ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

14:55 | 16/06/2024

ຍສໝ - ນີ້​ແມ່ນ​ຂໍ້​ສະ​ເໜີ​ຂອງ​ອຳນາດການປົກຄອງ​ແຂວງ Kyungsang ​ເໜືອ ​ແລະ ​ເມືອງ Bonghwa ທີ່​ການ​ພົບ​ປະເຮັດວຽກ​ກັບ ​ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ສ.​ເກົາຫຼີ Yoo In-chon ​ໃນ​ວັນ​ທີ 13 ມີຖຸນາ.

ຊຸກຍູ້ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳສິລະ​ປະ​ລະຫວ່າງ ເທື່ອທຽນເຫ້ວ ກັບ ສ.​ເກົາຫຼີ
ຫວຽດນາມ -ສ.ເກົາຫຼີ ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແທດຈິງກວ່າ

ຕາມ​ຂໍ້​ສະ​ເໜີ​ດັ່ງກ່າວແລ້ວ, ​ໂຄງການ​ພັດທະນາ “ໝູ່​ບ້ານ ​ຫວຽດນາມ” ຄວນ​ໄດ້​ຮັບ​ການ​ໂຄສະນາເປັນ “ໂຄງການ​ຮ່ວມ​ມື​ແລກປ່ຽນ​ວັດທະນະທຳ​ສອງ​ຝ່າຍ” ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ ສ.​ເກົາຫຼີ ​- ຫວຽດນາມ ​ໃນ​ອະນາຄົດ ​ແທນ​ທີ່​ຈະ​ເປັນ​ພຽງ​ໂຄງການ​ຂອງ​ທ້ອງ​ຖິ່ນ.

ສະເໜີໃຫ້ພັດທະນາ “ໝູ່ບ້ານ ຫວຽດນາມ” ຢູ່ Bonghwa (ແຂວງ Kyungsang ເໜືອ, ສ.ເກົາຫຼີ) ກາຍເປັນໂຄງການຮ່ວມມືແລກປ່ຽນວັດທະນະທຳລະດັບຊາດ

ຮ່ອງຮອຍ ຈູງຫຽວເດືອງ ຂອງຕະກຸນ ຫຼີຮວາເຊີນ ຢູ່ Bonhwa, ແຂວງ Kyungsang ເໜືອ.

​ແຂວງ Kyungsang ​ເໜືອ ກໍ່​ສະ​ເໜີ​ໃຫ້ລັດຖະບານ ສ.​ເກົາຫຼີ ໜູນ​ຊ່ວຍ​ຊຸກຍູ້ບັນດາ​ໂຄງການ​ພັດທະນາ​ການທ່ອງທ່ຽວ​ຄື: ຟື້ນ​ຟູ​ຂະ​ແໜງການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໂດຍນຳ​ໃຊ້​ອ່າງ​ເກັບ​ນ້ຳ Changpyeong, ສ້າງ​ບັນດາ​ຖະໜົນ​ສາຍ​ພິ​ເສດ​ເພື່ອ​ການ​ຄ້າ ​ແລະ ພັດທະນາ​ບັນດາ​ເນື້ອ​ໃນ​ປະຫວັດສາດ, ວັດທະນະທຳ​ທີ່ກ່ຽວຂ້ອງກັບ​ເຊື້ອສາຍຕະກຸນ ຫຼີຮວາເຊີນ ​ໃຫ້​ກາຍ​ເປັນ​ໂຄງ​ການໄດ້ຮັບບຸລິມະສິດ​ໃນ​ປີ​ຕໍ່​ໄປ​.

ທ່ານຜູ້ວ່າການ​ແຂວງ Lee Cheol-woo ​ເນັ້ນ​ໜັກ​ວ່າ: “ໝູ່​ບ້ານ​ ຫວຽດນາມ” ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ການ​ພົວພັນ​ແລກປ່ຽນ ແລະ ຮ່ວມ​ມື​ດ້ານ​ວັດທະນະທຳ, ​ເຊື່ອມ​ຕໍ່ອະດີດ ​ແລະ ອະນາຄົດ​ຂອງ 2 ປະ​ເທດ.

ອຳນາດການປົກຄອງ​ແຂວງ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ຈາກ​ລັດ​ຖະ​ບານ ສ.ເກົາ​ຫຼີ ແລະ ລັດ​ຖະ​ບານ​ ຫວຽດ​ນາມ. ເຈົ້າ​ເມືອງ Bonghwa, ທ່ານ Park Hyun-guk ​ໃຫ້​ຮູ້​ວ່າ: ອຳນາດການປົກຄອງ​ທ້ອງ​ຖິ່ນ​ພວມ​ມານະ​ພະຍາຍາມ​ຊຸກຍູ້ການ​ພັດທະນາ​ບັນດາ​ລາຍການ​ເພື່ອ​ໃຫ້​ຮ່ອງຮອຍດັ່ງກ່າວ​ກາຍ​ເປັນ​ພື້ນຖານ​ໃໝ່​ໃຫ້​ແກ່​ການ​ພົວພັນແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ ສ.​ເກົາຫຼີ ​ແລະ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດການພົວພັນ​ແລກປ່ຽນ​ວັດທະນະທຳ.

​ໂຄງການ​ກໍ່ສ້າງ​ໝູ່​ບ້ານ ​ຫວຽດນາມ (K-Vietnam valley) ດ້ວຍ​ຍອດ​ຈຳນວນ​ທຶນ​ປະມານ 200 ຕື້​ວອນ (ເກືອບ 150 ລ້ານ USD), ຕັ້ງ​ຢູ່​ເທິງ​ເນື້ອ​ທີ່ 118.890 m2, ລວມມີ​ບັນດາ​ເຂດ​ຮ່ອງຮອຍ​ປະຫວັດສາດ, ເຂດສຶກສາວັດທະນະທຳ, ສະຖານ​ທີ່​ບັນ​ເທິງ ​ແລະ ເສັ້ນທາງ​ພົບປະແລກປ່ຽນ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ອີງ​ໃສ່​ການ​ພົວພັນແລກ​ປ່ຽນ​ປະ​ຫວັດ​ສາດ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ສະໄໝລາ​ຊະ​ວົງ ຫຼີ ຂອງ ​ຫວຽດ​ນາມ ແລະ ສ.​ເກົາ​ຫຼີ ກັບ​ບັນ​ດາ​ວັດ​ຖຸ​ບູ​ຮານ​ທີ່​ໄດ້ເກັບ​ຮັກ​ສາ​ໄວ້​ຢູ່​ Bonhwa. ​ໂຄງການ​ນີ້​ຄາດ​ວ່າ​ຈະນຳມາເຊິ່ງກຳລັງແຮງໃຫ້ແກ່ Bonhwa ໃນ​ຫຼາຍ​ດ້ານ​ເຊັ່ນ: ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ເຂດ​ຊົນນະບົດ, ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ, ການທ່ອງ​ທ່ຽວ, ການ​ບໍລິການ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ.

ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ປຶ້ມພາສາ ຫວຽດນາມ - ຂອງຂວັນທີ່ແທດຈິງໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

ຍສໝ - ເນື່ອງໃນໂອກາດການໄປປະຕິບັດງານຢູ່ ສ.​ເກົາຫຼີ, ທ່ານ ຫວູວັນ​ຮວ່ານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ໂຮ່ຈີ​ມິນ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດງານ​ໄປ​ຢ້ຽມຢາມ, ​ພົບ​ປະ​ແລກປ່ຽນ ​ແລະ ມອບ​ຕູ້​ປຶ້ມ​ພາສາ ​ຫວຽດນາມ ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ.

ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ສະເໜີການສ້າງຕັ້ງສູນວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ

ຍສໝ - ນີ້​ແມ່ນ​ຄຳສະເໜີ​ຂອງ​ທ່ານ ຫຼີເຊື່ອງກັ່ນ, ​ເອກ​ອັກຄະ​ລັດຖະທູດການທ່ອງ​ທ່ຽວ ຫວຽດນາມ ປະຈຳ ສ.​ເກົາຫຼີ ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໂຮ່ອ່ານຟ່ອງ ໃນ​ວັນ​ທີ 24 ເມສາ ຢູ່ ຮ່າ​ໂນ້ຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.