ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງຫວຽດ​ນາມ ເກືອບ 1700 ຄົນ ຢູ່ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

14:00 | 03/04/2022

ຍສໝ - ຕາມກະຊວງການຕ່າງປະເທດຫວຽດນາມແລ້ວ, ມາຮອດປັດຈຸບັນ, ກະຊວງການ ຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວ ຂ້ອງ, ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳປະເທດປະຈຳຖິ່ນ ຜັນຂະຫຍາຍການຍົກຍ້າຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ ປະມານ 5200 ຄົນ ໄປຢູ່ບ່ອນທີ່ປອດໄພ.

ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ ຈັດຖ້ຽວບິນ 6 ຖ້ຽວ ເພື່ອນຳສົ່ງ ພົນລະເມືອງຫວຽດນາມເກືອບ 1700 ຄົນກັບເມືອປະເທດ, ພ້ອມທັງຈັດ ສັນໃຫ້ພົນລະເມືອງນັບສິບໆຄົນໄດ້ກັບເມືອປະເທດໃນຖ້ຽວບິນການຄ້າ, ຮັບ ປະກັນການເປີດເຜີຍ, ໂປ່ງໃສ ແລະ ອຳນວຍຄວາມສະດວກທີ່ສຸດ ໃຫ້ແກ່ປະຊາຊົນ.

ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງຫວຽດ​ນາມ ເກືອບ 1700 ຄົນ ຢູ່ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ
ປະ​ຕິ​ບັດ​ສຳ​ເລັດ 6 ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງຫວຽດ​ນາມ ເກືອບ 1700 ຄົນ ຢູ່ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ. ພາບ: TTXVN

ໄລ່ມາຮອດປັດຈຸບັນ, ການຍົກຍ້າຍພົນລະເມືອງໄດ້ປະຕິບັດສຳເລັດໂດຍ ພື້ນຖານແລ້ວ, ຕອບສະໜອງຄວາມມຸ່ງມາດປາດຖະໜາຢາກກັບເມືອປະເທດ ຂອງພໍ່ແມ່ປະຊາຊົນ ຫວຽດນາມ ເກືອບທັງໝົດ. ມີພໍ່ແມ່ປະຊາຊົນຈຳນວນ ໜຶ່ງທີ່ຖືສັນຊາດ ຫຼື ມີໜັງສືຖືກຕ້ອງຕາມກົດໝາຍ ໂດຍ ຢູແກຼນ ອອກໃຫ້ນັ້ນ ໄດ້ເປັນເຈົ້າການເລືອກໄປຢູ່ປະເທດອື່ນ. ປັດຈຸບັນ, ມີພໍ່ແມ່ຊາວຫວຽດນາມ ຈຳນວນໜຶ່ງເລືອກຢູ່ຕໍ່ ຢູແກຼນ ຍ້ອນເຫດຜົນສ່ວນຕົວ.

ບູນມີ

ເຫດການ
302 Found

Found

The document has moved here.