Abyei - ບ່ອນແຜ່ຂະຫຍາຍຄວາມເມດຕາຂອງຫວຽດນາມ

09:04 | 14/06/2024

Abyei - ບ່ອນແຜ່ຂະຫຍາຍຄວາມເມດຕາຂອງຫວຽດນາມ

ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei
ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei ນັກຮົບໝວກເບເລສີຟ້າຫວຽດນາມ ກວດພະຍາດໃຫ້ຄູອາຈານຢູ່ Abyei

“ຫວຽດນາມ, ໂຮ່ຈີມິນ”, ບັນດາສຽງຮ້ອງບໍ່ຢຸດຂອງພວກນ້ອງນ້ອຍ ກວ່າ 1.000 ຄົນ ມືຈັບທຸງແດງດາວເຫຼືອງ ແລະທຸງແດງຄ້ອນຕີກ່ຽວຄຳ, ຈັດເປັນສອງ ແຖວຢືນຢູແຄມທາງເຂົ້າໂຮງຮຽນອະນຸບານ. ທຸງແດງດາວເຫຼືອງຂະໜາດໃຫຍ່ປິວສະ ບັດຢ່າງທະນົງອົງອາດຢູ່ເສົາສູງ, ປັກຢູ່ປະຕູໂຂງຂອງໂຮງຮຽນ. ບັນຍາກາດໃນຕອນ ເຊົ້າວັນທີ 12 ມີຖຸນາ ນີ້ບໍ່ແມ່ນຢູ່ຫວຽດນາມ, ຢູ່ Abyei, ແຜ່ນດິນຂອງການປະທະ ກັນ, ໄພທຳມະຊາດ ແລະໄພອຶດຫິວທຸກຍາກ, ບ່ອນທີ່ກອງຊ່າງແສງເລກ 2 ຂອງກອງ ທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ໃນພາລະກຳຮັກສາສັນຕິພາບສະຫະປະຊາ ຊາດ.

Abyei - ບ່ອນແຜ່ຂະຫຍາຍຄວາມເມດຕາຂອງຫວຽດນາມ

ພວກນ້ອງນ້ອຍນັກຮຽນໂຮງຮຽນອະນຸບານເທດສະບານ Abyei ຕ້ອນຮັບສະຫາຍພົນຕີ ຟ້າມເຈື່ອງເຊີນ ແລະຄະນະປະຕິບັດງານ. ພາບ: ງອັກຮືງ

ພິທີຕ້ອນຮັບຄະນະປະຕິບັດງານລະຫວ່າງຂະແໜງການກ່ຽວກັບຫວຽດນາມ ເຂົ້າ ຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ນຳໂດຍທ່ານພົນຕີ ຟ້າມເຈື່ອງ ເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄປຢ້ຽມຢາມໂຮງຮຽນອະນຸບານເທດສະບານ Abyei ເລີ່ມຕົ້ນຄືແນວນັ້ນ. ໄປຮອດ ບ່ອນໃດໃນໂຮງຮຽນຂອງບັນດາເດັກກຳພ້ານີ້, ຄະນະປະຕິບັດງານກໍ່ໄດ້ຕ້ອນຮັບດ້ວຍ ສຽງຮ້ອງ, ວາດຟ້ອນທີ່ເຂ້ັມຂຸນໄປດ້ວຍສີສັນວັດທະນະທຳທ້ອງຖິ່ນເມື່ອຕ້ອນຮັບບັນ ດາຜູ້ທີ່ຮັກແພງທີ່ສຸດ.

ພະນັກງານຄົນໜຶ່ງ ຂອງໂຮງຮຽນອະນຸບານເທດສະບານ Abyei ຢັ້ງຢືນວ່າ “ຄົນຫວຽດນາມ ບໍ່ແມ່ນແຂກ, ແມ່ນຄົນໃນຄອບຄົວຂອງພວກຂ້າພະເຈົ້າ. ໄປຮອດບ່ອນໃດຢູ່ Abyei ນີ້, ພວກເພື່ອນກໍ່ໄດ້ຕ້ອນຮັບແບບນີ້”.

ບັນດານັກຮົບຮັກສາສັນຕິພາບຫວຽດນາມ ໄປຍັງ Abyei-ແຜ່ນດິນກວ້າງກວ່າ 10.000km2 ຫາກໍ່ເກີດຂຶ້ນການປະທະກັນລະຫວ່າງ ຊູດງ ແລະຊູດັງໃຕ້, ຖືກພັງທະ ລາຍຍ້ອນຄວາມຂັດແຍ່ງລະຫວ່າງເຊື້ອຊາດຜິວພັນ ແລະປະທະກັນ ພາໃຫ້ປະຊາຊົນ ຕ້ອງຖືປືນຕອນເດີນທາງເປັນເລື່ອງປົກກະຕິຍ້ອນວ່າຂາດຄວາມສະຫງົບ-ແຕ່ຕົ້ນປີ 2022. ໄລຍະນັ້ນຈົນຮອດປະຈຸບັນເວລາບໍ່ຍາວປານໃດ, ແຕ່ວ່າອາລົມຈິດ ຂອງປະຊາຊົນຢູ່ທີ່ນີ້ເມື່ອຕ້ອນຮັບສະຫາຍພົນຕີ ຟ້າມເຈື່ອງເຊີນ ດ້ວຍພິທີການສູງ ສຸດ, ຮັກແພງທີ່ສຸດເມື່ອເຕື້ອງເຖິງຄວາມມານະພະຍາຍາມຂອງບັນດານັກຮົບໃສ່ ໝວກເບເລຫວຽດນາມ ໃນວຽກງານຂົນຂວາຍປະຊາຊົນ, ຊ່ວຍເຫຼືອປະຊາຊົນທ້ອງ ຖິ່ນດ້ວຍນໍ້າໃຈເມດຕາຈິດ.

Abyei - ບ່ອນແຜ່ຂະຫຍາຍຄວາມເມດຕາຂອງຫວຽດນາມ
ທ່ານພົນຕີ ຟ້າມເຈື່ອງເຊີນ ພົບປະກັບນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນເທດສະບານ Abyei. ພາບ: ງອັກຮືງ

ສືບທອດມູນເຊື້ອຂອງກອງຊ່າງແສງເລກ 1 ໂດຍພັນເອກພິເສດ ມາກດຶກຈ້ອງ ການນຳຢູ່ Abyei, ກອງຊ່າງແສງເລກ 2 ຂອງຫວຽດນາມ ຢູ່ຄະນະປະຕິບັດງານປ້ອງ ກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດຢູ່ເຂດ Abyei (UNISFA) ສືບຕໍ່ສ້ອມ ແປງຫ້ອງຮຽນ, ມອບຫ້ອງຮຽນໃໝ່, ມອບໂຕະຕັ່ງໃຫ້ບັນດາໂຮງຮຽນ, ສາຍຮູບເງົາໃຫ້ ເດັກນ້ອຍ, ສ້າງທາງໃຫ້ປະຊາຊົນ. ຢູ່ໃກ້ກັບປະຊາຊົນ, ຈິງໃຈກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນຈົນສຸດຄວາມສາມາດຂອງຕົນເມື່ອເຂົາເຈົ້າຕ້ອງການ, ເນື່ອງ ຈາກນັ້ນປະຊາຊົນ Abyei ສະຫງວນໃຫ້ທະຫານຫວຽດນາມ ນ້ໍາໃຈພິເສດທີ່ສຸດ.

ນອກຈາກບັນດາທ່າທີດ້ວຍເຈດຕະນາດີຕໍ່ກັບທະຫານໃສ່ໝວກເບເລສີຟ້າຫວຽດນາມ, ປະຊາຊົນຢູ່ທີ່ນີ້ຍັງຢັ້ງຢືນວ່າ “ຫວຽດນາມ ກັບສະຫະປະຊາຊາດ ມີດວງໃຈ” ຫຼື “ທະຫານຫວຽດນາມ ຢູ່ທີ່ນີ້ແມ່ນກຸ່ມຊົນເຜົ່າທີ່ 10 ຂອງພວກຂ້າພະເຈົ້າ” (ຢູ່ Abyei ມີ 9 ກຸ່ມຊົນເຜົ່າ).

ແບ່ງປັນກັບທ່ານພົນຕີ ຟ້າມເຈື່ອງເຊີນ ໃນຕອນເຊົ້າວັນທີ 12 ມີຖຸນາ ທີ່ພິທີມອບຮັບ 2 ຫ້ອງຮຽນ ແລະ 01 ຫ້ອງກິນໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນເທດສະບານ Abyei ກ່ອນເມື່ອໄປຢ້ຽມຢາມໂຮງຮຽນອະນຸບານ, ທ່ານ Nyinkuany Aguer Bol, ລັດຖະມົນ ຕີກະຊວງສຶກສາ Abyei, ຮັບຮູ້ການໜູນຊ່ວຍອັນໃຫຍ່ຫຼວງຈາກກອງທັບປະຊາຊົນ ຫວຽດນາມ. ທ່ານໃຫ້ຮູ້ວ່າ ນີ້ບໍ່ແມ່ນຄັ້ງທຳອິດທີ່ກອງຊ່າງແສງຫວຽດນາມ ທີ່ເຮັດບັນ ດາວຽກງານແທດຈິງໃຫ້ປະຊາຊົນ Abyei, ພິເສດແມ່ນຢູ່ບັນດາໂຮງຮຽນ. ເຂົາເຈົ້າ ໄດ້ສ້າງຫ້ອງຮຽນ, ຫໍສະໝຸດ, ນ້ຳສ້າງ ແລະເດີນເຕະບານ, ສົ່ງຜົນກະທົບຢ່າງຕັ້ງໜ້າ ເຖິງລະບົບການສຶກສາຢູ່ Abyei. ໃນສອງປີຜ່ານມາ, ເຂົາເຈົ້າໄດ້ດໍາເນີນການສ້າງເສັ້ນ ທາງໃໝ່, ເຂົ້າຮ່ວມກູ້ຊີບ-ກູ້ໄພ... ທ່ານ Nyinkuany Aguer Bol ຕື້ນຕັນໃຈ ເວົ້າວ່າ “ບັນດາສິ່ງທີ່ພວກເພື່ອນເຮັດທີ່ເຮັດໃຫ້ປະຊາຊົນຢູ່ ທີ່ນີ້ຮູ້ສຶກສະເທື່ອນໃຈ ແລະຮູ້ສຶກປອດໄພເມື່ອຢູ່ກັບຄົນດີ”.

ສອງຫ້ອງຮຽນໃໝ່ຫາກໍ່ໄດ້ມອບໃຫ້, ແຕ່ລະຫ້ອງກວ້າງກວ່າ 24m2, ປູກດ້ວຍໂຄງ ເຫຼັກ, ມີປະຕູ ແລະຫຼັງຄາມຸງດ້ວຍສັງກະສີກັນຄວາມຮ້ອນ, ແຕ່ນີ້ຈະປ່ຽນຫ້ອງຮຽນຢູ່ ຮົ່ມໄມ້. ຄູສອນ Garang Mithiang Arop ເປັນຄູຂອງໂຮງຮຽນມັດທະຍົມຕອນຕົ້ນ ເທດສະບານ Abyei ແບ່ງປັນວ່າ ຫ້ອງຮຽນຢູ່ຮົ່ມໄມ້ກ່ອນໜ້ານີ້ລວມມີນັກຮຽນ ມ1 ແລະ ມ2, ເນື່ອງຈາກນັ້ນຄູສອນຂອງ ຫ້ອງ ມ 1 ສອນ ນັກຮຽນຂອງ ມ 2 ກໍ່ນັ່ງຮຽນນຳ ແລະກົງກັນຂ້າມ.

ຄູສອນ Garang Mithiang Arop ເວົ້າວ່າ “ການປະສ່ວນຂອງເພື່ອນບໍ່ພຽງແຕ່ແມ່ນວັດຖຸເທົ່ານັ້ນ ຫາກຍັງຊ່ວຍເປີດປະຕູໃຫ້ແກ່ ນັກຮຽນຂອງພວກຂ້າພະເຈົ້າ. ການໜູນຊ່ວຍນີ້ໄດ້ສົ່ງຜົນກະທົບແຜ່ຂະຫຍາຍ, ບໍ່ພຽງ ແຕ່ປົວແປງເງື່ອນໄຂຮ່ຳຮຽນຂອງນັກຮຽນໃນປະຈຸບັນເທົ່ານັ້ນ ຫາກຍັງສ້າງປະຖົມປັດ ໄຈເພື່ອນັກຮຽນໃນອະນາຄົດ”.

ພົບປະກັບບັນດາເຈົ້າໜ້າທີ່, ຄູສອນ ແລະປະຊາຊົນຢູ່ທີ່ນີ້, ທ່ານພົນຕີ ຟ້າມເຈື່ອງເຊີນ ຢັ້ງຢືນວ່າ ບັນດາວຽກເຮັດທີ່ຊ່ວຍເຫຼືອປະຊາຊົນ, ໄດ້ປະຊາຊົນສະໜັບສະໜູນຈະ ປະສົບຜົນສຳເລັດ. ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການ ຢັ້ງຢືນວ່າ ກອງຊ່າງແສງຫວຽດນາມ ທີມີຈຳນວນພົນບໍ່ຫຼາຍ, ໜ້າທີ່ເຊິ່ງສະຫະປະຊາຊາດ ມອບ ໝາຍໃຫ້ກໍ່ໜັກໜ່ວງ ແຕ່ວ່າກອງຊ່າງແສງຫວຽດນາມ ຈະເຮັດຈົນສຸດຄວາມສາມາດ ຂອງຕົນເພື່ອຊ່ວຍເຫຼືອປະຊາຊົນທ້ອງຖິ່ນ. ທ່ານພົນຕີ ຟ້າມເຈື່ອງເຊີນ ເວົ້າວ່າ “ພວກ ຂ້າພະເຈົ້າ ແບ່ງປັນກັບຄວາມຫຍຸ້ງຍາກຂອງພວກເພື່ອນຄືຄົນໃນຄອບຄົວດຽວ”.

ຄວາມ​ເມດ​ຕາຫວຽດນາມ, ດ້ວຍບັນດາວຽກເຮັດແທດຈິງ, ຍັງແຜ່ຂະຫຍາຍເຖິງຫຼາຍ ເຂດຊຸມຊົນຢູ່ເຂດ Abyei. ເພາະສະນັ້ນ, ພິທີມອບ-ຮັບເຮືອເຫຼັກລຳໜຶ່ງຖືກເປ່ເພ ທີ່ໄດ້ ກອງຊ່າງແສງຫວຽດນາມ ສ້ອມແປງຄືໃໝ່ໃຫ້ປະຊາຊົນບ້ານ Mijak ຢູ່ຖານທັບ Highway- ບ່ອນຕັ້ງທັບຂອງກອງຊ່າງແສງເລກ 2 ຢູ່ຄະນະປະຕິບັດງານ UNISSFA- ຕອນສວາຍວັນທີ 12 ມີຖຸນາ ມີການເຂົ້າຮ່ວມຂອງການນຳຄະນະປະຕິບັດງານ UNISFA, ເຈົ້າໜ້າທີ່ ແລະປະຊາຊົນຢູ່ທີ່ນີ້ເກືອບຄືທັງໝົດ.

ພາຍຫຼັງພິທີມອບ-ຮັບ, ເຮືອລຳນີ້ຈະໄດ້ປະຊາຊົນນຳໃຊ້ເພື່ອຫາປາ, ໄປມາຫາສູ່ຜ່ານ ແມ່ນ້ຳ Kiir ຫຼືເປັນພາຫະນະກູ້ໄພໃນລະດູຝົນນ້ໍາຖ້ວມ. ກ່າວຄໍາເຫັນທີ່ພິທີ, ທ່ານ Chol Changath Chol, ລັດຖະມົນຕີສັນຕິພາບ ແລະໄກ່ເກຍເຂດ Abyei ຕື້ນຕັນໃຈ ໃຫ້ຮູ້ວ່າ ນີ້ແມ່ນເຮືອລຳທີ່ 3 ເຊິ່ງກອງຊ່ອງແສງຫວຽດນາມ ຊ່ວຍສ້ອມແປງ. ທ່ານ ông Chol Changath Chol ແບ່ງປັນວ່າ “ສຳລັບ ປະຊາຊົນພວກຂ້າພະເຈົ້າ, ເຮືອລຳນີ້ແມ່ນຊັບສິນທີ່ມີລ້ຳຄ່າ ແລະພຶດຕິກຳຂອງພວກ ເພື່ອນຫວຽດນາມ ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ.

ສົມເພັດ

Tags: UNISFA Abyei

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.