ຫວຽດນາມ ມອບຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງ ຫົວເມືອງ ໃຫ້ ລາວ

07:33 | 04/06/2024

ຍສໝ - ວັນ​ທີ 3 ມິຖຸນາ, ຢູ່​ເມືອງ ​ຫົວ​ເມືອງ, ແຂວງ​ ຫົວພັນ, ພາກ​ເໜືອ​ຂອງ​ ລາວ ໄດ້​ດຳເນີນ​ພິທີ​​ເປີດສະຫຼອງ ແລະ ມອບຮັບ​ໂຄງການ “ກໍ່ສ້າງ​ໂຮງຮຽນ​ມັດທະຍົມສົມບູນ​ເມືອງ ຫົວ​ເມືອງ”.

ນຳສະເໜີ ໃຫ້ ລາວ ສ້າງເງື່ອນໄຂສະດວກເພື່ອຮັບເອົາຄົນງານ ຫວຽດນາມ ໄປເຮັດວຽກ
ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ

ນີ້​ແມ່ນກິດຈະການນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອລ້າຂອງ​ລັດຖະບານ​ ຫວຽດນາມ ​ໃຫ້​ແກ່​ລັດຖະບານ ​ລາວ, ໂດຍຄະນະ​ກຳມະການ​ປະຊາຊົນ​ແຂວງ​ ຮວ່າບິ່ງ ​ແລະ ອຳນາດການປົກຄອງແຂວງ​ ຫົວພັນ ສົມທົບ​ກັນ​ປະຕິບັດ.

ຫວຽດນາມ ມອບຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເມືອງ ຫົວເມືອງ ໃຫ້ ລາວ

ບັນດາຜູ້ແທນໄດ້ຖ່າຍຮູບລວມຢູ່ກະດານຊື່ໂຮງຮຽນ. ພາບ: ນັກຂ່າວ TTXVN ປະຈຳລາວ

ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ຫງວຽນ​ຟີ​ລອງ, ກໍາມະການ​ສຳຮອງ​ຄະນະບໍລິຫານງານສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ຮ່ວາ​ບິ່ງ; ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຜູ້ປະຈຳການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ; ທ່ານ ຄຳແພງ ໄຊສົມແພງ, ເລຂາພັກ, ເຈົ້າແຂວງໆຫົວພັນ; ທ່ານ​ນາງ ກຽວທິຮັ່ງຟຸກ, ກົງ​ສຸນ​ໃຫຍ່​ ຫວຽດ​ນາມ ປະ​ຈຳ​ ຫຼວງ​ພະ​ບາງ ພ້ອມກັນກັບພະ​ນັກ​ງານພະແນກ, ຂະແໜງການ​ທີ່​ກ່ຽວ​ຂ້ອງສອງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ເປັນຈຳນວນຫຼວງຫຼາຍ.

​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນແມ່ນ 156.228 ຕື້​ດົ່ງ, ​ໃນ​ນັ້ນ​ທຶນຊ່ວຍ​ເຫຼືອ​ຈາກ​ລັດຖະບານ ​ຫວຽດນາມ ແມ່ນ 126,6 ຕື້​ດົ່ງ, ທຶນສົມທົບຈາກ​ລັດຖະບານ​ ລາວ ແມ່ນ 29.596 ຕື້​ດົ່ງ. ບັນດາ​ລລາຍການ​ທີ່ໄດ້ຮັບການລົງທຶນດ້ວຍທຶນຊ່ວຍ​ເຫຼືອຈາກ​ລັດຖະບານ ຫວຽດນາມ ລວມມີອາຄານຫ້ອງ​ຮຽນສອງຊັ້ນ 1 ຫຼັງ​, 8 ຫ້ອງຮຽນ/ຊັ້ນ, ເນື້ອ​ທີ່​ທັງ​ໝົດ 1.390 ຕາແມັດ; ອຸປະກອນໂຕະ, ຕັ່ງ, ກະດານ; ອາຄານອະເນກປະສົງໜຶ່ງຊັ້ນ 1 ຫຼັງ, ເນື້ອທີ່ທັງໝົດ 989 ຕາແມັດ; ອາຄານບໍລິຫານ, ຫ້ອງການສອງຊັ້ນ 1 ຫຼັງ, ດ້ວຍຫ້ອງເຮັດວຽກ 8 ຫ້ອງ, ເນື້ອທີ່ທັງໝົດ 500 ຕາແມັດ; ອຸປະກອນພາຍໃນ; ອາຄານວິທະຍາສາດປະມວນວິຊາ, ຫໍສະໝຸດສອງຊັ້ນ 1 ຫຼັງ; ເນື້ອທີ່ທັງໝົດ 1,204 ຕາແມັດ; ອຸປະກອນທົດລອງ, ການສອນ ແລະ ປະຕິບັດຕົວຈິງ, ໂຕະ ແລະ ຕັ່ງ; ຫໍພັກສອງຊັ້ນ 1 ຫຼັງ, ເນື້ອທີ່ທັງໝົດ 689 ຕາແມັດ, ອຸປະກອນຕຽງ ແລະ ຕູ້ ແລະ ອຸປະກອນຊ່ວຍອື່ນໆອີກຫຼາຍຢ່າງ.

ກ່າວ​ຄຳ​ປາໄສ​ທີ່​ພິທີ, ທ່ານ ຫງວຽນ​ຟີ​ລອງ ​ໃຫ້​ຮູ້​ວ່າ ​ໂຄງການ​ທີ່ໄດ້ຮັບການ​ລົງທຶນ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ຊ່ວຍ​ໃຫ້​ນັກ​ຮຽນທີ່ຮ່ຳຮຽນຕາມບັນດາຂັ້ນມັດທະຍົມແບບລວມສູນ, ອຳນວຍ​ຄວາມ​ສະດວກ​ໃນ​ການ​ສິດສອນ​ຂອງ​ຄູ​ອາຈານ ​ແລະ ການຄຸ້ມ​ຄອງ​ໂຮງຮຽນຈາກຂັ້ນມັດທະຍົມ​ຕອນຕົ້ນຮອດ​ມັດທະຍົມ​ຕອນ​ປາຍ ໃນບໍລິເວນເມືອງ ຫົວເມືອງ, ແຂວງ ຫົວພັນ; ພ້ອມ​ກັນ​ນັ້ນ, ໂຄງການ​ຍັງ​ຈະ​ຊ່ວຍ​ຝຶກ​ອົບຮົມແຫຼ່ງ​ພະນັກງານ​ຢູ່​ທ້ອງ​ຖິ່ນ, ເປີດ​ກວ້າງ​ທິດ​ທາງ​ໃໝ່ທີ່ເຕັມໄປດ້ວຍຄວາມຫວັງໃຫ້ການ​ພັດທະນາ​ການ​ສຶກສາ ​ແລະ ຍົກສູງລະດັບຄວາມຮູ້ຂອງປະຊາຊົນໃຫ້​ເມືອງ​ ຫົວ​ເມືອງ.

ໂດຍຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ ລາວ, ທ່ານ ວຽງ​ສະຫວັນ ວິໄລ​ພອນ, ຮອງ​ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ - ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງເລິກເຊິ່ງ ແລະ ຂອບ​ໃຈ​ຢ່າງ​ຈິງ​ໃຈຕໍ່​ພັກ, ລັດ ​ແລະ ປະຊາຊົນ ​ຫວຽດນາມ ອ້າຍນ້ອງ ທີ່ໄດ້ໜຸນຊ່ວຍ, ຊ່ວຍເຫຼືອຢ່າງ​ຮອບດ້ານໃຫ້ ລາວ ເວົ້າລວມ ແລະ ທ້ອງ​ຖິ່ນທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍຂອງ ລາວ ເວົ້າສະເພາະ ໃນຕະຫຼອດ​ໄລຍະ​ຜ່ານ​ມາ, ຄືກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ຮັບ​ໃຊ້​ວຽກງານການ​ສຶກສາ ເພື່ອ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ສ້າງ​ເງື່ອນ​ໄຂ​ສະດວກ​ທຸກຢ່າງ ​ເພື່ອ​ຮັບ​ໃຊ້​ວຽກງານການສອນ​ໃຫ້​ແກ່​ຄູ-ອາຈານ ​ແລະ ນັກຮຽນ​ໃນບໍລິເວນ​ເມືອງ​ ຫົວ​ເມືອງ ກໍຄືບັນດາເຂດໃກ້ຄຽງໃຫ້ໄດ້ນຳໃຊ້ໂຮງຮຽນທີ່ມີຄຸນນະພາບ ແລະ ສວຍງາມ ທີ່ຖືກຕາມມາດຕະຖານຂອງກະຊວງສຶກສາ ແລະ ກິລາຂອງ ລາວ ແລະ ແມ່ນເພື່ອໃຫ້ຊາວໜຸ່ມລາວ ລຸ້ນຫຼັງສາມາດສືບທອດການສຶກສາທີ່ມີຄຸນນະພາບອັນດີ ແລະ ປະກອບສ່ວນສ້າງສາປະເທດລາວໃຫ້ນັບມື້ນັບພັດທະນາ ແລະ ຈະເລີນຮຸ່ງເຮືອງໃນອະນາຄົດ.

ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19 ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານທູດ ສປປ.ລາວ ປະຈຳຫວຽດນາມ, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ມອບອຸປະກອນການແພດມີມູນຄ່າ 10,000 ໂດລາສະຫະລັດ ໃຫ້ສະຖານທູດລາວ ປ້ອງກັນພະຍາດ COVID-19

ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ ຫວຽດນາມ ຊ່ວຍສ້າງສະຖາບັນ ເສດຖະກິດ-ການເງິນ ໃຫ້ ສປປ ລາວ

ຍສໝ - ສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ ລາຍງານວ່າ: ໃນຕອນເຊົ້າຂອງວັນທີ 19 ກໍລະກົດ ທີ່ນະຄອນຫຼວງ ວຽງຈັນ, ກະຊວງການເງິນ ຫວຽດນາມ ຮ່ວມກັບ ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ຈັດພິທີສະຫຼອງການກໍ່ສ້າງໂຄງການ ກໍ່ສ້າງອາຄາສະຖາບັນ ເສດຖະກິດການເງິນ ດົງຄຳຊ້າງ ໄລຍະ 3.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.