ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ

09:07 | 02/06/2024

ຍສໝ - ​ເຂົ້າ​ຮ່ວມງານຕະຫຼາດນັດວັດທະນະທຳ ແລະ ​ອາຫານ​ສາກົນ, ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ທັງເຄື່ອນໄຫວການກຸສົນ, ທັງສົມທົບເຜີຍແພ່ຮູບພາບຂອງປະເທດຊາດ.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ
ເຊື່ອມຕໍ່ກາລະໂອກາດພັດທະນາເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບຣາຊິນ

ວັນ​ທີ 1 ມິຖຸນາ​, ຢູ່​ຫໍພິພິທະ​ພັນ​ສິລະ​ປະ Brasilia ໄດ້ຈັດງານຕະຫຼາດນັດວັດທະນະທຳ ແລະ ​ອາຫານ​ສາກົນ ໂດຍກຸ່ມພັນລະຍາ​ຂອງ​ຫົວໜ້າ​ບັນດາຄະນະຜູ້ແທນ ຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງ 50 ກວ່າ​ປະ​ເທດ​ທີ່ຂຶ້ນກັບ ​ເອີ​ລົບ, ອາຊີ, ອາ​ເມ​ລິ​ກາ ​ແລະ ພາກພື້ນຕະ​ເວັນ​ອອກ​ກາງ.

ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດວັດທະນະທຳ ແລະ ​ອາຫານສາກົນ.

ໂດຍສືບ​ຕໍ່​ຜົນສຳ​ເລັດ​ຂອງເຫດການ​ປີ 2023, ງານ​ຕະຫຼາດນັດປີນີ້ ດ້ວຍຫົວຂໍ້ “​ເພື່ອ​ໂລກ​ສີຂຽວ”, ມຸ່ງ​ໄປ​ເຖິງ​ຄວາມ​ຍືນ​ຍົງ ​ແລະ ປະກອບສ່ວນ​ສ້າງ​ໜ່ວຍ​ໂລກ​ທີ່​ຂຽວ​ສົດ​ງົດ​ງາມ​ກວ່າ​ອີກ​ໃຫ້ບັນດາຮຸ່ນ​ອະນາຄົດ. ງານຕະຫຼາດນັດດັ່ງກ່າວ ໄດ້ຈັດຂຶ້ນດ້ວຍເປົ້າໝາຍໃນການບໍລິຈາກ ແລະ ປະຕິບັດການກຸສົນໃຫ້ແກ່ 5 ຮາກຖານ ເຊິ່ງເປັນສູນຊ່ວຍເຫຼືອ, ບ້ານໃຫ້ແກ່ຜູ້ທີ່ມີຄວາມອ່ອນແອໃນສັງຄົມເຊັ່ນ ເດັກນ້ອຍ, ແມ່ຍິງ ແລະ ຜູ້ເຖົ້າ.

ງານ​ຕະຫຼາດນັດ​ດັ່ງກ່າວ​ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 5.000 ເທື່ອຄົນ, ໃນ​ນັ້ນ​ມີ​ເຈົ້າ​ໜ້າ​ທີ່​ນະຄອນຫຼວງ Brasilia, ຄະນະທູຕານຸທູດ, ປະຊາຊົນ​ ບຣາຊິນ ​ແລະ ບັນດາ​ປະ​ເທດ​ ອາ​ເມ​ລິ​ກາ​ ໃຕ້ ​ອື່ນໆ.

ນີ້​ແມ່ນ​ໂອກາດ ທັງ​ເຂົ້າ​ຮ່ວມ​ ແລະ ​ເຄື່ອນ​ໄຫວ​ການກຸສົນ, ທັງສົມທົບແນະນຳກ່ຽວກັບ​ວັດທະນະທຳ, ອາຫານ​ພື້ນ​ເມືອງ​ ຫວຽດນາມ ​ຄື ຢໍ່ຈືນ, ກາ​ເຟ, ຊາຂຽວ, ຊາ​ໝາກ​ນາວ​ດ້ວຍ​ສະ​ໝຸນ​ໄພ​ຖັງເຊົ່າ, ຜະລິດຕະພັນກະເສດ, ຜະລິດຕະພັນພິເສດຫວຽດນາມ. ງານ​ຕະຫຼາດນັດປີນີ້ ແມ່ນ​ໂອກາດທີ່​ດີ​ເພື່ອ​ໂຄສະນາຮູບພາບ​​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ດ້ວຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ເຖິງເພື່ອນ​ມິດສາ​ກົນ ​ແລະ ປະຊາຊົນ​ປະຈຳ​ຖິ່ນ.

ຂໍ້​ມູນ​ກ່ຽວ​ກັບ ​ຫວຽດນາມ ​​ໄດ້​ຮັບ​ການ​ແນະນຳ​ຢ່າງ​ວ່ອງ​ໄວ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບ​ເປົ້າໝາຍທັງ​ໝົດ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນດີງາມຕໍ່​ແຂກ​ທ່ອງ​ທ່ຽວ.

ເຜີຍແພ່ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ຊາວ ບຣາຊິນ

ຮ້ານຫວຽດນາມ.

ໂດຍຜ່ານ​ເຫດການ, ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ທີ່​ມີ​ຂໍ້​ມູນ​​ໜ້ອຍ​ກ່ຽວ​ກັບ ຫວຽດນາມ, ຈະສາມາດ​ເຂົ້າ​ໃຈຢ່າງຈະ​ແຈ້ງ ​ແລະ ຖືກຕ້ອງກ່ຽວ​ກັບ ຫວຽດນາມ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ແລະ ການ​ປະກອບສ່ວນ​ຂອງ​ປະ​ເທດ​ ຫວຽດນາມ ເຂົ້າໃນຂະ​ບວນການ​ພັດທະນາ​ລວມ​ຂອງ​ພາກ​ພື້ນ, ​​ໂລກ ​ຢ່າງ​ຖືກຕ້ອງ.

ເສົາຄໍ້າສໍາຄັນໃນສາຍພົວພັນ ຫວຽດນາມ - ບຣາຊິນ ເສົາຄໍ້າສໍາຄັນໃນສາຍພົວພັນ ຫວຽດນາມ - ບຣາຊິນ

ຍສໝ - ບຣາຊິນ ແລະ ຫວຽດນາມ ສະເຫຼີມສະຫຼອງ 35 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2024 ດ້ວຍການເລີ່ມການຮ່ວມມືສອງຝ່າຍຄືນໃໝ່. ບາດກ້າວທໍາອິດທີ່ໄດ້ປະຕິບັດແມ່ນການຢ້ຽມຢາມ ບຣາຊິນ ຂອງ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໃນເດືອນກັນຍາ ປີ 2023.

ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ ພັກກອມມູນິດ ຫວຽດນາມ ແລະ ບຣາຊິນ ເພີ່ມທະວີການແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາຂົງເຂດ

ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຢູ່ສຳນັກງານຄະນະ​ການ​ຕ່າງປະ​ເທດ​ສູນ​ກາງ, ສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ການຕ້ອນຮັບສະຫາຍ ນາງ Luciana Santos, ປະທານພັກກອມມູນິດ ບຣາຊິນ (PcdoB), ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຂອງ ບຣາຊິນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.