

10:20 | 01/04/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ແລະ ພັກ​ອາ​ໄສ​ຂອງ​ຍີ່​ປຸ່ນ, ໄລ​ຍະ​ຊ່ວງ​ທ້າຍ​ປີ 2021 ມີຄົນ​ຫວຽດ​ນາມ 432.934 ຄົນ ຢູ່​ຍີ່​ປຸ່ນ ກວມ 15,7% ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ຢູ່​ໃນ​ປະ​ເທດ​ນີ້.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19 ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19

ບັນ​ດາ​ສະ​ຖິ​ຕິ​ຕົວ​ເລກ​ລ້າ​ສຸດ​ຂອງ​ຕາມ​ຂໍ້​ມູນ​ຈາກ​ກົມ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ແລະ ພັກ​ອາ​ໄສ​ຂອງ​ຍີ່​ປຸ່ນ (ISA) ໃຫ້​ເຫັນ​ວ່າ​ຄົນ​ຫວຽດ​ນາມ​ຍັງ​ຄົງ​ເປັນປະ​ຊາ​ຄົມ​ຄົນ​ຕ່າງ​ປະ​ເທດ​ທີ່​ໃຫຍ່​ອັນ​ດັບ​ສອງ​ຢູ່​ປະ​ເທດ​ນີ້ ເຖິງ​ແມ່ນ​ວ່າ​ຕົວ​ເລກ​ຈະຫຼຸດ​ລົງ 3,4% ໃນ​ປີ 2021.

ຕາມ​ຂໍ້​ມູນຈາກ ISA: ເຂົ້າ​ສູ່​ໄລ​ຍະ​ທ້າຍ​ປີ 2021 ມີ​ຄົນ​ຕ່າງ​ປະ​ເທດ​ເຖິງ 2,76 ລ້ານ​ຄົນ ຢູ່​ຍີ່​ປຸ່ນ, ຫຼຸດ​ລົງ 4,4% ທຽບ​ກັບ​ໜຶ່ງ​ປີ​ກ່ອນ​ນີ້ ສາ​ເຫດຫຼັກ​ຍ້ອນ​ປະ​ເທດ​ນີ້​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ​ຊາຍ​ແດນ​ພາຍຫຼັງ​ທີ່​ພະ​ຍາດໂຄວິດ-19 ໄດ້​ລະ​ບາດ​ຄືນ​ອີກ. ນີ້​ເປັນ​ປີ​ທີ​ສອງ​ລຽນ​ຕິດ​ທີ່​ຕົວ​ເລກ​ຄົນ​ຕ່າງ​ປະ​ເທດ​ຢູ່​ຍີ່​ປຸ່ນຫຼຸດ​ລົງ.

ຊາວຫວຽດນາມເປັນປະຊາຄົມຄົນຕ່າງປະເທດໃຫຍ່ອັນດັບສອງຢູ່ຍີ່ປຸ່ນ
ພາບປະກອບ : doisongvietnam

ໃນ​ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ຢູ່​ຍີ່​ປຸ່ນ​ນີ້, ກຸ່ມ​ທີ່ກວມ​ຈຳ​ນວນ​ໃຫຍ່​ແມ່ນ​ຄົນທີ່​ອາ​ໄສ​ຢູ່​ຖາ​ວອນ - 831.157 ຄົນ, ຖັດ​ມາ​ແມ່ນນັກວິ​ຊາ​ການ​ເຕັກ​ນິກ​ຝຶກ​ງານ (276.123 ຄົນ) ແລະ ນັກ​ສຶກ​ສາ 207.830 ຄົນ.

ຄິດ​ໄລ່​ຕາມ​ປະ​ເທດ/ເຂ​ດ​ພາກ​ພື້ນ​ແລ້ວ, ຈີນ​ເປັນ​ຊາດ​ທີ່​ມີ​ຈຳ​ນວນ​ຄົນ​ໃນຍີ່​ປຸ່ນຫຼາຍ​ທີ່​ສຸດ - 716.606 ຄົນ, ກວມ 26% ໃນ​ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ທັງ​ໝົດ​ໃນ​ຍີ່​ປຸ່ນ ແຕ່​ກັບຫຼຸດ​ລົງ 7,6% ທຽບ​ກັບ​ໜຶ່ງ​ປີ​ກ່ອນ​ໜ້ານັ້ນ.

ຫວຽດ​ນາມ​ຍືນ​ຢູ່​ອັນ​ດັບ​ທີ​ສອງ​ດ້ວຍ​ຈຳ​ນວນ 432,934 ຄົນ, ກວມ 15,7% ແລະ ຫຼຸດ 3,4%. ສາມ​ອັນ​ດັບ​ຖັດ​ໄປ​ແມ່ນ​ປະ​ຊາ​ຄົມ​ຄົນ​ເກົາຫຼີ ກວມ 14,8%, ຟີ​ລິ​ປິນ ກວມ 10,5% ແລະ ເບຼ​ຊິນ ກວມ 7,4% ຕາມ​ລຳ​ດັບ.

ຄິດ​ໄລ່​ຕາມ​ແຂວງ/ນະ​ຄອນ, 5 ທ້ອງ​ຖິ່ນ​ທີ່​ມີ​ຄົນ​ຕ່າງ​ປະ​ເທດດຳ​ລົງ​ຊີ​ວິດ​ຢູ່ຫຼາຍທີ່​ສຸດ​ໃນ​ຍີ່​ປຸ່ນ ຊຶ່ງ​ລ້ວນ​ແຕ່​ມີ​ການຫຼຸດ​ລົງ​ໃນ​ຈຳ​ນວນ​ຄົນ​ເຫຼົ່າ​ນີ້.

ໂດຍ​ສະ​ເພາະໃນນະ​ຄອນ​ໂຕ​ກຽວ ມີຄົນ​ຕ່າງ​ປະ​ເທດ 531.131 ຄົນ, ກວມ 19,5% ໃນ​ຈຳ​ນວນ​ຕົວ​ເລກ​ທັງ​ໝົດ ແລະ ຫຼຸດ 5,2% ທຽບ​ກັບ​ໜຶ່ງ​ປີ​ກ່ອນນັ້ນ; ແຂວງ​ອາ​ຈິ ມີ 265.199 ຄົນ, ກວມ 9,6% ແລະ ຫຼຸດ 3,1%; ແຂວງໂອ​ຊາ​ກາ ມີ 246.157 ຄົນ ກວມ 8,9% ແລະ ຫຼຸດ 3%.

ແຂວງກາ​ນາ​ຄາ​ວາ ມີ 227.511 ຄົນ ກວມ 8,2% ແລະ ຫຼຸດ 2,1%; ແລະ ແຂວງໄຊ​ຕາ​ມິ ມີ 197.110 ຄົນ ກວມ 7,1% ແລະ ຫຼຸດ 0,6%. ມີ​ພຽງ​ສອງ​ແຂວງທີ່​ມີ​ຄົນ​ຕ່າງ​ປະ​ເທດ​ຄື​ແຂວງ​ຢາ​ມາ​ນາ​ຊິ ແລະ ຊີ​ມານ.

ປີ​ກາຍ​ນີ້ ກໍ​ຕາມຂໍ້​ມູນ ISA ເຊັ່ນ​ດຽວ​ກັນ​ນັ້ນ, ຈຳ​ນວນ​ຄົນ​ຕ່າງ​ປະ​ເທດ​ທີ່​ຖືກ​ເນ​ລະ​ເທດ​ອອກ​ຈາກ​ຍີ່​ປຸ່ນ ທີ່​ລະ​ເມີດ​ກົດ​ໝາຍ​ຄຸ້ມ​ຄອງ​ການ​ເຂົ້າ-ອອກ​ເມືອງ ໄດ້ຫຼຸດ​ລົງ 1.328 ຄົນ ເຫຼືອ 4.122 ຄົນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.