“ຊ່ວຍນ້ອງໄປໂຮງຮຽນ" ຂ້າມຊາຍແດນຫວຽດນາມ-ລາວ

07:00 | 18/06/2024

“ຊ່ວຍນ້ອງໄປໂຮງຮຽນ" ຂ້າມຊາຍແດນຫວຽດນາມ-ລາວ

ອອກບັດໃຫ້ປະຊາຊົນເຂົ້າອອກຕະຫຼາດຊາຍແດນຫວຽດນາມ-ລາວ ເປັນຄັ້ງທຳອິດ ອອກບັດໃຫ້ປະຊາຊົນເຂົ້າອອກຕະຫຼາດຊາຍແດນຫວຽດນາມ-ລາວ ເປັນຄັ້ງທຳອິດ
ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ

ໂດຍປະຕິບັດໂຄງການ “ຊ່ວຍນ້ອງໄປໂຮງຮຽນ”, ຫຼາຍປີຜ່ານມາ, ຢູ່ເສັ້ນຊາຍແດນຕິດກັບປະເທດເພື່ອນລາວ, ທະຫານຊາຍແດນ ແທງຮວ໊າ ບໍ່ພຽງແຕ່ໜູນຊ່ວຍນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງຕິດກັບຊາຍແດນຂອງຫວຽດນາມ ເທົ່ານັ້ນ, ຫາກຍັງຕັ້ງໜ້າໜູນຊ່ວຍນັກຮຽນທຸກຍາກ, ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບັນດາໝູ່ບ້ານຕິດກັບຊາຍແດນຂອງປະເທດເພື່ອນລາວ ອີກດ້ວຍ, ປະກອບສ່ວນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ໃນການໄປປະຕິບັດງານຢູ່ເຂດຊາຍແດນ, ພວກຂ້າພະເຈົ້າ ແລະນັກຮົບຄ້າຍທະຫານຊາຍແດນບ໊າດມອດ, ບ້ານບ໊າດມອດ (ເທື່ອງຊວນ) ໄດ້ໄປຢາມຄອບຄົວຫຼານ ບູນຊູ ເກີດປີ 2011, ຢູ່ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ). ພໍ່ແມ່ຂອງຫຼານ ບູນຊູ ແມ່ນຄົນພິການມາແຕ່ເກີດ ແລະເວົ້າບໍ່ໄດ້. ບູນຊູ ເປັນລູກຊາຍກົກຂອງຜົວເມຍອ້າຍ ທອງລຸນ, ຄອບຄົວທຸກຍາກຫຼາຍ, ການຫາເງິນລ້ຽງຊີບພຽງແຕ່ອາໄສການເຮັດໄຮ່, ລ້ຽງສັດປີກ ແລະຫາປາຢູ່ຕາມຫ້ວຍເທົ່ານັ້ນ. ດ້ວຍການພົວພັນຮ່ວມມືມິດຕະພາບ, ໃນເດືອນມັງກອນ ປີ 2023, ຄ້າຍທະຫານຊາຍແດນບ໊າດມອດ ໄດ້ໜູນຊ່ວຍ ບູນຊູ 500.000 ດົ່ງ/ເດືອນຈົນເຖິງຈົບ ມ 7 ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ”. ໃນແຕ່ລະເດືອນ, ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນບ໊າດມອດ ຜັດປ່ຽນກັນໄປຢ້ຽມຢາມ ແລະມອບເງິນໜູນຊ່ວຍ ແລະມອບຂອງຂວັນລະດົມກໍາລັງໃຈຄອບຄົວ ບູນຊູ.

“ຊ່ວຍນ້ອງໄປໂຮງຮຽນ

ຜູ້ຕາງໜ້າຄ້າຍທະຫານຊາຍແດນແຂວງ ຈູງລີ ມອບຂອງຂວັນໃຫ້ ທ້າວ ໂອ, ກຸ່ມບ້ານນ້ຳງາ, ເມືອງວຽງໄຊ, ແຂວງຫົວພັນ (ລາວ). ພາບ: ຮວ່າງລານ

ບູນຊູ ແບ່ງປັນວ່າ: "ໂດຍໄດ້ຮັບປຶ້ມ, ເງິນໜູນຊ່ວຍໃນແຕ່ລະເດືອນຈາກທະຫານຊາຍແດນ, ສະນັ້ນ ຫຼານໄດ້ໄປໂຮງຮຽນພ້ອມກັບໝູ່ເພື່ອນ. ສິ່ງດັ່ງກ່າວໄດ້ກາຍເປັນກຳລັງໜູນ ເພື່ອໃຫ້ຫຼານມານະພະຍາຍາມ, ດຸໝັ່ນຂະຫຍັນພຽນຮ່ຳຮຽນໃຫ້ດີ".

ຢູ່ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ), ໃນຊຸມປີມໍ່ໆມານີ້, ຄ້າຍທະຫານຊາຍແດນບ໊າດມອດ ໄດ້ໜູນຊ່ວຍນ້ອງແກ້ວ ເກີດໃນປີ 2002 (ບ້ານຫາງ), ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ໃນໄລຍະ 4 ສົກຮຽນແຕ່ ມ 4 ຫາ ມ 7. ຫຼັງຈາກຮຽນຈົບມັດທະຍົມຕອນປາຍ 3 ປີ, ນ້ອງ ແກ້ວ ໄດ້ມີເງື່ອນໄຂພື້ນຖານ ເພື່ອສະໝັກວຽກງານ ແລະພວມເຮັດວຽກຢູ່ນະຄອນຫຼວງວຽງຈັນ ດ້ວຍລາຍຮັບທີ່ໝັ້ນຄົງ.

ເຊັ່ນດຽວກັນກັບຄ້າຍທະຫານຊາຍແດນບ໊າດມອດ, ຄ້າຍທະຫານຊາຍແດນຈູງລີ ກໍ່ໄດ້ໜູນຊ່ວຍ ທ້າວ ໂອ, ກຸ່ມບ້ານນ້ຳງາ, ເມືອງ ວຽງໄຊ, ແຂວງ ຫົວພັນ (ລາວ) ເຊິ່ງແມ່ນນັກຮຽນຊັ້ນປະຖົມ, ຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ແຕ່ປີ 2021. ຕາມຜູ້ຕາງໜ້າຄະນະຄຸ້ມຄອງບ້ານນາຮາມ ແລ້ວ, ຄອບຄົວຂອງ ທ້າວ ໂອ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຫຼານພັດຕັ້ງໃຈຮ່ຳຮຽນ. ໃນໄລຍະຜ່ານມາ, ເພື່ອລະດົມຜົນການຮໍ່າຮຽນຂອງທ້າວໂອ ຢ່າງທັນການ, ນອກຈາກເງິນໜູນຊ່ວຍ 4,5 ລ້ານດົ່ງ/ປີ, ຄ້າຍທະຫານຊາຍແດນຈູງລີ ຍັງຈັດຕັ້ງການພົບປະກັບຄະນະຄຸ້ມຄອງບ້ານນາຮາມ ແລະໝວດທະຫານຊາຍແດນຄຳນາງ ເພື່ອແລກປ່ຽນ, ກໍາແໜ້ນສະພາບການ, ຈາກນັ້ນ, ກໍ່ມີການເຄື່ອນໄຫວໜູນຊ່ວຍ ແລະລະດົມກໍາລັງໃຈ ຫຼານ ແລະຄອບຄົວ.

ສອງແຂວງແທງຮວ໊າ - ຫົວພັນ ມີຊາຍແດນຕິດກັນແກ່ຍາວ, ປະຊາຊົນສອງປະເທດມີສາຍພົວພັນໃກ້ຊິດສະໜິດສະໜົມ. ຫຼາຍບ້ານຢູ່ເຂດຕິດກັບຊາຍແດນຂອງລາວ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະນັກຮຽນຫຼາຍຄົນຂອງປະເທດເພື່ອນນັ້ນ ພວມຢືນຕໍ່ໜ້າຄວາມສ່ຽງທີ່ຈະຕ້ອງປະລະການຮຽນ. ນັບແຕ່ຊຸມວັນຕົ້ນ ເມື່ອຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ”, ຮູບແບບ “ລູກລ້ຽງຄ້າຍທະຫານຊາຍແດນ”, ກອງບັນຊາການທະຫານຊາຍແດນແທງຮວ໊າ ຊີ້ນຳບັນດາກົມກອງຮາກຖານເປີດກວ້າງເປົ້າໝາຍໜູນຊ່ວຍ ນັ້ນແມ່ນລູກຫຼານຊາວເຜົ່າລາວ ຢູ່ບັນດາບ້ານຕິດກັບຊາຍແດນຂອງລາວ. ບົນພື້ນຖານແຜນນະໂຍບາຍໃຫຍ່ດັ່ງກ່າວ, ບັນດາຄ້າຍທະຫານຊາຍແດນຢູ່ເຂດຊາຍແດນໄດ້ປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນ ແລະກຳລັງທີ່ກ່ຽວຂ້ອງຂອງແຂວງຫົວພັນ (ລາວ) ເພື່ອສຳຫຼວດ ແລະເລືອກບັນດານັກຮຽນລາວ ທີ່ປະສົບຄວາມຫຍຸ້ງຍາກ ເພື່ອໜູນຊ່ວຍໃຫ້ແກ່ເຂົາເຈົ້າ.

ໂດຍປະຕິບັດທິດນຳ “ຄ້າຍເປັນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ” ດ້ວຍອາລົມຈິດ ແລະຄວາມຮັບຜິດຊອບ, ທະຫານຊາຍແດນ ແທງຮວ໊າ ໄດ້ໜູນຊ່ວຍ ແລະລະດົມກໍາລັງໃຈລູກຫຼານຂອງປະຊາຊົນເຂດຊາຍແດນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອກ້າວເດີນບົນເສັ້ນທາງປັນຍາຊົນ. ໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ແລະ “ລູກລ້ຽງຄ້າຍທະຫານຊາຍແດນ” ໄດ້ໜູນຊ່ວຍນັກຮຽນ 106 ຄົນ (ໃນນັ້ນມີນັກຮຽນຂອງປະເທດເພື່ອນລາວ 11 ຄົນ) ດ້ວຍຈຳນວນເງິນ 500.000 ດົ່ງ/ຄົນ/ເດືອນ; ລ້ຽງດູ ນັກຮຽນ 8 ຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພື່ອມີເງື່ອນໄຂສືບຕໍ່ຮ່ຳຮຽນຢູ່ 6 ຄ້າຍທະຫານຊາຍແດນ; ໂຄງການ “ພະນັກງານ, ນັນຮົບກອງທັບຊ່ວຍນ້ອງໄປໂຮງຮຽນ” ໄດ້ໜູນຊ່ວຍເດັກນ້ອຍ 219 ຄົນດ້ວຍຈຳນວນເງິນ 7.400.000 ດົ່ງ/ຄົນ/ປີ. ປີ 2023, ບັນດາຄ້າຍທະຫານຊາຍແດນໄດ້ສົມທົບກັບບັນດາໂຮງຮຽນຢູ່ເຂດຊາຍແດນປະກອບສ່ວນວັນອອກແຮງງານ ເພື່ອກໍ່ສ້າງ, ສ້ອມແປງໂຮງຮຽນ, ຫ້ອງຮຽນລວມມູນຄ່າ 180.000.000 ດົ່ງ; ຂົນຂວາຍນັກຮຽນກັບຄືນມາຮຽນ 67 ຄົນ, ມອບປຶ້ມ ແລະອຸປະກອນການຮຽນລວມມູນຄ່າ 90.100.000 ດົ່ງ...

ພັນເອກພິເສດ ຫງວຽນວັນດົງ, ຮອງຫົວໜ້າການເມືອງທະຫານຊາຍແດນ ແທງຮວ໊າ ໃຫ້ຮູ້ວ່າ: ໂຄງການ ໄດ້ແບ່ງເບົາຄວາມຫຍຸ້ງຍາກກັບພວກນ້ອງນັກຮຽນຢູ່ບັນດາໝູ່ບ້ານຊາຍແດນຂອງລາວ; ໜູນຊ່ວຍ ແລະຊ່ວຍເຫຼືອເດັກນ້ອຍໃຫ້ມີເງື່ອນໄຂ ເພື່ອຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອນັບມື້ນັບກ້າວໜ້າ, ເຕີບໃຫຍ່; ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງທະຫານຊາຍແດນແທງຮວ໊າ ແລະຄະນະພັກ, ອຳນາດການປົກຄອງ, ບັນດາກໍາລັງ ແລະ ປະຊາຊົນຢູ່ເຂດຕິດກັບຊາຍແດນເບື້ອງລາວ, ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນໃຫ້ໝັ້ນແກ່ນ, ຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.