ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

17:15 | 14/06/2024

ທະຫານໝວກເບເລສີຟ້າ​ຍິງ​ຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza ຫວຽດນາມ ຊົມ​ເຊີຍ​ມະຕິເລກທີ 2728 ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່​ເຂດ Gaza

ທະຫານ​ຍິງ​ຫວຽດນາມ ​ໄດ້​ນຳ​ເອົາ​ນ້ຳໃຈ​ອັນເມດຕາຈິດ ​ແລະຈິດໃຈ​ສາກົນ​ອັນ​ສູງ​ສົ່ງ​ ເພື່ອປະຕິບັດພາລະກິດ​ປົກ​ປັກ​ຮັກສາ​ສັນຕິພາບ​ສາກົນ.

ປີ​ນີ້​ແມ່ນ​ຄົບຮອບ 10 ປີ​ທີ່ ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ (2014 - 2024). ໃນຕະຫຼອດໄລຍະ 10 ປີຜ່ານມາ, ນາຍທະຫານ, ທະຫານປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບ ສະຫະປະຊາຊາດ, ໃນນັ້ນມີທະຫານຍິງກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ ເພື່ອນໍາມາເຊິ່ງອະນາຄົດທີ່ສົດໃສກວ່າໃຫ້ແກ່ປະຊາຊົນຢູ່ບັນດາປະເທດທີ່ປະສົບກັບສົງຄາມພາຍໃນ ຄື: ສາທາລະນະລັດ ອາຟະຣິກາກາງ, ສາທາລະນະລັດຊູດັງໃຕ້, ຫຼືເຂດ Abyei. ທະຫານ​ຍິງ​ຫວຽດນາມ ​ຄື​ດອກຕະບອງເພັດ ​ທີ່​ມີ​ຄວາມ​ຢືດຢຸ່ນ​ຢູ່​ທ່າມກາງ​ຊາຍຮ້ອນຂອງ​ອາ​ຟະຣິກາ.

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ປະຊາຊົນທ້ອງຖິ່ນມີນ້ຳໃຈຄວາມຮັກແພງອັນ​ພິ​ເສດ​ຕໍ່​ທະຫານ​ຍິງ​ຫວຽດນາມ - ​ພາບ: vovworld.vn

ຢູ່ ສາທາລະນະ​ລັດ ອາ​ຟະ​ຣິ​ກາ​ກາງ, ທ່ານພັນໂທ ນາງ ຫວູ​ທິ​ລຽນ, ນັກຮົບໝວກເບເລສີຟ້າຫວຽດນາມ ພວມສອນ​ພາ​ສາ​ຝ​ລັ່ງ​ໃຫ້​ແກ່​ກອງ​ທັບ​ປະ​ເທດປະຖໍາຖິ່ນ. ເອື້ອຍ ລຽນ ​ແມ່ນ​ນາຍ​ທະຫານ​ຫວຽດນາມ​ຜູ້​ທຳ​ອິດ​ທີ່​ປະຕິບັດ​ໜ້າ​ທີ່​ຢູ່ຄະນະປະຕິບັດງານຝຶກແອບ​ຂອງ​ສະຫະພາບ​ເອີ​ລົບ ​ຢູ່​ສາທາລະນະ​ລັດ ອາ​ຟະ​ຣິ​ກາ​ກາງ (EUTM RCA) ​ແຕ່​ເດືອນທັນວາ 2022 ຮອດ​ປະຈຸ​ບັນ, ດ້ວຍ​ໜ້າ​ທີ່​ບຳລຸງ​ສ້າງໃຫ້​ກອງທັບ​ແຫ່ງຊາດ. ​ແບ່ງປັນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຕົນ, ທ່ານພັນໂທ ນາງ ຫວູ​ທິລຽນ​ ໃຫ້​ຮູ້​ວ່າ: “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ເຮັດ​ວຽກ​ຢູ່​ສະພາບແວດລ້ອມສາກົນ​. ຂ້າພະເຈົ້າປະເຊີນໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ທີ​ໜຶ່ງ, ​ແມ່ນ​ສິ່ງທ້າ​ທາຍ​ກ່ຽວ​ກັບ​ດິນຟ້າອາກາດ. ​ຢູ່ທີ່ນີ້ ມີພຽງແຕ່ 2 ລະດູ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່ ຫວຽດນາມ ມີ 4 ລະດູຢ່າງຈະແຈ້ງ. ສິ່ງດັ່ງກ່າວ​ຮຽກ​ຮ້ອງ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງປັບ​ຕົວ. ​ນອກ​ຈາກ​ນັ້ນ​, ຂ້າ​ພະ​ເຈົ້າ​ຍັງ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບໂລກລະບາດຕ່າງໆ. ທີສອງ ແມ່ນ, ເຮັດວຽກໃນສະພາບແວດລ້ອມຫຼາຍປະເທດ​ທີ່​ມີພື້ນຖານ​ວັດ​ທະ​ນະ​ທໍາ​ທີ່​ແຕກ​ຕ່າງ​ກັນ​ ​ຮຽກ​ຮ້ອງ​ໃຫ້​ຂ້າ​ພະ​ເຈົ້າຕ້ອງ​ປັບ​ຕົວເປັນເລື້ອຍໆ. ບາງ​ທີ​, ສິ່ງດັ່ງກ່າວກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ​ ເຖິງຢ່າງໃດກໍ່ຕາມ, ພາສາຕ່າງປະເທດ, ພາສາອັງກິດ ແລະພິເສດແມ່ນພາສາຝຣັ່ງ, ໄດ້ກາຍເປັນຂົວເຊື່ອມຕໍ່ຊ່ວຍໃຫ້ພວກຂ້າພະເຈົ້າໃກ້ຊິດກັນກວ່າອີກ. ນອກຈາກນັ້ນ, ຍ້ອນພາສາຝຣັ່ງ, ຂ້າພະເຈົ້າກໍ່ສາມາດສື່ສານກັບປະຊາຊົນທ້ອງຖິ່ນໄດ້ງ່າຍຂຶ້ນ.

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ທ່ານພັນໂທ ນາງ ຫວູ​ທິລຽນ​ ຢູ່ຫ້ອງສອນພາສາຝລັ່ງ ໃຫ້ແກ່ກອງທັບສາທາລະນະລັດ ອາຟະຣິກາກາງ. ພາບ: vovworld.vn

ກ່ອນ​ໜ້າ​ນັ້ນ, ກໍ່ຢູ່ເຂດ​ອາ​ຟະຣິກາ​ກາງ, ທ່ານຮ້ອຍເອກພິເສດ ນາງ ຫວູເຍິດເຮືອງ, ນາຍທະຫານ​ຍິງ​ຜູ້​ທີ 7 ຂອງ​ຫວຽດນາມ ​ທີ່​ໄປ​ປະຕິບັດ​ໜ້າ​ທີ່​ສື່​ມວນ​ຊົນ​ຢູ່​ຄະນະປະຕິບັດງານ​ສະຖຽນ​ລະ​ພາບສະສົມ​ຫຼາຍ​ດ້ານ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ສາທາລະນະ​ລັດ ອາ​ຟະຣິກາ​ກາງ (MINUSCA) ອາຍຸ​ການ 2021-2022 ກໍໄດ້ຜ່ານສະພາບດິນຟ້າອາກາດທີ່ຮ້າຍແຮງຂອງດິນແດນ ອາຟະຣິກາ. ເອື້ອຍ ເຮືອງ ​ໄດ້​ເລົ່າຫວນ​ຄືນ​ວ່າ: “ຢູ່ຫ້ອງ​ສື່ສານຂອງຄະນະປະຕິບັດງານ, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຕ້ອງ​ຮັບ​ເອົາ​ບັນດາ​ວຽກ​ງານ​ທີ່ກະທັນຫັນ, ຕົ້ນຕໍ​ແມ່ນ​ຕິດຕາມ​ບັນດາ​ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ຜູ້​ບັນຊາ​ການ ຫຼື ຮອງ​ຜູ້​ບັນຊາ​ການ​ຄະນະປະຕິບັດງານໄປ​ຍັງ​ເຂດ ​ຫຼື ​ເຂດ​ທີ່​ມີ​ບັນຫາ​ຕ້ອງ​ແກ້​ໄຂ. ໜ້າທີ່ຂອງຂ້າພະເຈົ້າແມ່ນເພື່ອຖ່າຍວິດີໂອ ແລະ ລົງຂ່າວໃນວາລະສານຂອງຄະນະປະຕິບັດງານ. ວຽກງານຂອງຂ້າພະເຈົ້າ ຕ້ອງອອກໄປແດດຫຼາຍ. ມີບ່ອນມີອຸນຫະພູມສູງຫຼາຍ, ຖ້າບໍ່ມີສຸຂະພາບດີ, ກໍ່ຍາກທີ່ຈະປະຕິບັດໄດ້. ນອກຈາກນັ້ນ, ມີບາງວຽກທີ່ພວກຂ້າພະເຈົ້າ​ບໍ່​ເຄີຍ​ປະສົບ​ຢູ່​​ຫວຽດນາມ ​ຄືຂີ່​​ເຮ​ລິ​ກົບ​ແຕ​ໂດຍ​ບໍ່​ມີ​ສາຍ​ຮັດ​ນິລະ​ໄພ, ບໍ່​ມີ​ປະຕູ, ​ແລະ​ຖ່າຍວິດີໂອພ້ອມກັບກອງກໍາລັງ​ລາດຕະ​ເວນ​ທາງ​ອາກາດ. ນັ້ນ​ແມ່ນ​ຄວາມ​ຊົງ​ຈຳ​ໃນວຽກງານ ເຊິ່ງຂ້າພະເຈົ້າບໍ່ອາດລືມໄດ້”.

​ເດືອນ​ມັງກອນ​ປີ 2018, ຫວຽດນາມ ​ໄດ້​ເລີ່​ມສົ່ງ​ນາຍທະຫານ​ຍິງ​ຄົນ​ທຳ​ອິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ມາ​ຮອດ​ປະຈຸ​ບັນ, ນາຍທະຫານ ​ແລະ​ທະຫານ​ຍິງຫວຽດນາມ 114 ຄົນ ​ ​ໄດ້​ອອກ​ໄປ​ຮັບໜ້າທີ່ໃນຖານະ​ບຸກຄົນ, ກົມກອງ, ​ໃນບົດບາດແມ່ນນາຍທະຫານເສນາທິການ, ນັກສັງ​ເກດ​ການ​ທະຫານ, ນາຍທະຫານ​ສື່ສານ ​ແລະທະຫານ​ຍິງ​ຢູ່​ເຂດ Bentiu ຂອງ​ຊູ​ດັງ​ໃຕ້, ​ເຂດ Abyei ແລະສາທາລະນະລັດອາຟະຣິກາກາງ.

ສຳລັບ​ບັນດາ​ທະຫານຍິງ ຫວຽດນາມ, ການໄດ້​ກາຍ​ເປັນ​ທະຫານໝວກເບເລສີຟ້າ ​ແມ່ນຄວາມເປັນ​ກຽດ​ອັນ​ໃຫຍ່​ຫຼວງ. ທ່ານ​ຮ້ອຍເອກພິເສດ ນາງ ຫວູເຍິດເຮືອງ ​ໄດ້​ແບ່ງປັນວ່າ: “ໄດ້ໃສ່ຫົວໝວກເບເລ​ສີຟ້າ ​ແລະນຸ່ງຊຸດ​ທະຫານ​ທີ່​ມີ​ຄຳ​ວ່າ ຫວຽດນາມ ຢູ່​ໜ້າ​ເອິກ, ຂ້າພະ​ເຈົ້າຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ. ນັ້ນບໍ່​ພຽງ​ແຕ່​ແມ່ນຄວາມເປັນ​ກຽດ​ຂອງ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຫາກ​ຍັງ​ຄວາມເປັນ​ກຽດສໍາລັບຄອບຄົວ ແລະຫມູ່ເພື່ອນຂອງຂ້າພະເຈົ້າອີກດ້ວຍ".

ທະຫານ​ຍິງ​ ໝວກເບເລສີຟ້າຫວຽດນາມ ​ຢູ່​ທ່າມກາງເຂດ​ຊາຍຮ້ອນອາ​ຟະຣິກາ

ນອກໂມງ​ປະຕິບັດ​ໜ້າ​ທີ່, ທ່ານຮ້ອຍເອກພິເສດ ນາງ ຫວູເຍິດເຮືອງ ​ໄປ​ສອນ​ເດັກນ້ອຍ​ຢູ່​ທ້ອງ​ຖິ່ນ. ພາບ: vovworld.vn

ທ່າມກາງ​ເຂດ​ຊາຍຮ້ອນ​ອາ​ຟະຣິກາ, ນອກໂມງປະຕິບັດ​ໜ້າ​ທີ່, ທະຫານ​ຍິງ​ຫວຽດນາມ ​ຍັງ​ຊ່ວຍ​ເຫຼືອ​ປະຊາຊົນ​ປູກ​ຝັງ, ແນະ​ນຳ​ແມ່ຍິງ​ທ້ອງ​ຖິ່ນ​ໃນ​ການ​ຕັດຫຍິບ, ສອນ​ໃຫ້ເດັກນ້ອຍ, ​ກວດ ​ແລະປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ​ຢູ່​ເຂດຕັ້ງທັບ.

ທ່ານໍພັນເອກ ນາງ ຫງວຽນ​ທິລຽນ, ອະດີດນາຍທະຫານຂົນຂວາຍ, ກອງຊ່າງແສງ​ເລກ 1 ຢູ່​ຄະນະປະຕິບັດງານ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ເຂດ Abyei (UNISFA) ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ກໍານົດ​ວ່າ: ຕົນເອງໄປເຮັດຫຍັງ? ຕົນເອງໄປຮັກສາສັນຕິພາບ, ມີຄວາມໝາຍແມ່ນ ນໍາມາເຊິ່ງຮອຍຍິ້ມໃຫ້ປະຊາຊົນ”.

ທ່ານຮ້ອຍເອກພິເສດ ນາງ ຫວູເຍິດເຮືອງ ແບ່ງປັນ​ວ່າ: “ພວກ​ຂ້າພະ​ເຈົ້າ​ກໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ການກຸສົນ​ຢູ່​ໝູ່​ບ້ານ​ເດັກ ​ທີ່ນະຄອນຫຼວງ Bangui, ສະຖານທີ່​​ຮັບ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 7 ປີ ປະມານ 25 – 30 ຄົນທີ່ ຖືກປະພາຍຫຼັງ​ການ​ປະ​ທະ​ກັນ ​ຫຼືເຫດການສັງຄົມຕ່າງໆ. ໝູ່ບ້ານ​ໄດ້​ຮັບ​ການ​ໜູນ​ຊ່ວຍ; ແຕ່ບໍ່ຫຼາຍປານໃດ. ພວກຂ້າພະເຈົ້າໄປທີ່ນັ້ນເພື່ອສະຫນອງອາຫານ, ເຄື່ອງດື່ມ, ເຄື່ອງຫຼິ້ນທີ່ພວກຂ້າພະເຈົ້າໄດ້ກະກຽມຈາກ ຫວຽດນາມ ຫຼື ເຄື່ອງທີ່ຜະລິດຄືນໃໝ່ ຈາກ ກາບເຈ້ຍ, ກະປ໋ອງ, ... ເພື່ອເຮັດເຄື່ອງຫຼິ້ນໃຫ້ເດັກນ້ອຍ".

ເກັ່ງດ້ານວິຊາສະເພາະ, ວິຊາຊີບ, ກຽມພ້ອມທີ່ຈະຮັບມືກັບຄວາມຫຍຸ້ງຍາກ, ລຳບາກ ແລະສິ່ງທີ່ຂາດຄວາມໝັ້ນຄົງຢູ່ເຂດປະຕິບັດໜ້າທີ່, ທະຫານຍິງຫວຽດນາມ ໄດ້ນຳມາເຊິ່ງນໍ້າໃຈເມດຕາປານີ, ຈິດໃຈສາກົນອັນສູງສົ່ງ ເພື່ອປະຕິບັດພາລະກິດຮັກສາສັນຕິພາບສາກົນ. ຈຸເອື້ອຍ ໄດ້ ແລະພວມປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ, ຜ່ານ​ນັ້ນ ກໍ່​ໄດ້​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ​ເຫັນ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ຮັກ​ຫອມສັນຕິພາບ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ມີ​ນ້ຳ​ໃຈເມດຕາປານີ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.