ຫວຽດນາມ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ

08:07 | 18/06/2024

ຫວຽດນາມ ປະກອບສ່ວນປັບປຸງຊີວິດຂອງຜູ້ອອກແຮງງານລາວ

ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029. ທ່ານ ຟ້າມຮຶວຮວາ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ດານັງ ສະໄໝ 2024 - 2029.
ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ. ຫວຽດນາມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​​ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ.

ດ້ວຍຍອດຈຳນວນເງິນລົງທຶນ 750 ລ້ານໂດລາສະຫະລັດ ໃນໄລຍະ 2024 – 2028, ບໍລິສັດກະສິກຳພາກໃຕ້ລາວ ຕັ້ງຄວາມຫວັງໄວ້ວ່າ ຈະສ້າງຫຼາຍວຽກເຮັດງານທຳ, ປະກອບສ່ວນສຳຄັນເຂົ້າໃນການລົບລ້າງຄວາມຄວາມທຸກຍາກຂອງທ້ອງຖິ່ນໄດ້ຫຼາຍພໍສົມຄວນ.

ຫວຽດນາມ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ

ກຳມະກອນເຮັດວຽກຢູ່ໂຮງງານປຸງແຕ່ງກ້ວຍຂອງບໍລິສັດກະສິກໍາພາກໃຕ້ລາວ ຢູ່ແຂວງອັດຕະປື. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍໂຄງການຫຼາຍກວ່າ 240 ໂຄງການ ມີເງິນລົງທຶນທັງໝົດເກືອບ 5,5 ຕື້ໂດລາສະຫະລັດ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທີ່ມີເງິນລົງທຶນຫຼາຍທີ່ສຸດໃນຈຳນວນ 53 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ລາວ.

ບັນດາໂຄງການບໍ່ພຽງແຕ່ໄດ້ເຄື່ອນໄຫວຢ່າງໝັ້ນຄົງ, ມີປະສິດທິຜົນ ແລະມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງທ້ອງຖິ່ນເທົ່ານັ້ນ, ຫາກຍັງມີຫຼາຍໂຄງການ ເຖິງວ່າກຳລັງຢູ່ໃນຂັ້ນຕອນການສ້າງໂຄງປະກອບຄືນໃໝ່ ແລະລົງທຶນກໍ່ຕາມ ແຕ່ກໍ່ໄດ້ເອົາໃຈໃສ່ເຮັດວຽກງານຮັບປະກັນຊີວິດສັງຄົມຢ່າງຕັ້ງໜ້າ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກການນຳ ແລະປະຊາຊົນລາວ ອີກດ້ວຍ.

ໜຶ່ງໃນໂຄງການດັ່ງກ່າວ ແມ່ນບໍລິສັດກະສິກຳພາກໃຕ້ລາວ ລົງທຶນໂດຍບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ເຈືອງຫາຍ (THACO) ດ້ວຍເນື້ອທີ່ທັງໝົດ 27.000 ກວ່າເຮັກຕາ ຕັ້ງຢູ່ແຂວງອັດຕະປື ແລະແຂວງເຊກອງ, ໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ, ພວມຢູ່ໃນຂັ້ນຕອນການວາງແຜນກຳນົດ, ການລົງທຶນຄົບຊຸດ ແລະການສ້າງຕັ້ງເຂດກະສິກຳປະສົມຂະໜາດໃຫຍ່, ຄົບວົງຈອນ - ປະມວນ - ໝູນວຽນໃນເນື້ອທີ່ທີ່ໄດ້ກ່າວມາຂ້າງເທິງ.

ດ້ວຍເງິນລົງທຶນທັງໝົດ 750 ລ້ານໂດລາສະຫະລັດ ໄລຍະ 2024-2028, ໂຄງການຕັ້ງຄວາມຫວັງໄວ້ວ່າ ບໍ່ພຽງແຕ່ສ້າງຄຸນຄ່າຕົວຈິງ, ປະກອບສ່ວນຢ່າງໝັ້ນຄົງໃຫ້ແກ່ຂະແໜງກະສິກຳ ແລະເສດຖະກິດຂອງລາວເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳໃຫ້ຫຼາຍທ້ອງຖິ່ນ, ປະກອບສ່ວນເຂົ້າໃນການລົບລ້າງຄວາມຄວາມທຸກຍາກອີກດ້ວຍ. ຄາດວ່າຮອດປີ 2028, ບໍລິສັດຈະຮັບສະໝັກກໍາມະກອນຮອດ 25.000 ຄົນ ເພື່ອເຮັດວຽກໃນໂຄງການ.

ໂດຍກຳເນີດ ແລະເຕີບໃຫຍ່ຢູ່ເມືອງໄຊເສດຖາ, ແຂວງອັດຕະປື ເຊິ່ງເປັນແຂວງຫ່າງໄກສອກຫຼີກ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ລາວ, ນາງ ລອນ ພົມມະຈັກ ບໍ່ເຄີຍຄິດວ່າ ມື້ໃດມື້ໜຶ່ງນັ້ນ, ໂດຍບໍ່ຕ້ອງໄດ້ໄປຈາກບ້ານເກີດເມືອງນອນ, ນາງ ກໍ່ຍັງສາມາດຫາວຽກເຮັດງານທຳທີ່ໝັ້ນຄົງ ແລະມີລາຍໄດ້ສູງເມື່ອທຽບໃສ່ໝູ່ເພື່ອນຂອງນາງ ທີ່ຕ້ອງໄດ້ອອກຈາກບ້ານເພື່ອໄປຫາເງິນລ້ຽງຊີບຢູ່ໃນຕົວເມືອງຫ່າງຈາກບ້ານເກີດເມືອງນອນຕັ້ງຫຼາຍຮ້ອຍກິໂລແມັດ.

ເມື່ອແບ່ງປັນກັບນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳລາວ, ນາງ ລອນ ພົມມະຈັກ ໃຫ້ຮູ້ວ່າ: ຕົນເອງ ແລະຜົວໄດ້ເຮັດວຽກຢູ່ບໍລິສັດກະສິກຳພາກໃຕ້ລາວ ປະມານ 3 ປີ ແລະປະຈຸບັນກໍ່ຍັງຢາກສືບຕໍ່ເຮັດວຽກກັບບໍລິສັດດັ່ງກ່າວໄປດົນໆ.

ນາງ ເວົ້າວ່າ ໃນເວລາເຮັດວຽກຢູ່ນີ້, ນາງ ແລະຜົວບໍ່ພຽງແຕ່ມີລາຍຮັບຫຼາຍກວ່າ 10 ລ້ານກີບ (461 ໂດລາສະຫະລັດ) ຕໍ່ເດືອນ, ສູງກວ່າຄ່າສະເລ່ຍຢູ່ລາວຫຼາຍ, ແຕ່ກໍ່ຍັງໄດ້ຮັບຄ່າກວດສຸຂະພາບ, ເຊັນສັນຍາແຮງງານ ແລະມີສັນຍາປະກັນໄພນຳອີກ.

ຫວຽດນາມ ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານລາວ

ກຳມະກອນຂອງບໍລິສັດກະສິກໍາພາກໃຕ້ລາວ ປູກກ້ວຍໃໝ່ໃນເນື້ອທີ່ຫາກໍ່ບຸກເບີກໃໝ່ໃໝ່ຢູ່ແຂວງ ອັດຕະປື ພາກໃຕ້ຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນາງ ລອນ ແລ້ວ, ເມື່ອທຽບໃສ່ກັບເວລາທີ່ນາງເຮັດໄຮ່ເຮັດນາ, ການເຮັດໄຮ່ເຮັດນາແມ່ນຫຍຸ້ງຍາກທີ່ສຸດ ມີແຕ່ພໍກິນ ແລະບໍ່ມີເງິນເກັບຢູ່ເຮືອນຄືກ່ອນນີ້, ແຕ່ເຮັດວຽກຢູ່ບໍລິສັດດີກວ່າຫຼາຍບໍ່ພຽງແຕ່ເຫຼືອກິນເຫຼືອໃຊ້ເທົ່ານັ້ນ, ແຕ່ນາງກໍຍັງມີເງິນເພື່ອຊ່ວຍເຫຼືອພໍ່ແມ່ ແລະອ້າຍເອື້ອຍນ້ອງ. ຍ້ອນເຫັນວ່າຊີວິດດີຂຶ້ນຫຼາຍ, ນາງຈຶ່ງໄດ້ຊວນນ້ອງຊາຍ, ນ້ອງໄພ້ ແລະລູກຫຼານມາເຮັດວຽກນຳບໍລິສັດ ແລະອາໄສຢູ່ເຮືອນລວມ. ເຮືອນທີ່ຄອບຄົວນາງ ລອນ ພັກຢູ່ເປັນໜຶ່ງໃນຫຼາຍເຂດເຮືອນລວມທີ່ແໜ້ນໜາຖາວອນທາງບໍລິສັດໄດ້ ແລະກຳລັງກໍ່ສ້າງເຮືອນໃຫ້ຜູ້ອອກແຮງງານທີ່ເຮັດວຽກຢູ່ໃນໂຄງການ.

ເມື່ອແລກປ່ຽນກັບນັກຂ່າວຂອງຂອງສຳນັກຂ່າວສານຫວຽດນາມ ປະຈຳລາວ, ທ່ານ ຫງວຽນເຍິດຕວນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດກະສິກຳພາກໃຕ້ລາວ ໃຫ້ຮູ້ວ່າ: ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດພື້ນຖານຂອງວິສາຫະກິດ, ສະນັ້ນ, ຄຽງຂ້າງ ບັນດານະໂຍບາຍເງິນເດືອນທີ່ດຶງດູດ, ສູງກວ່າຄ່າສະເລ່ຍທົ່ວໄປ, ການລົງນາມໃນສັນຍາແຮງງານ ແລະຈ່າຍຄ່າປະກັນສັງຄົມໃຫ້ຜູ້ອອກແຮງງານ, ບໍລິສັດຍາມໃດກໍ່ເອົາໃຈໃສ່ປະກັນຊີວິດສັງຄົມຂອງຜູ້ອອກແຮງງານ.

ສະນັ້ນ, ບໍລິສັດຈຶ່ງສຸມໃສ່ລົງທຶນກໍ່ສ້າງບັນດາໂຄງການເຮືອນຢູ່ລວມ, ມີຄວາມແໜ້ນໜາ, ເຂັ້ມແຂງ, ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ອອກແຮງງານ ດ້ວຍໜ້າທີ່ ແລະລະບົບສາທາລະນະປະໂຫຍດຄົບຊຸດ.

ຄຽງຂ້າງນັ້ນ, ບໍລິສັດຍັງໄດ້ສ້າງຕັ້ງສູນຝຶກອົບຮົມຢູ່ເມືອງໄຊເສດຖາ ແຂວງອັດຕະປື ເພື່ອບຳລຸງ, ແນະນຳພື້ນຖານ, ຍົກສູງສີມືແຮງງານໃຫ້ຜູ້ອອກແຮງງານເພື່ອແນໃສ່ຕອບສະໜອງປະສິດທິພາບໃນການຜະລິດ.

ໂດຍຕີລາຄາສູງການລົງທຶນຂອງບໍລິສັດກະສິກຳພາກໃຕ້ລາວ ໃນບໍລິເວນແຂວງ, ທ່ານ ສຸນະຄອນ ແກ້ວວຽງຄໍາ, ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ອັດຕະປື ໄດ້ໃຫ້ຮູ້ວ່າ: ບໍລິສັດຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ລົງທຶນສ້າງລະບົບຖະໜົນຫົນທາງ, ລະບົບໄຟຟ້າ ລະບົບເຮືອນລວມ, ລະບົບທີ່ຢູ່ອາໄສ, ການຝຶກອົບຮົມວິຊາຊີບໃຫ້ຜູ້ອອກແຮງງານ... ໂດຍສະເພາະແມ່ນເຊັນສັນຍາແຮງງານ ແລະການຈ່າຍຄ່າປະກັນໄພໃຫ້ຜູ້ອອກແຮງງານ, ໄດ້ຊ່ວຍໃຫ້ຜູ້ອອກແຮງງານມີຄວາມອຸ່ນອ່ຽນໃຈ, ເພາະວ່າສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນສິ່ງທີ່ຜູ້ອອກແຮງງານຕ້ອງການເພື່ອຮັກສາຊີວິດການເປັນຢູ່ໃຫ້ເປັນປົກກະຕິ.

ຕາມທ່ານ ສຸນະຄອນ ແກ້ວວຽງຄໍາ ແລ້ວ, ການລົງທຶນຂອງບໍລິສັດກະສິກຳພາກໃຕ້ລາວ ມາຮອດປັດຈຸບັນນີ້ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວ ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາການວ່າງງານຂອງແຂວງອັດຕະປື ເວົ້າສະເພາະ ແລະພາກພື້ນພາກໃຕ້ຂອງລາວ ເວົ້າລວມ.

ບູນມີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.