ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

06:42 | 31/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ, ຢູ່​ທີ່​ໂຮງ​ແຮມ ​ຈຳ​ປາ, ​ເມືອງ ເຊິມເຊີນ, ສະ​ຫາຍ ໂດ໊ຈ່ອງຮຶງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ແທງຮວ໋າ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​​ຂອງ​ສະພາ​ປະຊາຊົນ​ແຂວງ​ ຫົວ​ພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ກຳມະການຄະນະປະຈຳພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ ຫົວພັນ, ເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການວຽກງານຂອງ ສະພາ​ປະຊາຊົນ​ສອງ​ແຂວງ ​ໄດ້​ຈັດ​ຂຶ້ນ​ຢູ່ທີ່​ແຂວງ ແທງ​ຮວ໋າ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ​ບັນດາ​ສະຫາຍ​ຄື: ​ສະຫາຍ ເລ​ຕ໋ຽນ​ລາມ, ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານຜູ້​ປະຈຳການສະພາ​ປະຊາຊົນ​ແຂວງ; ສະຫາຍ ຫງວຽນກວາງຫາຍ, ຮອງປະທານສະພາປະຊາຊົນແຂວງ ແທງຮວ໋າ.

ທະຫານຊາຍແດນແຂວງ ແທງຮວ໋າ: ຊ່ວຍເຫຼືອວັດຖຸໃຫ້ກອງບັນຊາການທະຫານແຂວງ ຫົວພັນ (ລາວ)
ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ

ຕາງໜ້າການນຳແຂວງ ແທງຮວ໋າ, ທ່ານ ໂດ໊ຈ່ອງຮຶງ, ເລຂາຄະນະພັກແຂວງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ ສະຫາຍ ຄອນປະພັນ ເລືອງສີຈັນທອງ ແລະ ຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ ມາທີ່ ແຂວງ ແທງຮວ໋າ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວວຽກງານລະຫວ່າງສະພາປະຊາຊົນສອງແຂວງ. ສະຫາຍ ເລຂາຄະນະພັກແຂວງ ໄດ້ຊົມເຊີຍບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຫົວພັນ ໃນໄລຍະທີ່ຜ່ານມາ, ພ້ອມທັງຢືນຢັນຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງອົງຄະນະພັກ, ລັດຖະບານ ແລະ ຄວາມມານະພະຍາຍາມຂອງປະຊາຊົນ, ແຂວງ ຫົວພັນ ຈະສືບຕໍ່ບັນ​ລຸໄດ້ບັນດາ​ຜົນ​ສໍາ​ເລັດ​ທີ່​ຍິ່ງ​ໃຫຍ່​ ແລະ​ ມີຄວາມໝັ້ນຄົງ​ໃນ​ພາລະກິດແຫ່ງການປ່ຽນແປງໃໝ່.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ທ່ານ​ເລຂາຄະນະ​​ພັກ​ແຂວງ ໂດ໊ຈ່ອງຮຶງ ​ໄດ້​ແຈ້ງໃຫ້​ຄະນະ​ຄະນະປະຕິບັດງານ ​ສະພາ​ປະຊາຊົນ​ແຂວງ​ ຫົວພັນ ​ຊາບກ່ຽວກັບບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ທີ່​ແຂວງ ແທງຮວ໋າ ບັນລຸ​ໄດ້​ໃນ 5 ​ເດືອນ​ຕົ້ນ ​ປີ 2024, ​ແບ່ງປັນ​ບາງ​ປະສົບ​ການທີ່​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຂອງສະພາ​ປະຊາຊົນ​ແຂວງ ແທງຮວ໋າ ​ແຕ່​ຕົ້ນ​ວາລະ​ທີ XVIII ມາ​ຮອດ​ປະຈຸ​ບັນ, ພິ​ເສດ​ແມ່ນ​ວຽກ​ງານ​ການກໍ່ສ້າງ, ປະກາດ​ໃຊ້​ມະຕິ ​ແລະ ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ. ທ່ານ​ເລຂາຄະນະ​​ພັກ​ແຂວງ ໄດ້ສະແດງຄວາມປາດ​ຖະໜາ​ວ່າ ທີ່​ກອງ​ປະຊຸມ​ແລກປ່ຽນ​ປະສົບ​ການ​ການ​ເຄື່ອນ​ໄຫວ​ລະຫວ່າງ​ສະພາ​ປະຊາຊົນ​ແຂວງ​ ແທງ​ຮວ໋າ ​ແລະ ສະພາ​ປະຊາຊົນ​ແຂວງ​ ຫົວພັນ, 2 ຝ່າຍ​ຈະ​ແລກປ່ຽນ​ຫຼາຍ​ເນື້ອ​ໃນ​ທີ່​ມີ​ປະ​ໂຫຍດ, ​ຮ່ວມ​ກັນ​ປຶກສາ​ຫາລື ​ເພື່ອຊອກຫາວິທີການ​ແກ້​ໄຂ ແລະ ການຈັດ​ຕັ້ງ​​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງມີ​ຄຸນ​ນະ​ພາບ​ ແລະ​ ປະ​ສິດ​ທິ​ຜົນ​ທີ່​ດີກ​ວ່າ. ຄຽງຂ້າງງນັ້ນ, ໝາກຜົນຂອງກອງປະຊຸມຍັງຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ແຂວງ ບົນຈິດໃຈບັນດາເນື້ອໃນທີ່ໄດ້ລົງນາມໃນເອກະສານສັນຍາການຮ່ວມມືໄລຍະ 2021 – 2025.

ຕາງໜ້າຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສະຫາຍ ຄອນປະພັນ ເລືອງສີຈັນທອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຈິງໃຈຂອງສະຫາຍ ໂດ໊ຈ່ອງຮຶງ ເລຂາຄະນະພັກແຂວງ ແລະ ພະນັກງານການນຳແຂວງ ແທງຮວ໋າ ທີ່ມີຕໍ່ຄະນະຜູ້ແທນ. ທ່ານຮັກສາການ​ປະທານ​ສະພາ​ປະຊາຊົນ​ແຂວງ​ ຫົວພັນ ກໍ່ຊົມ​ເຊີຍ​ບັນດາ​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ແທງ​ຮວ໋າ ​ໃນ​ຊຸມ​ປີຜ່ານມາ; ພ້ອມ​ກັນ​ນັ້ນ, ​ກໍ່ສະແດງຄວາມຂອບອົກຂອບໃຈ​ບັນດາ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ມີປະສິດທິຜົນຂອງ​ອົງຄະນະພັກ, ອຳນາດການປົກຄອງ ​ແລະ ປະຊາຊົນ​ແຂວງ ແທງ​ຮວ໋າ ​ໃຫ້​ແຂວງ​ ຫົວພັນ​ ໃນຕະຫຼອດ​ໄລຍະ​ທີ່ຜ່ານ​ມາ.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ສະຫາຍເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ໂດ໊ຈ່ອງຮຶງ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ແຂວງ ຫົວພັນ ຢ່າງ​ສະໜິດສະໜົມ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ການ​ນຳ​ສະພາ​ປະຊາຊົນ​ແຂວງ ແທງ​ຮວ໋າ - ຫົວ​ພັນ ກໍ່​ໄດ້​ມາ​ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ວັດທະນະທຳ​ອານຸສອນ ​ປະທານ ​ໂຮ່ຈິ​ມິນ ຢູ່​ນະຄອນ ແທງ​ຮວ໋າ ​ໂດຍ​ສະ​ແດງ​ຄວາມ​ຮູ້ບຸນຄຸນເປັນຢ່າງສູງຕໍ່​ປະທານ ​ໂຮ່ຈີ​ມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງ ພັກຄອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ເພິ່ນໄດ້ຮ່ວມກັບປະ​ທານ ​ໄກສອນ ພົມວິຫານ, ​ປະທານ ​ສຸພານຸວົງ ​ແລະ ບັນດາ​ການ​ນຳ​ການປະຕິວັດ​ວຸ້ນກ່ອນຂອງ ​ພັກ ​ທັງສອງຝ່າຍ, ​ໄດ້​ຮ່ວມ​ກັນກໍ່ສ້າງ ​ແລະ ເພີ່ມພູນຄູນສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ຄວາມ​ສາ​ມັກ​ຄີ, ຄວາມ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້ “ຂຽວ​ສົດງົດງາມ, ໝັ້ນຄົງຂະນົງແກ່ນຊົ່ວກາລະນານ”.

ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ ຫົວພັນ ແລະ ແທັງຫວ໋າ ຮ່ວມມືກັນປົກປັກຮັກສາປ່າ

ທ້າຍອາທິດທີ່ຜ່ານມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນຮ່ວມກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງແທັງຮວ່າໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການຮ່ວມມືວຽກງານປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າເຂດຊາຍແດນຫົວພັນ-ແທັງຮວ່າປີ 2019 ແລະ ວາງທິດທາງການຮ່ວມມືປີ 2020 ຢູ່ທີ່ຫໍວັດທະນະທຳແຂວງຫົວພັນໂດຍການເຂົ້າຮ່ວມຝ່າຍແຂວງຫົວພັນ

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ

ຍສໝ - ວັນທີ 12 ເດືອນມິຖຸນາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍຊາຍແດນ 213, ປກຊແຂວງຫົວພັນ, ສປປ ລາວ ໄດ້ຈັດກອງປະຊຸມສ່ອງແສງການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການຄຸ້ມຄອງ ແລະ ການປົກປັກຮັກສາຊາຍແດນ ໃນ 6 ເດືອນຕົ້ນປີ 2019.

ມິງດຶກ

ເຫດການ
302 Found

Found

The document has moved here.