ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ

10:15 | 01/04/2022

ຍສໝ - ຫວ່າງແລ້ວນີ້, ບໍລິສັດຫຸ້ນສ່ວນ Kadokawa (ຍີ່ປຸ່ນ) ໄດ້ນຳສະເໜີພາບ​ເລື່ອງຊຸດທຳອິດ ກ່ຽວກັບກິລາບານເຕະຫວຽດນາມ, ເຊິ່ງສຳນັກພິມແຫ່ງນີ້ກຳລັງຈະນຳອອກຈຳໜ່າຍ.

ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio
ຍີ່ປຸ່ນ​ ອຸປະຖໍາ​ກວ່າ 1,6 ລ້ານ USD ​ໃຫ້ 9 ​ໂຄງການ​ຢູ່ ຫວຽດນາມ ຍີ່ປຸ່ນ​ ອຸປະຖໍາ​ກວ່າ 1,6 ລ້ານ USD ​ໃຫ້ 9 ​ໂຄງການ​ຢູ່ ຫວຽດນາມ

ດ້ວຍຫົວຂໍ້ "Son Goal", ພາບ​ເລື່ອງຊຸດນີ້ ແຕ່ງໂດຍນັກສິລະປິນຍີ່ປຸ່ນ Baba Tamio. ​ເລື່ອງ​ລາວ​ແມ່ນ​ ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ເດັກ​ຊາຍ​ລູກຊອດ ທີ່​ມີ​ຊື່​ວ່າ​ Son ​ຢູ່​ຫວຽດນາມ. Son ມີພໍ່ເປັນຊາວບຣາຊິນ ແລະ ແມ່ຫວຽດນາມ. Son ​ມາ​ຮຽນ​ຢູ່​ຫວຽດ​ນາມ ຫຼັງ​ຈາກ​ພໍ່​ຍ້າຍ​ມາ​ເຮັດ​ວຽກ​ຢູ່​ຫວຽດ​ນາມ. ໃນປະເທດຫວຽດນາມ, ລາວໄດ້ພົບ ແລະ ຮູ້ຈັກກັບກຸ່ມເຍົາວະຊົນ ແລະ ຊ່ວຍທີມຂອງພວກເຂົາຈາກທີມອ່ອນແອ ໄປສູ່ທີມທີ່ເຂັ້ມແຂງ.

ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ
ພິມຈຳໜ່າຍ ພາບເລື່ອງຊຸດທຳອິດກ່ຽວກັບບານເຕະຫວຽດນາມ ຢູ່ຍີ່ປຸ່ນ. (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ຢູ່ ​ໂຕ​ກຽວ, ທ່ານ Aoyagi Masayuki, ຜູ້​ອຳ​ນວຍ​ການໂຮງ​ພິມ​ຈຳໜ່າຍ Kadokawa ​ໃຫ້​ຮູ້​ວ່າ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ສຳນັກ​ພິມ Kim Dong, Kadokawa ໄດ້ສ້າງ​ຊຸດ​ເລື່ອງພາບ ດ້ວຍ​ຄວາມ​ຫວັງ​ໃຫ້​ເດັກນ້ອຍ​ທັງ​ສອງ​ປະ​ເທດ ສາມາດພົບຄວາມສຸກໃນກິລາ ແລະ ເຂົ້າໃຈການເຮັດວຽກເປັນທີມໄດ້ດີຂຶ້ນ.

ນອກຈາກ​ນັ້ນ, ຜ່ານ​ການ​ປະກົດ​ຕົວ​ຂອງ​ບັນດາ​ສະຖານ​ທີ່ ​ແລະ ທັດສະນີຍະພາບທີ່​ມີ​ຊື່​ສຽງ​ຂອງ ຫວຽດນາມ​ ຄື: ຂົວ​ມັງກອນ ຫຼື ຫາດ​ຊາຍ My Khe, Kadokawa ກໍ່​ປາດ​ຖະໜາ​ໃຫ້​ຊາວ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຊາວ​ຍີ່ປຸ່ນ ​ເຂົ້າ​ໃຈ​ກ່ວາ​ອີກ ​ກ່ຽວ​ກັບ​ຜືນ​ແຜ່ນດິນ​ຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ. ຕາມ​ທ່ານ Masayuki ແລ້ວ, ພາຍຫຼັງ​ສຳ​ເລັດ​ແລ້ວ, ສຳ​ນັກ​ພິມ​ແຫ່ງ​ນີ້​ປາດ​ຖະ​ໜາ​ຢາກ​ສົ່ງ​ປື້ມ 1.000 ຫົວ​ ໃຫ້​ເດັກ​ນ້ອຍ​ຫວຽດ​ນາມ ຜ່ານ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ.

ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ ຫວູຮົ່ງນາມ ​ໄດ້​ຂອບ​ອົກ​ຂອບ​ໃຈ​ບໍລິສັດ​ຫຸ້ນ​ສ່ວນ Kadokawa ​ກ່ຽວ​ກັບແນວຄວາມຄິດສ້າງຊຸດພາບເລື່ອງ​ກິລາ​ບານ​ເຕະ​ຫວຽດນາມ ​ແລະ ຢືນຢັນ​ວ່າ: ​ເລື່ອງ​ຈຳໜ່າຍ “Son Goal” ຈະ​ແມ່ນ​ເຫດການ​ທີ່ມີ​ຄວາມ​ໝາຍ​ທີ່​ສຸດ ​ເມື່ອ​ຫວຽດນາມ ​ແລະ ຍີ່ປຸ່ນ ພວມກະກຽມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.