ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.

08:50 | 15/06/2024

ຍສໝ - ວັນທີ 14 ມິຖຸນາ ຢູ່ໂຮງຮຽນນາໆຊາດ St. Nicholas School, ດານັງ ໄດ້ເປີດກອງ​ປະ​ຊຸມ​ໃຫຍ່​​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ຄັ້ງ​ທີ 5 ສະໄໝ 2024 – 2029 ຢູ່​ນະ​ຄອນ ດາ​ນັງ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.
ໄທ - ທ້ອງຕະຫຼາດນຳເຂົ້າໝາກ​ທຸລຽນ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ

ຕາມ​ບົດ​ລາຍ​ງານ​ທີ່​ນຳ​ສະ​ເໜີ​ຢູ່​ກອງ​ປະຊຸມ​ໃຫຍ່​ແລ້ວ, ​ໃນສະໄໝ 2020 – 2024, ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ນະຄອນ ດາ​ນັງ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ຜົນ​ກະທົບ​ຈາກ​ໂລກ​ລະບາດ Covid - 19, ​ໄດ້ປະຕິບັດສຳ​ເລັດ​ຕາມ​ຄາດໝາຍ ​ແລະ ໜ້າທີ່; ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ນະຄອນ ດາ​ນັງ ​ແລະ ​ໄທ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ - ​ໄທ.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.

ທ່ານ ຫງວຽນ​ວຽດລວານ, ຮອງ​ປະ​ທານ​ - ເລ​ຂາ​ທິ​ການ​ໃຫຍ່​ສູນກາງສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ກ່າວ​ຄຳ​ປາໄສ​ທີ່​ກອງ​ປະ​ຊຸມ.

ສະມາຄົມ​ໄດ້​ຈັດ​ຕັ້ງບັນດາ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຕື່ນ​ເຕັ້ນ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ​ຄື: ການສຳມະນາ​ສາກົນ​ສົມທົບ​ກັບ​ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ເຊື່ອມ​ຕໍ່​ການ​ຄ້າ - ການ​ລົງທຶນ - ການທ່ອງ​ທ່ຽວ​ ດາ​ນັງ - ​ໄທ; ​ເຂົ້າ​ຮ່ວມ​ຄະນະ​ເຮັດ​ວຽກຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ​ໃນ​ການ​ເດີນທາງ​ໄປເຮັດວຽກຢູ່ ​ໄທ (​ເດືອນ​ສິງຫາ ປີ 2022); ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ແລະ ສູນກາງສະມາຄົມ​ມິດຕະພາບ ​ຫວຽດນາມ - ​ໄທ ຈັດ​ຕັ້ງ​ກອງ​ປະຊຸມ​ຮ່ວມ​ຄັ້ງ​ທີ 12 ລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ​ ໄທ - ຫວຽດນາມ; ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ ​ໄທ ​​ຫຼາຍ​ຄະນະ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາ​ນັງ; ​ເພີ່ມ​ທະວີ​ວຽກ​ງານ​ຖະ​ແຫຼ​ງຂ່າວການ​ຕ່າງປະ​ເທດ... ພ້ອມ​ກັນ​ນັ້ນ, ກໍ່​ຮັກສາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​​ກົງສຸນໃຫຍ່ ​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ສູນກາງສະມາຄົມ​ມິດຕະພາບ ​ຫວຽດນາມ - ​ໄທ... ​ໃນ​ໄລຍະ​ປະຕິບັດການເຄື່ອນໄຫວ.

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຖ່າຍຮູບທີ່ລະນຶກ.

ກອງ​ປະຊຸມ​ໄດ້​ປະຊຸມເຈລະຈາກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ, ຄະນະ​ກວດກາ ​ແລະ ຄະນະ​ປະຈຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ນະຄອນ ດານັງ ​ສະໄໝ 2024 - 2029. ທ່ານ​ ຟ້າ​ມຮຶວ​ຮວາ ​ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ-​ໄທ ​ຢນະຄອນ ​ດ່າ​ນັງ​ ໃນສະໄໝໃໝ່.

ກ່າວ​ຄຳ​ປາໄສ​ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່, ທ່ານ ຫງວຽນ​ວຽດ​ລວານ, ຮອງ​ປະ​ທານ, ເລຂາທິການໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ໄດ້​ສົ່ງ​ຄຳ​ຊົມ​ເຊີຍ​ຈາກ​ສະ​ຫາຍ​ພົນ​ໂທ ຮອງ​ສາ​ສະ​ດາ​ຈານ. ດຣ ຫງວຽນວັນແທ່ງ, ອະດີດກໍາມະການສູນກາງພັກ, ຮອງປະທານສະພາທິດສະດີສູນກາງ, ປະທານສະມາຄົມມິດຕະພາບ ຫວຽດນາມ-ໄທ ມາ​ຍັງ​ກອງ​ປະ​ຊຸມ​ໃຫຍ່ . ທ່ານໄດ້ຕີ​ລາຄາສູງ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ນະຄອນ ດານັງ ບັນລຸ​ໄດ້​ໃນ​ສະໄໝ 2020-2024. ພ້ອມ​ກັນ​ນັ້ນ, ກໍ​ສະ​ເໜີ​ໃຫ້​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ນະຄອນ ດານັງ ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວຫຼາຍ​ກ່ວາ​ອີກ ​ແລະ ​ປະຕິບັດ​ວຽກ​ງານ​ພັດທະນາ​ສະມາຊິກ​ໃຫ້ເປັນຢ່າງ​ດີ... ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ ຫງວຽນ​ຫງອກ​ບິ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ ດາ​ນັງ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ໄທ ​ເວົ້າ​ລວມ ​ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ດາ​ນັງ ​ແລະ ​ໄທ ເວົ້າ​ສະເພາະ. ທ່ານ​ສະ​ເໜີ​ວ່າ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່, ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ນະຄອນ ດາ​ນັງ ​ຈະມອບໝາຍ​ໜ້າ​ທີ່ ​ແລະ ສ້າງແຜນການ​ເຄື່ອນ​ໄຫວ​ ເພື່ອຜັນຂະຫຍາຍປະຕິບັດ​ມະຕິ​ກອງ​ປະຊຸມ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໂດຍ​ໄວ.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024 ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024

ຍສໝ - ວັນທີ 29 ພຶດສະພາ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ເກີນເທີ ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຈັດຕັ້ງພິທີປຸກລະດົມ “ເດືອນກະທຳເພື່ອເດັກນ້ອຍ ປີ 2024”, ໂດຍຫົວຂໍ້ “ການກະທຳທີ່ແທດເໝາະ, ບູລິມະສິດແຫຼ່ງຊັບພະຍາກອນໃຫ້ເດັກນ້ອຍ”.

ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ ງານມະຫະກຳກິລານັກຮຽນ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 13 ໄດ້ດຳເນີນຢູ່ນະຄອນ ດານັງ

ຍສໝ - ງານມະຫະກຳກິລາ​ນັກຮຽນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຄັ້ງ​ທີ 13 ຈະໄດ້ດຳເນີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 9 ມິຖຸນາ 2024 ຢູ່​ນະຄອນ​ ດາ​ນັງ. ງານມະຫະກຳຄັ້ງ​ນີ້​ມີ​ນັກ​ກິລາ ​ແລະ ຄູ​ເຝິກ 1.300 ກວ່າ​ຄົນຂອງຄະນະກິລາ​ທີ່​ມາ​ຈາກ 10 ປະ​ເທດ​ຄື: ບຣູ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ...

ມິງດຶກ

302 Found

Found

The document has moved here.