ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ

15:24 | 13/06/2024

ຍສໝ - ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ, ພິ​ເສດ​ແມ່ນ​ແຂວງ​ ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ນະຄອນຫຼວງ​ວຽງ​ຈັນ... ຮ່າ​ຕິ້ງ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ເຮັດ​ວຽກຢ່າງ​ເປັນ​ປະຈຳ, ແລກປ່ຽນ​ຂໍ້​ມູນ, ເພີ່ມ​ທະວີ​ການ​ສົມທົບ​ກັນຢ່າງຕັ້ງໜ້າ, ພິ​ເສດ​ແມ່ນ​ດ້ານ​ປ້ອງ​ກັນຊາ​ດ-ປ້ອງກັນຄວາມສະຫງົບ​, ການ​ສຶກສາ, ການດຶງ​ດູດ​ການ​ລົງທຶນ...

ຫວຽດນາມ ສະໜັບສະໜູນ​ບັນດາ​ປະ​ເທດ​ ອາ​ຟຣິກາ ​ເພີ່ມ​ທະວີ​ບົດບາດ​​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ທົ່ວ​ໂລກ
ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ວັນທີ 12 ມິຖຸນາ, ຄະນະປະຕິບັດງານຂອງສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍທ່ານ ເອກອັກຄະລັດຖະທູດ ນາງ ຄໍາເພົາ ເອີນທະວັນ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຂ່ຳນັບການນໍາແຂວງ ຮ່າຕິ້ງ.

ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ນາງ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ຕ້ອນຮັບ​ຢ່າງຈິງ​ໃຈ​ຂອງ​ການ​ນຳ​ແຂວງ ຮ່າ​ຕິ້ງ, ​ພ້ອມກັນນັ້ນ ກໍ່ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາການ​ພັດທະນາ​ຂອງ​ຫວຽດນາມ ເວົ້າລວມ ແລະ ຮ່າ​ຕິ້ງ ​ເວົ້າ​ສະ​ເພາະ.

ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ຫວໍຈ້ອງຫາຍ ມອບ​ຂອງ​ທີ່​ລະ​ນຶກ​ໃຫ້ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຄໍາເພົາ ເອີນທະວັນ (ພາບ: Dinh Nhat)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຄໍາເພົາ ເອີນທະວັນ ໄດ້​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລາວ, ການ​ເຄື່ອນ​ໄຫວ​ຂອງ​ສະ​ຖານ​ທູດ​ ລາວ​ ປະ​ຈຳ​ ຫວຽດ​ນາມ, ຜ່ານນັ້ນ ກໍ່ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍຂອງ ຫວຽດນາມ ໃນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ ສ​ປ​ປ ລາວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນາງ ຄໍາເພົາ ເອີນທະວັນ ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ ລາວ-ຫວຽດ​ນາມ ກໍ່​ຄື​ບັນດາທ້ອງ​ຖິ່ນຂອງ ​ລາວ ແລະ ຮ່າ​ຕິ້ງ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ເພີ່ມພູນຄູນສ້າງນ້ຳໃຈ​ມິດ​ຕະ​ພາບ, ຄວາມສາ​ມັກ​ຄີ​ແບບ​ພິ​ເສດ​ຂອງ​ສອງ​ປະ​ເທດ​ ຫວຽດ​ນາມ - ລາວ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ທີ່​ການ​ພົບ​ປະ, ​ຕາງໜ້າການ​ນຳ​ແຂວງ ຮ່າ​ຕິ້ງ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ຫວໍຈ້ອງຫາຍ ໄດ້​ແຈ້ງໃຫ້ຊາບກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ, ການປ້ອງ​ກັນຊາ​ດ-ຄວາມ​ປອດ​ໄພ​​ຂອງ​ແຂວງ ຮ່າ​ຕິ້ງ.

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ຫວໍຈ້ອງຫາຍ ​ເນັ້ນ​ໜັກ​ວ່າ ຮ່າ​ຕິ້ງ ຍາມ​ໃດ​ກໍ່​ຮັກສາ, ປັບປຸງສາຍພົວພັນມິດຕະພາບ ແລະ ການຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ, ພິ​ເສດ​ແມ່ນ​ແຂວງ​ ບໍລິ​ຄຳ​ໄຊ, ຄຳ​ມ່ວນ, ນະຄອນຫຼວງ​ວຽງ​ຈັນ... ຮ່າ​ຕິ້ງ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ເຮັດ​ວຽກ​ເປັນ​ປະຈຳ, ແລກປ່ຽນ​ຂໍ້​ມູນ, ເພີ່ມ​ທະວີ​ການ​ສົມທົບ​ກັນ ຢ່າງຕັ້ງໜ້າ, ພິ​ເສດ​ແມ່ນ​ດ້ານ​ປ້ອງ​ກັນຊາ​ດ-ປ້ອງກັນຄວາມສະຫງົບ​, ການ​ສຶກສາ, ການດຶງ​ດູດ​ການ​ລົງທຶນ...

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕິ້ງ ຫວໍຈ້ອງຫາຍ ປາດ​ຖະໜາ​ວ່າ ທ່ານ ເອກ​ອັກຄະ​ລັດຖະທູດ ນາງ ຄໍາເພົາ ເອີນທະວັນ ​ແລະ ບັນດາຊະມາຊິກຂອງຄະນະຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ລະຫວ່າງ​ແຂວງ ຮ່າ​ຕິ້ງ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ລາວ ໃນທຸກຂົງເຂດ, ປະກອບສ່ວນ​ປັບປຸງສາຍພົວພັນມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ລາວ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຮ່າ​ຕິ້ງ, ທ່ານ​ນາງ ເອກ​ອັກຄະ​ລັດຖະທູດ ຄໍາເພົາ ເອີນທະວັນ ແລະ ຄະນະປະຕິບັດງານ ໄດ້ມາ​ຖະຫວາຍ​ທູບ​ທຽນ, ດອກໄມ້ຢູ່​ເຂດ​ຮ່ອງຮອຍປະຫວັດສາດສາມແຍກ ດົ່ງ​ລົກ (​ເມືອງ ກ່ານລົກ).

ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ” ຮູບພາບທີ່ປະທັບໃຈໃນງານບຸນ ທ້ອງ​ຖະ​ໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”

ຍສໝ - ບັນດານັກສິລະປິນ, ນັກສະແດງ, ນັກສິລະປະກອນທີ່ມາຈາກ 20 ເມືອງ, ນະຄອນ ໄດ້ນຳມາເຊິ່ງບັນຍາກາດຟົດຟື້ນ ດ້ວຍບັນດາລາຍການສະແດງທີ່ດຶງດູດ, ດ້ວຍບັນດາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຢ້າວ ຢູ່ແຂວງ ເງ້ອານ ທີ່ງານບຸນຖະໜົນ “ບ້ານ​ເກີດ​ຍາມ​ລະ​ດູ​ບານດອກ​ບົວ​ເບັ່ງ​ບານ”.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ພຶດສະພາ ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Pallab Sengupta ປະທານ​ສະພາ​ສັນຕິພາບ​ໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).

ມິງດຶກ

ເຫດການ
302 Found

Found

The document has moved here.