ກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ຢູ່ ກຳປູເຈຍ

14:43 | 04/04/2022

ຕອນເຊົ້າວັນທີ 2 ເມສາ, ຄະນະແພດໝໍໂຮງໝໍ ເຈີ້ໄຢ໊- ພະນົມເປັນ, ຫ້ອງປະຊາຄົມຢູ່ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ແລະ ສະມາຄົມຊາວຂະແມ - ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງການກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ແລະຊາວຂະແມ ຢູ່ແຂວງ Kandal ປະມານ 700 ຄົນ.

ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ ພົນລະເມືອງເຊັກໂກ ເຊື້ອຊາດຫວຽດນາມ ຄົນທຳອິດໄດ້ຮັບນາມ ມະຍົດອັນສູງສົ່ງຈາກ ສາທາລະນະລັດເຊັກ
ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ  ຢູ່ ກຳປູເຈຍ ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ

ການກວດ-ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໃນຄັ້ງນີ້ທີ່ໄດ້ຈັດຂຶ້ນຢູ່ 2 ຈຸດຂອງເມືອງ Daek (ແຂວງ Kandal) ດ້ວຍມູນຄ່າຢາທັງໝົດປະມານ 5.000 ໂດລາສະຫະລັດ, ໂດຍໂຮງໝໍເຈີ້ໄຢ໊ - ພະນົມເປັນ ອຸປະຖຳ.

ນອກຈາກນັ້ນ, ປະຊາຊົນທີ່ມາກວດສຸຂະພາບຍັງໄດ້ຮັບຂອງຂວັນທັງໝົດ 700 ພູດ (ລວມທັງເຂົ້າສານ ແລະເງິນສົດ) ຈາກແຫຼ່ງລະດົມຂອງສະຖານທູດ ຫວຽດນາມ ປະຈໍາ ກຳປູເຈຍ.

ກວດ-ປິ່ນປົວພະຍາດໃຫ້ແກ່ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ຢູ່ ກຳປູເຈຍ
ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ຮັບຂອງຂວັນໜູນຊ່ວຍ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການກວດ-ປິ່ນປົວພະຍາດໂດຍບໍ່ເສຍຄ່າ, ທ່ານ ຫງວຽນຮຸຍຕັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວປະຊາຄົມທີ່ມີຄວາມໝາຍຫຼາຍຢ່າງໃນປີ 2022, ເນື່ອງໃນໂອກາດທີ່ສອງປະເທດ ຫວຽດນາມ ແລະ ກຳປູເຈຍ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (24/6/1967 – 24/6/2022).

ການກວດ-ປິ່ນປົວພະຍາດໃນປີ 2022 ແມ່ນທາງໂຮງໝໍເຈີ້ໄຢ໊ - ພະນົມເປັນ ຜັນຂະຫຍາຍຄືນໃໝ່ ພາຍຫຼັງຢຸດຕິເປັນເວລາ 2 ປີຍ້ອນພະຍາດໂຄວິດ-19.

ຕາມຜູ້ຕາງໜ້າໂຮງໝໍ ເຈີ້ໄຢ໊-ພະນົມເປັນ ແລ້ວ, ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ແລະສະມາຄົມຊາວຂະແມ-ຫວຽດນາມ ປະຈຳ ກຳປູເຈຍ, ໃນໄລຍະຈະມາເຖິງ, ທາງໂຮງໝໍຈະສືບຕໍ່ປະຕິບັດການເຄື່ອນໄຫວກຸສົນ ແລະ ບໍລິຈາກເລືອດ... ເພຶື່ອສະແດງຄວາມຮັບຜິດຊອບຕໍ່ສັງຄົມ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວກໍາປູເຈຍ ເຊື້ອຊາດຫວຽດນາມ ມີຊີວິດທີ່ແຂງແຮງດີ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.