ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

10:46 | 17/06/2024

ຍສໝ - ຕອນບ່າຍວັນທີ 15 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອອກເຄື່ອນທັບອາສາສະໝັກລະດູແລ້ງ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ປີ 2024 ​ແມ່ນ​ປີ​ຂີດໝາຍ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢູ່ແນວຮົບປະເທດເພື່ອນມິດ ລາວ.

ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ
ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ
ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

ຄະນະອາສາສະໝັກກ່ອນອອກເດີນທາງ.

​ໃນ​ລາຍການ, ບັນດາ​ນັກຮົບ​ອາສາ​ສະໝັກ​ໄດ້​ເຮັດພິທີຖະຫວາຍ​ດອກ​ໄມ້​ສົດ​ທີ່​ອະນຸສອນ​ສະຖານ​ປະທານ ​ໂຮ່ຈີ​ມິນ ດ້ວຍ​ນ້ຳ​ໃຈຄວາມຮັກແພງ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່. ປີນີ້, ຄະນະອາສາສະໝັກນະຄອນ ໂຮ່ຈີມິນ ປະຈຳ ລາວ ມີນັກຮົບ 120 ຄົນ, ໃນນັ້ນມີນັກຮົບລະດູແລ້ງສີຂຽວ 39 ຄົນ, ນັກຮົບບັ້ນພັກແດງ 22 ຄົນ, ນັກຮົບອາສາສະໝັກສິລະປິນ 24 ຄົນ, ນັກຮົບອາສາສະໝັກ 35 ຄົນຈາກສະມາຄົມແພດ)ໍໜຸ່ມນະຄອນ. ໃນນັ້ນ ມີ​ຄະນະ​​ທ່ານ​ໝໍ 45 ຄົນ ​ແລະ ນັກຊ່ຽວຊານ-ຄູ່ອາຈານ 5 ຄົນ.

ນັກຮົບອາສາສະໝັກ 120 ຄົນຈາກນະຄອນ ໂຮ່ຈີມິນ ໄປເຂົ້າຮ່ວມການເຄື່ອນໄຫວລະດູແລ້ງຢູ່ ລາວ

ທ່ານ ​ໂຮ່ຊວນ​ເລີມ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈິ​ມິນ ​ໄດ້​ມອບ​ຜ້າ​ລາຍແຊກໃຫ້​ບັນດາ​ນັກຮົບ​ອາສາ​ສະໝັກ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ແລ້ງຢູ່​ ລາວ.

ກິດຈະກຳອາສາສະໝັກລະດູແລ້ງຢູ່ ລາວ ປີ 2024 ໄດ້ດຳເນີນແຕ່ວັນທີ 15-30 ມິຖຸນາ ປີ 2024. ບັນດາການເຄື່ອນໄຫວຈະໄດ້ຈັດຕັ້ງປະຕິບັດໃນ 2 ແຂວງຄື: ແຂວງ ຈໍາປາສັກ (ເມືອງ ປະທຸມພອນ, ເມືອງ ສຸຂຸມາ, ເມືອງ ມຸນລະປາໂມກ, ເມືອງ ໂຂງ ແລະ ເມືອງ ໂພນທອງ) ແລະ ແຂວງ ອັດຕະປື (ເມືອງ ສາມັກຄີໄຊ, ເມືອງ ພູວົງ, ເມືອງ ຊານໄຊ, ເມືອງ ໄຊເສດຖາ ແລະ ເມືອງ ສະໜາມໄຊ).

​ໃນ​ໄລຍະ 2 ອາທິດ, ຄະນະ​​ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສຶກສາ​ມູນເຊື້ອ, ພົບປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ໜູນ​ຊ່ວຍ​​ພັດທະນາ​ການ​ສຶກສາ, ບຳລຸງ​ສ້າງ​ວິຊາ​ຊີບ, ​ແນະນຳ​ການປະກອບອາຊີບ...

ນອກ​ຈາກນັ້ນ, ຄະນະ​ຍັງ​ໄດ້​ຈັດ​ຕັ້ງບັນດາການ​ເຄື່ອນ​ໄຫວຄື: ​ການ​ແນະນຳ, ເບິ່ງແຍງດູແລສຸຂະພາບ, ​ພັດທະນາ​ສາທາລະນະສຸກ; ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ສ້າງ​ຕົວ​ເມືອງ​ສີວິໄລ ແລະ ບັນດາການ​ເຄື່ອນ​ໄຫວ​ດ້ານສະຫວັດດີການສັງ​ຄົມ.

ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູແລ້ງ​ຢູ່​ ລາວ ​ແມ່ນ​ການ​ເຄື່ອນ​ໄຫວທີ່​ມີເປົ້າໝາຍ ເພື່ອ​ຊຸກຍູ້​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ບັນດາ​ສະມາຊິກໃນຄະນະ​ ​ແລະ ຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ສາກົນ​ຂອງ​ບັນດາ​ສະມາຊິກໃນຄະນະ ​ແລະ ຊາວ​ໜຸ່ມ​ນະຄອນ ​ ໂຮ່ຈີ​ມິນ ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ປະຕິບັດ​ໂຄງການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ວັດທະນະທຳ ແລະ ສັງຄົມ​ລະຫວ່າງ​ນະຄອນ​ ໂຮ່ຈິ​ມິນ ກັບ​ບັນດາ​ແຂວງ, ນະຄອນ​ຂອງ​ ລາວ ໃຫ້ເປັນຢ່າງດີ​​.

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ) Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ຍສໝ - ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ໄດ້ຮັບໃຊ້ຜູ້ໂດຍສານດ້ວຍ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.

ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ

ຍສໝ - ວັນທີ 3 ທັນວາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງລາຍການຍ້ອງຍໍ “ນັກສຶກສາລາວ ແລະ ກຳປູເຈຍ ຕົວແບບ” ໃນປີ 2023. ມີນັກສຶກສາລາວ ແລະ ກຳປູເຈຍ ທີ່ມີຜົນການຮຽນດີເດັ່ນ, ຝຶກຝົນຫຼໍ່ຫຼອມ ແລະ ຕັ້ງໜ້າເຂົ້າຮ່ວມການ​ເຄື່ອນ​ໄຫວ​ພົບປະມິດຕະພາບ ຈໍານວນ 123 ກວ່າ ...

ມິງດຶກ

ເຫດການ
302 Found

Found

The document has moved here.