ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ-ລາວ

16:04 | 31/03/2022

ຍ​ສ​ໝ - ໃນ​ປີ​ທີ່​ຜ່ານໆ​ມາ, ຄະ​ນະ​ພັກ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງດ໊ຽນ​ບ່ຽນ ໄດ້​ຊີ້​ນຳ​​ບັນ​ດາກອງກຳ​ລັງຕ່າງໆເພີ່ມ​ທະ​ວີ​ການ​ປະ​ສານ​ສົບ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ, ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຮັບ​ຜົນ​ດີ​ໃນ​ບັນ​ດາ​ສົນ​ທິ​ສັນ​ຍາ, ອະ​ນຸ​ສັນ​ຍາ ແລະ ລະ​ບຽບ​ການ​ກ່ຽວ​ກັບ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ; ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ພິ​ເສດ, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ຊາຍ​ແດນ​ຢ່າງ​ສັນ​ຕິ ແລະ ພັດ​ທະ​ນາ​ຂະ​ຫຍາຍ​ຕົວ...

ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ
ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຫວຽດນາມ-ລາວ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບຫວຽດນາມ-ລາວ

ພັນ​ເອກ​ຟ໊າມ​ວັນ​ໂດ່ ຮອງ​ຫົວ​ໜ້າ​ກອງ​ບັນ​ຊາ​ການ, ຫົວ​ໜ້າ​ເສ​ນາ​ກອງ​ບັນ​ຊາ​ກັນ​ທະ​ຫານ​ຊາຍ​ແດນ ແຂວງດ໊ຽນ​ບຽນ ໃຫ້​ຊາບ​ວ່າ: ວຽກ​ງານ​ການ​ຕ່າງ​ປະ​ເທດ​ຊາຍ​ແດນ​ເປັນ​ໜ້າ​ທີ່​ຫຼັກ​ໃຈ​ກາງ ແລະ ຍາມ​ໃດ​ກໍ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ປວງ​ຊົນ​ສອງ​ຟາກ​ຊາຍ​ແດນ; ສ້າງ​ຊາຍ​ແດນ​ຢ່າງ​ສັນ​ຕິ, ມິດ​ຕະ​ພາບ, ສະ​ເຖຍ​ລະ​ພາບ. ໄລ​ຍະ​ເວ​ລາ​ຜ່ານ​ມານັ້ນ ທະ​ຫານ​ຊາຍ​ແດນ​ແຂວງ, ກອງຮ້ອຍ​ຊາຍ​ແດນ, ໜ່ວຍ​ງານ​ຊາຍ​ແດນ ຈັດ​ຕັ້ງ​ປະ​ຕິ​ບັດ​ທິດ​ທາງ​ນະ​ໂຍ​ບາຍ, ມາດ​ຕະ​ການ ແລະ ຮັກ​ສາ​ລະ​ບຽບ​ກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ, ລະ​ບຽບ​ການ​ຊາຍ​ແດນ, ແກ້​ໄຂ​ເລື່ອງ​ທີ່​ເກີດ​ຂຶ້ນ​ຕາມ​ຊາຍ​ແດນ, ຮັກ​ສ​າ​ສະ​ເຖຍ​ລະ​ພາບ, ຄວາມ​ສະ​ຫງົບ​ທາງ​ການ​ເມືອງ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ​ໃນ​ພື້ນ​ທີ່​ເຂດ​ຊາຍ​ແດນ.

undefined
ພາບປະກອບ: dienbienphu

ຈາກ​ສະ​ພາບ​ວຽກ​ງານ​ຕົວ​ຈິງ​ແລ້ວ, ກອງທະ​ຫານ​ຊາຍ​ແດນ​ແຂວງ ແລະ ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ປະ​ເທດ ສ​ປ​ປ ລາວ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ, ກອງ​ປະ​ຊຸມ, ປະ​ສານງານກວດ​ກາ​ລວມ, ປະ​ສານ​ງານ​ສະ​ກັດ​ກັ້ນ​ການ​ກະ​ທຳ​ຜິດ ແລະ ຊຸກ​ຍູ້​ບັນ​ດາ​ກິດ​ຈະ​ກຳ​ພົບ​ປະ​ແລກ​ປ່ຽນ, ແຮກ​ສ່ຽວ​ລະ​ຫວ່າງ​ບັນ​ດາກອງ​ຮ້ອຍຊາຍ​ແດນ, ໜ່ວຍ​ງານ​ຊາຍ​ແດນ​ທັງ​ສອງ​ຝ່າຍ; ເປັນ​ເສ​ນາ​ທິ​ການ​ໃຫ້​ຂັ້ນ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ, ແກ້​ໄຂ​ເຫດ​ການ​ທີ່​ເກີດ​ຂຶ້ນຢ່າງ​ເປັນ​ທີ່​ເພິ່ງ​ພໍ​ໃຈ. ນັບ​ແຕ່​ປີ 2016 ຮອດ​ປັດ​ຈຸ​ບັນ ບັນ​ດາ​ກອງ​ກຳ​ລັງ​ໃນ​ທະ​ຫານ​ຊາຍ​ແດນ​ແຂວງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັນ 33 ຄັ້ງ​ຂັ້ນ​ແຂວງ; ຂັ້ນ​ກອງ​ຮ້ອຍ, ໜ່ວຍ​ງານ​ຊາຍ​ແດນ​ໄດ້ 270 ຄັ້ງ ກັບ​ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ສ​ປ​ປ ລາວ. ໂດຍ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື, ​ການ​ແລກ​ປ່ຽນ​ເປັນ​ໄຕ​ມາດກໍ​ຄື​ແບບກະ​ທັນ​ຫັນ​ນັ້ນ ໄດ້​ຊ່ວຍ​ໃຫ້​ກຳ​ລັງ​ທັງ​ສອງ​ຝ່າຍ​ກຳ​ສະ​ພາບ ແລະ ແລກ​ປ່ຽນ​ຂໍ້​ມູນ​ໄດ້​ທັນ​ການ, ປະ​ສານ​ສົມ​ທົບ​ພິ​ຈາ​ລະ​ນາ, ແກ້​ໄຂບັນ​ຫາ​ທີ່​ເກີດ​ຂຶ້ນໃນ​ສອງ​ຟາກ​ຊາຍ​ແດນ​ໄດ້​ທັນ​ເວ​ລາ; ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ, ຄວາມ​ເຂົ້າ​ໃຈ ແລະ ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ.

ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ຊີ້​ນຳ​ປະ​ສາ​ນ​ສົບ​ທົບ​ກັບ​ກອງກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ປະ​ເທດ​ເພື່ອນ​ບ້ານ​ ຊຸກ​ຍູ້​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສອງ​ຟາກ​ຊາຍ​ແດນ​ກ່ຽວ​ກັບ​ແນວ​ທາງ, ນະ​ໂຍ​ບາຍ, ທີດ​ທາງ​ແຜນ​ການ, ກົດ​ໝາຍ​ຂອງ​ສອງ​ປະ​ເທດ; ສິດ​ເປັນ​ເຈົ້າ​ອະ​ທິ​ປະ​ໄຕ, ກົດ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ; ໂດຍ​ສະ​ເພາະ​ແມ່ນສ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ-ລາວ. ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄົ້ນ​ຫາ, ການສະ​ກັດ​ກັ້ນ​ໃຫ້​ທັນ​ການ​ກໍ​ລະ​ນີ​ຕ່າງໆ​ທີ່​ລະ​ເມີດ​ລະ​ບຽບ​ການ​ຊາຍ​ແດນ, ການ​ເຂົ້າ-ອອກ​ເມືອງ​ທີ່​ຜິດ​ກົດ​ໝາຍ, ການ​ລ່ວງ​ລ້ຳ, ການບຸກ​ລຸກ. ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນຍາມ​ໃດ​ກໍ​ຊີ້​ນຳ​ກອງ​ກຳ​ລັງໜ່ວຍ​ງານ​ຕ່າງໆ​ສ້າງ​ແຜນການ​ປະ​ສານ​ສົມ​ທົບ​ກວດ​ກາ​ສອງ​ຝ່າຍ​ກັບ​ກອງກຳ​ລັງ​ປ້ອງ​ກັນ​ຊາດ​ແດນ​ລາວ.

ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຄັ້ງ​ທີ 11 ລະ​ຫວ່າງ​ກອງ​ບັນ​ຊາ​ການ​ໃຫຍ່​ທະ​ຫານ​ຊາຍ​ແດນ, ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ ແລະ ກົມ​ທະ​ຫານຊາຍ​ແດນ, ກົມ​ໃຫຍ່​ເສ​ນາກອງ​ທັບ​ລາວ, 14 ກອງ​ຮ້ອຍ​ຊາຍ​ແດນນ​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ແຮກ​ສ່ຽວ​ກັບ 4 ກອງ​ຮ້ອຍ​ຊາຍ​ແດນ​ຝ່າຍ​ລາວ. ພ້ອມ​ກັນ​ນັ້ນບັນ​ດາ​ກອງ​ຮ້ອຍ​ຊາຍ​ແດນ​ຍັງ​ເປັນ​ເສ​ນາ​ທິ​ການ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຮັກ​ສາ ແລະ ດຳ​ເນີນ​ການ​ແຮກ​ສ່ຽວ​ຄູ່​ບ້ານ - ບ້ານ ສອງ​ຟາກ​ຊາຍ​ແດນ. ດ້ວຍ​ເຫດນັ້ນ​ຈຶ່ງ​ໄດ້​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ຄວາມ​ໃກ້​ຊິດ​ຕິດ​ແທດ; ຍົກ​ສູງ​ຄວາມ​ຮັບ​ຮູ້, ສະ​ຕິຄວາມ​ຮັບ​ຜິດ​ຊອບ​ຂອງປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ຕໍ່​ກັບ​ສິດ​ເປັນ​ເຈົ້າ​ຊາຍ​ແດນ​ແຫ່ງ​ຊາດ. ຮອດ​ປັດ​ຈຸ​ບັນ​ໄດ້​ດຳ​ເນີນ​ການ​ຈັດ​ຕັ້ງ​ການ​ແຮກ​ສ່ຽວ​ໄດ້ 9 ຄູ່​ບ້ານ-ບ້ານ​ສອງ​ຝາກ​ຊາຍ​ແດນ.

ກຳ​ນົດ​ໄວ້​ວ່າ: “ການ​ຊ່ວຍ​ເພື່ອນກໍ່​ຄື​ຊ່ວຍ​ຕົນ​ເອງ”, ຫຼາຍ​ປີ​ຜ່ານ​ມາ ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ໄດ້​ຊ່ວຍ​ເຫຼືອ​ຝ່າຍ​ລາວ​ທາງ​ດ້ານ​ວັດ​ຖຸ, ການກໍ່​ສ້າງ ແລະ ເສີມ​ສ້າງ​ຄ້າຍ; ຊື້​ອຸ​ປະ​ກອນ​ເຕັກ​ນິກ; ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ຂອງ​ລາວ​ຢືມ​ເສັ້ນ​ທາງ, ຂົນ​ສົ່ງ​ອຸ​ປະ​ກອນ​ກໍ່​ສ້າງ, ພາ​ຫະ​ຫະ​ເພື່ອ​ການກໍ່​ສ້າງ​ຄ້າຍ, ສ້າງ​ຖະ​ໜົນ…

ພິ​ເສດ​ແມ່ນ ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ​ຍັງ​ປະ​ສານ​ສົມ​ທົບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບຸກ​ຄົນ ດຳ​ເນີນ​ການກວດ​ພະ​ຍາດ, ແຈກ​ຢາຍ​ຢາ​ໂດຍບໍ່​ເສັຍ​ຄ່າ ແລະ ມອບ​ຂອງ​ຂວັນ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເມືອງ​ຕິດ​ຈອດ​ຊາຍ​ແດນ. ເວ​ລາ​ທີ່​ພະ​ຍາດ​ໂຄວິດ-19 ລະ​ບາດ​ຢ່າງ​ສັບ​ສົນ, ກອງ​ບັນ​ຊາ​ການ​ທະ​ຫານ​ຊາຍ​ແດນ​ແຂວງ ໄດ້​ມອບ​ວຸດ​ຖຸ​ອຸ​ປະ​ກອນ​ທາງ​ການ​ແພດ, ສະ​ບຽງ​ອາ​ຫານ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ສອງ​ແຂວງ​ຜົ້ງ​ສາ​ລີ ແລະ ຫຼວງ​ພະ​ບາງ ປະ​ເທດ​ເພື່ອນ​ບ້ານ​ລາວ​ໃນ​ການ​ຕ້ານ ແລະ ສະ​ກັດ​ກັ້ນ​ພະ​ຍາດ​ດ້ວນ​ມູນ​ຄ່າ​ທັງ​ໝົດ​ກວ່າ 200 ລ້ານ​ດົ້ງ.

ການ​ປະ​ສານ​ງານ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງກອງ​ທະ​ຫານ​ຊາຍ​ແດນ​ແຂວງ ກັບ​ກອງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ສ​ປ​ປ ລາວ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້ ແລະ ກຳ​ລັງ​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົ​ບ​ເປັນ​ລະ​ບຽບຮຽບ​ຮ້ອຍ, ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ-ສັງ​ຄົມ​ພື້ນ​ທີ່​ເຂດ​ຊາຍ​ແດນ. ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ພິ​ເສດ​ຫວຽດ​ນາມ-ລາວ; ສ້າງ​ຊາຍ​ແດນ​ຫວຽດ-ລາວ​ທີ່​ສັນ​ຕິ​ພາບ, ຮ່ວມ​ມື​ຮ່ວມ​ພັດ​ທະ​ນາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.