ກະຊວງປ້ອງກັນປະເທດ ຫວຽດນາມ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ຍສໝ - ລາວ ພວມຕັ້ງໜ້າຄົ້ນຄວ້າ ແລະ ພັດທະນາເສັ້ນທາງຄົມມະນາຄົມ ແລະ ເສັ້ນທາງລົດໄຟ ເພື່ອເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ໃນນັ້ນມີ ຫວຽດນາມ, ແນໃສ່ປະຕິບັດຍຸດທະສາດ ຫັນໃຫ້ລາວຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງເຂົ້າກັບການບໍລິການຄົມມະນາຄົມໃນພາກພື້ນ ແລະ ສາກົນ.
ຫວຽດນາມ ປະກອບສ່ວນປັບປຸງຊີວິດຂອງຜູ້ອອກແຮງງານລາວ
“ຊ່ວຍນ້ອງໄປໂຮງຮຽນ" ຂ້າມຊາຍແດນຫວຽດນາມ-ລາວ
ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອອກເຄື່ອນທັບອາສາສະໝັກລະດູແລ້ງ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ປີ 2024 ແມ່ນປີຂີດໝາຍ 20 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢູ່ແນວຮົບປະເທດເພື່ອນມິດ ລາວ.
ຍສໝ - ນີ້ແມ່ນຂໍ້ສະເໜີຂອງອຳນາດການປົກຄອງແຂວງ Kyungsang ເໜືອ ແລະ ເມືອງ Bonghwa ທີ່ການພົບປະເຮັດວຽກກັບ ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສ.ເກົາຫຼີ Yoo In-chon ໃນວັນທີ 13 ມີຖຸນາ.
ຍສໝ - ຕອນເຊົ້າວັນທີ 15 ມີຖຸນາ, ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ດົ່ງນາຍ ຈັດຕັ້ງພິທີເປີດງານມະໂຫລານານທຳນອງມິດຕະພາບແຂວງ ດົ່ງນາຍ ຄັ້ງທີ 5 ປີ 2024.
ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ຢູ່ເຮືອນເຍົາວະຊົນ ນະຄອນໂຮ່ຈິມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເລີ່ມດຳເນີນບັນດາການເຄື່ອນໄຫວອາສາສະໝັກຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເມືອງເກະຝູກຸ໋ຍ (ແຂວງບິ່ງທັວນ) ປີ 2024.
ຍສໝ - ໂຮງຮຽນວິທະຍາໄລເຊີນລາ ຫາກໍ່ຈັດຕັ້ງການແຂ່ງຂັນນອກແຜນການ “ນັກສຶກສາຕ່າງປະເທດລາວ - ການເດີນທາງກັບພາສາຫວຽດນາມ” ໃນປີ 2024.
ຍສໝ - ວັນທີ 14 ມິຖຸນາ ຢູ່ໂຮງຮຽນນາໆຊາດ St. Nicholas School, ດານັງ ໄດ້ເປີດກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ໄທ ຄັ້ງທີ 5 ສະໄໝ 2024 – 2029 ຢູ່ນະຄອນ ດານັງ.
ທະຫານໝວກເບເລສີຟ້າຍິງຫວຽດນາມ ຢູ່ທ່າມກາງເຂດຊາຍຮ້ອນອາຟະຣິກາ
ຍສໝ - ວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ (ສະຫະພັນຮ່າໂນ້ຍ) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ແກ້ໄຂ, ຍົກສູງປະສິດທິຜົນການທູດປະຊາຊົນ ໃນການພັດທະນານະຄອນຫຼວງ”. ນີ້ແມ່ນເວທີປາໄສໃຫ້ບັນດານັກຊ່ຽວຊານການທູດປະຊາຊົນ ແລະ ສ້າງກົດໝາຍ ເພື່ອແລກປ່ຽນ, ປຶກສາຫາລື ແລະ ສະເໜີບັນດາກົນໄກນະໂຍບາຍ, ສ້າງພື້ນຖານນິຕິກຳເພື່ອຮັບປະກັນການເຄື່ອນໄຫວການທູດປະຊາຊົນຢູ່ນະຄອນຫຼວງ ມີຄຸນນນນະພາບສູງໃໝ່.
Abyei - ບ່ອນແຜ່ຂະຫຍາຍຄວາມເມດຕາຂອງຫວຽດນາມ
ຍສໝ - ຄະນະຜູ້ແທນພະນັກງານ ແລະ ສະມາຊິກສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລີ່ມດົງ ໂດຍທ່ານ ຫງວຽນບານ, ປະທານສະມາຄົມ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນ ແຮກສ່ຽວຂອງປະເທດລາວ ແຕ່ວັນທີ 26 ພຶດສະພາ ຫາວັນທີ 2 ມິຖຸນາ.
ຍສໝ - ຮ່າຕິ້ງ ຍາມໃດກໍ່ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງ ລາວ, ພິເສດແມ່ນແຂວງ ບໍລິຄຳໄຊ, ຄຳມ່ວນ, ນະຄອນຫຼວງວຽງຈັນ... ຮ່າຕິ້ງ ແລະ ບັນດາທ້ອງຖິ່ນຂອງລາວ ກໍ່ຈັດຕັ້ງການພົບປະເຮັດວຽກຢ່າງເປັນປະຈຳ, ແລກປ່ຽນຂໍ້ມູນ, ເພີ່ມທະວີການສົມທົບກັນຢ່າງຕັ້ງໜ້າ, ພິເສດແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ, ການດຶງດູດການລົງທຶນ...
ຍສໝ - ໃນການເຂົ້າຮ່ວມຫຼັກສູດຮຽນ, ພະນັກງານ, ລັດຖະກອນແຂວງ ຮ່າຕິ້ງ ຈະໄດ້ຮັບການຮ່ຽນຮູ້ກ່ຽວກັບພາສາ, ຮີດຄອງປະເພນີ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຂອງລາວ.
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Khurelsukh Ukhna, ປະທານາທິບໍດີ ມົງໂກລີ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດລາວ ແລະ ຄະນະຜູ້ແທນ ໄດ້ມີການຢ້ຽມຢາມທາງລັດຖະກິດຢູ່ ມົງໂກລີ ນັບແຕ່ວັນທີ 11 – 12 ມິຖຸນານີ້ ເພື່ອຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ໄດ້ມາເຮັດວຽກຢູ່ສຳນັກງານຂອງໜັງສືພິມ ລາວດົ້ງ ເພື່ອແລກປ່ຽນບົດຮຽນວິຊາການລະຫວ່າງສອງຝ່າຍ.
ຍສໝ - ວັນທີ 10 ມິຖຸນາ, ຢູ່ແຂວງເທື່ອທຽນເຫ້ວ ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສູນອະນຸລັກຮັກສາຮ່ອງຮອຍກຸງເກົ່າເຫ້ວ ແລະ ສາຂາສະມາຄົມ Yangpyeong ຂຶ້ນກັບສະມາຄົມວັດທະນະທຳ ແລະ ສິລະປະ ສ.ເກົາຫຼີ.
ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ໃນສະພາບການຜັນແປຢ່າງສັບສົນໃນໂລກ ແລະ ພາກພື້ນ, ການປົກປັກຮັກສາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ໄດ້ຮັບການຜັນຂະຫຍາຍຜ່ານບັນດາຊ່ອງທາງການເມືອງລະດັບສູງ, ການທູດແຫ່ງລັດ ເທົ່ານັ້ນ ຫາກຍັງດຳເນີນຜ່ານບັນດາຊ່ອງທາງການທູດປະຊາຊົນອີກດ້ວຍ.
ຍສໝ - ການພົບປະແລກປ່ຽນ, ຮ່ວມມື, ແບ່ງປັນປະສົບການກ່ຽວກັບວຽກງານວິຊາສະເພາະລະຫວ່າງສານປະຊາຊົນຂັ້ນສູງຢູ່ ດານັງ ແລະ ສານປະຊາຊົນພາກກາງລາວ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ.
ຍສມ - ໃນສົກຮຽນ 2024-2025, ນາມດິ້ງ ຄາດວ່າຈະເປີດຊຸດຝຶກອົບຮົມແບບເຊິ່ງໜ້າ ຫຼື ອອນລາຍ ໃຫ້ບັນດາພະນັກງານ, ຄູອາຈານແຂວງອຸດົມໄຊ ກ່ຽວກັບວຽກງານຄຸ້ມຄອງ ແລະ ການສອນ, ພິເສດ ແມ່ນວິຊາວິທະຍາສາດທຳມະຊາດ.
ຍສໝ - ວັນທີ 5 ມິຖຸນາ, ຢູ່ນະຄອນດານັງ, ຄະນະປະຕິບັດງານສໍານັກພິມ ແລະ ຈໍາໜ່າຍປື້ມແຫ່ງລັດ ລາວ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດພິມໜັງສືພິມປະຊາຊົນ ດານັງ ຈຳກັດຜູ້ດຽວ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສຶ ເຖິດ.
ຍສໝ - ວັນທີ 3 ມິຖຸນາ, ຢູ່ເມືອງ ຫົວເມືອງ, ແຂວງ ຫົວພັນ, ພາກເໜືອຂອງ ລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບໂຄງການ “ກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງ ຫົວເມືອງ”.
ຍສໝ - ເຂົ້າຮ່ວມງານຕະຫຼາດນັດວັດທະນະທຳ ແລະ ອາຫານສາກົນ, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ທັງເຄື່ອນໄຫວການກຸສົນ, ທັງສົມທົບເຜີຍແພ່ຮູບພາບຂອງປະເທດຊາດ.
ຍສໝ - ວັນທີ 27 ພຶດສະພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ La Habana ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2024-2029, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ - ກູບາ.
ຍສໝ - ໃນໄລຍະຢ້ຽມຢາມ ແລະ ສຶກສາຢູ່ ຫວຽດນາມ ແຕ່ວັນທີ 21 ພຶດສະພາ – 12 ມິຖຸນາ 2024, ຄະນະຜູ້ແທນອາຈານ ແລະ ນັກສຶກສາຂອງໂຮງຮຽນ O'neil ກ່ຽວກັບວຽກງານສາທາລະນະ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລ Indiana (ອາເມລິກາ) ໄດ້ເຂົ້າຮ່ວມການແລກປ່ຽນຂໍ້ມູນກ່ຽວກັບ “ປະຫວັດສາດ, ການພັດທະນາສັງຄົມຂອງຫວຽດນາມ ແລະ ສິ່ງແວດລ້ອມ ແລະ ເປົ້າໝາຍໃນອະນາຄົດ” ແລະ “ຂະບວນການປ່ຽນໃໝ່ຢູ່ຫວຽດນາມ ແລະ ທັດສະນະຂອງປະຊາຊົນຫວຽດນາມ ກ່ຽວກັບການຫັນເປັນໂລກາພິວັດ”.
ຍສໝ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ທີ່ໂຮງແຮມ ຈຳປາ, ເມືອງ ເຊິມເຊີນ, ສະຫາຍ ໂດ໊ຈ່ອງຮຶງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ກຳມະການຄະນະປະຈຳພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ ຫົວພັນ, ເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການວຽກງານຂອງ ສະພາປະຊາຊົນສອງແຂວງ ໄດ້ຈັດຂຶ້ນຢູ່ທີ່ແຂວງ ແທງຮວ໋າ. ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍຄື: ສະຫາຍ ເລຕ໋ຽນລາມ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງ; ສະຫາຍ ຫງວຽນກວາງຫາຍ, ຮອງປະທານສະພາປະຊາຊົນແຂວງ ...
ຍສໝ - ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫລີ ວູໂຫ່ ແລ້ວ, ຜົນສຳເລັດໃນການປະສົມປະສານແມ່ນ “ຄວາມຫຼັກແຫຼ່ງ” ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສະນັ້ນ, ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເພື່ອແນໃສ່ຊຸກຍູ້ ““ຄວາມຫຼັກແຫຼ່ງ” ຂອງການພົວພັນຫວຽດນາມ - ສເກົາຫຼີ.
The document has moved here.