ເຮັດການ​ພົວ​ພັນ​ຄູ່​ຮ່ວມແຮກສ່ຽວລະ​ຫວ່າງ​ ແຂວງ ເລີ່ມ​ດົງ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ໃຫ້ເລິກເຊິ່ງຂຶ້ນຕື່ມ

07:10 | 14/06/2024

ຍສໝ - ຄະນະ​ຜູ້​ແທນ​ພະນັກງານ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ເລີ່ມດົງ ​ໂດຍ​ທ່ານ ຫງວຽນ​ບານ​, ປະທານ​ສະມາຄົມ ​ເປັນຫົວໜ້າຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ທ້ອງ​ຖິ່ນ ແຮກສ່ຽວ​ຂອງ​ປະເທດລາວ ​ແຕ່​ວັນ​ທີ 26 ພຶດສະພາ ຫາ​ວັນ​ທີ 2 ມິຖຸນາ.

ລັດຖະບານ ​ໄດ້​ຕົກລົງ​ຈະ​ຊື້​ໄຟຟ້າ​ຈາກ​ໂຄງການ ​ເຈື່ອງ​ເຊີນ​ ຢູ່​ລາວ
ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ

ຄະນະ​ຜູ້​ແທນ​ພະນັກງານ ​ແລະ ສະມາຊິກ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ເລີ່ມດົງ ​ໂດຍ​ທ່ານ ຫງວຽນ​ບານ​, ປະທານ​ສະມາຄົມ ​ເປັນຫົວໜ້າຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ທ້ອງ​ຖິ່ນ ແຮກສ່ຽວ​ຂອງ​ປະເທດລາວ ​ແຕ່​ວັນ​ທີ 26 ພຶດສະພາ ຫາ​ວັນ​ທີ 2 ມິຖຸນາ.

ທີ່ການຢ້ຽມຢາມແຂວງຈໍາປາສັກ, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂໍ່ານັບສະຫາຍເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ, ເຂົ້າຮ່ວມກອງປະຊຸມພົບປະ ແລະ ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈໍາປາສັກ, ມອບຂອງຂວັນ ເປັນເຮືອນມະຫາສາມັກຄີ ເຊິ່ງເປັນມູນຄ່າ 100 ລ້ານດົ່ງ ໃຫ້ແກ່ຄອບຄົວທີ່ຫຍຸ້ງຍາກຂອງແຂວງ.

Đoàn công tác Hội hữu nghị Việt Nam - Lào tỉnh Lâm Đồng tặng 100 triệu đồng xây dựng nhà đại đoàn kết ở Champasak, Lào (Ảnh: baolamdong.vn) ຄະນະທິມງານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລີ່ມດົ່ງ ໄດ້ມອບເງິນ 100 ລ້ານດົ່ງ ເພື່ອກໍ່ສ້າງເຮືອນສາມັກຄີ ຢູ່ແຂວງຈຳປາສັກ, ສ ປປ ລາວ (ຮູບພາບ: baolamdong.vn)

ຄະນະປະຕິບັດງານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລີ່ມດົ່ງ ໄດ້ມອບເງິນ 100 ລ້ານດົ່ງ ເພື່ອກໍ່ສ້າງເຮືອນສາມັກຄີ ຢູ່ແຂວງຈຳປາສັກ, ສ ປປ ລາວ (ຮູບພາບ: baolamdong.vn)

ທີ່ການພົບປະກັບພະນັກງານ, ຄູ-ອາຈານ ແລະ ນັກຮຽນ ໂຮງຮຽນ ມິດຕະພາບ ຈຳປາສັກ - ເລີ່ມດົງ ເມືອງ ປາກເຊ ແຂວງ ຈຳປາສັກ, ຄະນະປະຕິບັດງານໄດ້ມອບທຶນການສຶກສາ ຈຳນວນ 30 ທຶນ ມູນຄ່າ 30 ລ້ານດົ່ງ ໃຫ້ນັກຮຽນທຸກຍາກ ແລະ ນັກຮຽນເກັ່ງ. ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ເລີ່ມດົງ ຫງວຽນ​ບານ ​ໃຫ້​ຮູ້​ວ່າ: ສະມາຄົມ​ຈະ​ສືບ​ຕໍ່​ຊຸກຍູ້​ມອບ​ມີ​ຄອມ​ພິວ​ເຕີ​ ໃຫ້​ໂຮງຮຽນອີກຕື່ມຈໍານວນໜຶ່ງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ໄປຢ້ຽມ​ຂ່ຳນັບ ທ່ານ ຫງວຽນ​ວັນ​ຈູງ ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກເຊ ໃນ​ໂອກາດທີ່ມາ​ຢ້ຽມ​ຢາມ ແລະ ເຮັດວຽກ​, ທ່ານ ຫງວຽນບານ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ແຜນ​ການ ແລະ ການ​ເຮັດ​ວຽກ​ຢູ່​ແຕ່ລະທ້ອງຖິ່ນ. ທ່ານ ຫງວຽນ​ວັນ​ຈູງ ​ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບຫວຽດນາມ - ລາວ ​ແຂວງເລີ່ມດົງ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້; ລາຍງານ​ກ່ຽວ​ກັບ​ບາງ​ສະ​ພາບ​ການ​ທີ່​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ, ສະ​ເໜີ​ບັນ​ດາ​ທິດ​ທາງ​ຊຸກ​ຍູ້​ການ​ຮ່ວມ​ມື​ ລະ​ຫວ່າງສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງເລີ່ມດົງ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບລາວ - ຫວຽດ​ນາມ ແຂວງ​ຈຳ​ປາ​ສັກ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ຫງວຽນ​ວັນ​ຈູງ ​ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ຊ່ວຍເຫລືອ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງເລີ່ມດົງ ​ເວົ້າ​ສະ​ເພາະ​ ກໍ່ຄືອຳນາດການປົກຄອງ, ບັນດາ​ຂະແໜງການ​ແຂວງເລີ່ມດົງ ​ເວົ້າ​ລວມ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນທ້ອງຖິ່ນ ໃນໄລຍະ​ທີ່​ຈະ​ມາ​ເຖິງ​.

Đoàn Hội hữu nghị Việt Nam - Lào tỉnh Lâm Đồng trao đổi Tổng Lãnh sự Việt Nam tại Pakse Nguyễn Văn Trung. (Ảnh: Tổng lãnh sự quán Việt Nam tại Pakse) ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ເລິ່ມດົງ ໄດ້ມີການພົບປະແລກປ່ຽນກັບກົງສູນໃຫຍ່ຫວຽດນາມ ທີ່ ປາກເຊ ຫງວຽນວັນຈູງ. (ພາບ: ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ປາກເຊ)

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ເລິ່ມດົງ ໄດ້ມີການພົບປະແລກປ່ຽນກັບ ທ່ານ ຫງວຽນວັນຈູງ, ກົງສູນໃຫຍ່ຫວຽດນາມ ປະຈຳ ປາກເຊ . (ພາບ: ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ປາກເຊ)

ຢູ່ແຂວງບໍລິຄຳໄຊ, ຄະນະຜູ້ແທນພະນັກງານ, ສະມາຊິກສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລີ່ມດົງ ໄດ້ມາຈູດທູບທຽນຢູ່ ອານຸສາວະລີນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງ ບໍລິຄຳໄຊ; ເຂົ້າຢ້ຽມຂໍ່ານັບ​​ເລ​ຂາພັກແຂວງ​, ຮັກສາການ​ເຈົ້າ​ແຂວງ​ບໍ​ລິ​ຄຳ​ໄຊ... ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແຂວງເລີ່ມ​ດົງ ແລະສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຫວຽດ​ນາມ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແລະ ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ ລະ​ຫວ່າງສອງ​ສະ​ມາ​ຄົມ​. ຄະນະປະຕິບັດງານໄດ້ມອບເງິນ 100 ລ້ານດົ່ງ ເພື່ອກໍ່ສ້າງເຮືອນສາມັກຄີໃຫ້ບັນດາຄອບຄົວຜູ້ດ້ອຍໂອກາດ ແລະ ທຶນການສຶກສາ 15 ທຶນ ມູນຄ່າ 15 ລ້ານດົ່ງໃຫ້ນັກຮຽນທຸກຍາກແຂວງບໍລິຄໍາໄຊ.

ໃນ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ນະຄອນຫຼວງ​ວຽງ​ຈັນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ແຂວງ​ເລິ່ມດົງ ​ແລະ ສະມາຄົມຂອງເພື່ອນ ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ແລະ ​ຕັ້ງໜ້າຈັດຕັ້ງປະຕິບັດ​ການສ້າງຂະບວນການ “ບຳລຸງ​ສ້າງ​ມິດຕະພາບ” ມຫ້ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບລະຫວ່າງ​ສອງ​ປະ​ເທດ​ ແລະ​ ສອງ​ແຂວງ ​ນັບ​ມື້​ນັບ​ແໜ້ນແຟ້ນ ແລະ ເຂັ້ມ​ແຂງ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ

ຍສໝ - ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ ຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນ​ລາວ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ທ້ວນ ​ໃນ​ວັນ​ທີ 26 ມີນາ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.