ກະຊວງປ້ອງກັນປະເທດ ຫວຽດນາມ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ

10:01 | 19/06/2024

ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ
ກະຊວງປ້ອງກັນປະເທດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ, ຟີລິບປິນ

ກ່າວ​ຄຳປາໄສ​ທີ່​ພິທີ​ມອບ​ຮັບ, ທ່ານ​ພັນ​ເອກ ​ເລ​ວັນ​ດົງ, ຮອງ​ຫົວໜ້າ​ກົມ​ເສນາຮັກ, ກົມ​ໃຫຍ່​ພະລາ​ທິການ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ດ້ານ​ການ​ແພດ​ທະຫານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ລາວ, ​ເປັນ​ຫຼັກຖານພະຍານໃນການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ ເວົ້າລວມ ແລະ ກອງທັບ​ສອງ​ປະ​ເທດ ເວົ້າສະເພາະ, ​ໂດຍ​ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເພື່ອ​ຍົກ​ສູງ​ຄວາມສາມາດດ້ານການ​ປິ່ນປົວ ​ແລະ ຮັກສາ​ສຸຂະພາບ​ຂອງ​ທະຫານ​ 2 ປະ​ເທດ.

ກະຊວງປ້ອງກັນປະເທດ ຫວຽດນາມ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ

ທ່ານພັນເອກ ເລວັນດົງ ມອບອຸປະກອນການແພດໃຫ້ທ່ານພັນເອກ ວົງໄຊ ອິນທະຄຳ.

ຂະ​ແໜງ​ການ​ແພດ​ທະຫານ​ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ໃນ​ການ​ປະກອບສ່ວນ​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ ລາວ​ ໃນ​ຂອບ​ເຂດຄວາມສາມາດຂອງຕົນ ​ກໍ່ຄືຈັດ​ຕັ້ງ​ບັນດາ​ເຫດການ​ທະຫານ ​ແລະ ປ້ອງ​ກັນຊາດ ອາ​ຊຽນ 2024 ​ກ່ຽວກັບ​ຂົງ​ເຂດ​ການແພດທະຫານ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ພັນ​ເອກ ​ເລ​ວັນ​ດົງ ປາດ​ຖະໜາ​ວ່າ ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ ເວົ້າ​ລວມ ​ແລະ ​ຂະແໜງ​ການ​ແພດ​ທະຫານ​ ຫວຽດນາມ - ລາວ ​ເວົ້າ​ສະ​ເພາະ ຈະ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ອັນ​ດີງາມ​ທີ່​ບັນລຸ​ໄດ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ທັງລວງກວ້າງ ແລະ ລວງ​ເລິກ​.

ສ່ວນທ່ານພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາຝ່າຍທະຫານ ລາວ ປະຈໍາ ຫວຽດນາມ ເນັ້ນໜັກວ່າ: ໃນໄລຍະທີ່ຜ່ານມາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຊ່ວຍເຫຼືອກະຊວງປ້ອງກັນປະເທດ ລາວ ຢ່າງບໍ່ຢຸດຢັ້ງ ທັງທາງດ້ານຈິດໃຈ ແລະ ວັດຖຸ, ສະແດງໃຫ້ເຫັນເຖິງຄວາມສາມັກຄີຕິດພັນສະໜິດແໜ້ນ, ສະເໝີຕົ້ນສະເໝີປາຍ ລະ​ຫວ່າງ​ສອງ​ປະ​ເທດ​​. ທ່ານພັນເອກ ວົງໄຊ ອິນທະຄຳ ໄດ້ກ່າວຄຳຂອບໃຈກະຊວງປ້ອງກັນປະເທດ ຫວຽດນາມ ທີ່ໄດ້ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍ ລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024; ຢືນຢັນວ່າ ອຸປະກອນນີ້ຈະຖືກນໍາໃຊ້ຢ່າງມີປະສິດທິຜົນທີ່ສຸດ.

ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື ກະຊວງປ້ອງກັນປະເທດ ຫວຽດນາມ - ລາວ - ກຳປູເຈຍ ເພີ່ມທະວີການຮ່ວມມື

ຍສໝ - ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ (ADMM ແຄບ), ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່​ແຂວງ ຫລວງ​ພະ​ບາງ, ​ແຂວງ​ພາກ​ເໜືອ​ຂອງ​ລາວ, ທ່ານພົນໂທຫງວຽນ​ເຕີນ​ເກື່ອງ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ພົນເອກຈັນ​ສະໝອນ ຈັນຍາລາດ - ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ທ່ານ​ພົນເອກ Tea Seiha - ...

ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022 ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.