ທະຫານອາສາສະໝັກເກືອບ 170 ຄົນໄດ້ໄປຢ້ຽມຢາມປະເທດລາວ ແລະ ເກາະຝູກຸ໋ຍ

07:45 | 16/06/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 15 ມິຖຸນາ, ຢູ່​ເຮືອນເຍົາວະຊົນ ​ນະຄອນ​ໂຮ່ຈິ​ມິນ, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ເລີ່​ມດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ເມືອງ​ເກະຝູກຸ໋ຍ (​ແຂວງ​ບິ່ງ​ທັວນ) ປີ 2024.

ຄໍາແນະນໍາສໍາລັບ​ນັກ​ທ່ອງ​ທ່ຽວທີ່ມາຢ້ຽມຢາມປະເທດລາວເປັນ​ຄັ້ງ​ທໍາ​ອິດ​ ຄໍາແນະນໍາສໍາລັບ​ນັກ​ທ່ອງ​ທ່ຽວທີ່ມາຢ້ຽມຢາມປະເທດລາວເປັນ​ຄັ້ງ​ທໍາ​ອິດ​
ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ ຍູ້ແຮງການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນລະຫວ່າງແຂວງ ກວາງຈິ ແລະ 3 ແຂວງຂອງປະເທດລາວ

ຄະນະອາສາສະໝັກ ປະກອບມີ ທະຫານ 120 ຄົນ ເຊິ່ງເປັນສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມ,ຊາວໜຸ່ມ, ພະນັກງານລັດຖະກອນ, ນາຍໝໍໜຸ່ມ, ນັກສິລະປິນໜຸ່ມໄດ້ອອກເດີນທາງເພື່ອເຄື່ອນໄຫວວຽກງານອາສາສະໝັກຢູ່ປະເທດລາວ. ໃນປະເທດລາວ, ບັນດາທີມງານຈະໄດ້ດໍາເນີນຫຼາຍໂຄງການ, ການເຄື່ອນໄຫວຕົວຈິງຢູ່ແຂວງຈໍາປາສັກ ແລະ ອັດຕະປື ໃນລະຫວ່າງວັນທີ 15 ຫາ 30 ມິຖຸນາ.

ທະຫານອາສາສະໝັກເກືອບ 170 ຄົນໄດ້ໄປຢ້ຽມຢາມປະເທດລາວ ແລະ ເກາະຝູກຸ໋ຍ

ທະຫານອາສາສະໝັກເກືອບ 170 ຄົນໄດ້ໄປຢ້ຽມຢາມປະທດລາວ ແລະ ເກາະຝູກຸ໋ຍ

ທີມງານອາສາສະໝັກຈະໄປກວດ ແລະ ປິ່ນປົວພະຍາດ, ແຈກຍາຍຢາໂດຍບໍ່ໄດ້ເສຍຄ່າປະຊາຊົນຜູ້ດ້ອຍໂອກາດ, ບໍລິຈາກເຄື່ອງຊ່ວຍຫາຍໃຈ ແລະ ເຄື່ອງກວດພະຍາດໃຫ້ແກ່ໂຮງໝໍ; ເຄື່ອງຕອງນໍ້າ, ຕູ້ນໍ້າດື່ມໂດຍກົງຈາກທໍ່; ມອບ​ໃຫ້ເຮືອນ​ມິດຕະພາບ​ຊາວ​ໜຸ່ມ ລາວ - ຫວຽດນາມ; ຫ້ອງອ່ານໜັງສື, ສະຫນາມເດັກຫຼິ້ນໃນຮົ່ມ, ຄອມພິວເຕີສໍາລັບນັກຮຽນ; ສະໜັບສະໜູນ​ການ​ພັດທະນາ​ການ​ສຶກສາ, ຝຶກອົບຮົມວິຊາຊີບ, ແນະນຳວິຊາຊີບ, ແນະນຳປະກອບອາຊີບ... ພ້ອມກັນນັ້ນ ກໍ່ໄດ້ຈັດບັນດາກິດຈະກຳແລກປ່ຽນວັດທະນະທຳ-ສິລະປະ, ແຕ່ງບົດເພງ ເພື່ອສະເຫຼີມສະຫຼອງ 20 ປີແຫ່ງການເຄື່ອນໄຫວອາສາສະໝັກລະດູຮ້ອນຢູ່ປະເທດລາວ.

ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ກໍ່​ໄດ້​ເລີ່ມທີມງານ​ທະຫານ​ອາສາ​ສະໝັກ​ລະດູ​ຮ້ອນ​ຢູ່​ເມືອງ​ເກາະຝູກຸ໋ຍ ພ້ອມດ້ວຍ​ທະຫານ​ອາສາ​ສະໝັກ 48 ຄົນ. ບັນດາກິດຈະກຳ​ຢູ່​ເມືອງ​ເກາະ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 28 ມິຖຸນາ​ນີ້.

ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ ສົ່ງອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ໃນປາງສົງຄາມຢູ່ລາວ ເກືອບ 2.000 ອັດຖິກັບເມືອບ້ານເກີດເມືອງນອນ

ຍສໝ - ນັ້ນ​ແມ່ນ​ໝາກຜົນ​ທີ່ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ບັນລຸ​ໄດ້​ໃນ​ໄລຍະ 30 ປີຜ່ານມາ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ

ຍສໝ​ - ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ​ນັກ​ສຶກ​ສາ​ລາວ ​ທີ່​ຮ່ຳ​ຮຽນ​ຂະແໜງການສະເພາະ​ດ້ານສື່​ມວນ​ຊົນ​ຢູ່ ​ຫວຽດ​ນາມ​ ຫຼາຍ​ຄົນ ກັບ​ນັກ​ຂ່າວວາ​ລະ​ສານຍຸກສະໄໝເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 99 ປີ​ແຫ່ງ​ວັນສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ (21 ມີຖຸນາ 1925-21 ມີຖຸນາ 2024).

ThongMy

ເຫດການ
302 Found

Found

The document has moved here.