ຍສໝ - ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ຝຣັ່ງ ໄດ້ຈັດພິທີປະດັບຫຼຽນໄຊມິດຕະພາບຂອງປະທານປະເທດ ໃຫ້ທ່ານ Alain Dussarps, ຮອງປະທານສະມາຄົມມິດຕະພາບຝຣັ່ງ-ຫວຽດນາມ (AAFV) ເນື່ອງຈາກ “ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດສ້າງສາ ແລະພັດທະນາຫວຽດນາມ ແລະເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງຝຣັ່ງ ແລະ ຫວຽດນາມ”.
ຍສໝ - ຕາມຄະນະຜູ້ແທນຫວຽດນາມໃນອົງການສະຫະປະຊາຊາດ, ຫວ່າງແລ້ວນີ້ ທີ່ນິວຢອກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ (HĐBA LHQ) ໄດ້ປະຊຸມ, ຮັບຟັງທ່ານລັດຖະມົນຕີກະຊວງການຕ່າງປະເທດຜູ້ທີສອງຂອງ Brunei Erywan Pehin Yusof, ຜູ້ແທນພິເສດຂອງປະທານ ASEAN ກ່ຽວກັບມຽນມ້າ, ຂໍ້ມູນກ່ຽວກັບຄວາມພະຍາມຕ່າງໆໃກ້ນີ້ຂອງ ASEAN ທີ່ກ່ຽວຂ້ອງເຖິງສະພາບການຂອງມຽນມາ.
ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ວິທະຍາຄານການແພດກອງທັບ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງວິທະຍາຄານການແພດກອງທັບ (ກະຊວງປ້ອງກັນປະເທດຫວຽດນາມ).
ຍສໝ - ຫວ່າງແລ້ວນີ້, ສະຖານທູດຫວຽດນາມປະຈຳອິນໂດເນເຊຍໄດ້ສົມທົບກັບສະມາຄົມມິດຕະພາບອິນໂດເນເຊຍ -ຫວຽດນາມຈັດຕັ້ງກອງປະຊຸມແບບທາງໄກ “ການຮ່ວມມືດ້ານສາທາລະສຸກ, ເສດຖະກິດແລະການທ່ອງທ່ຽວ: ສະຫຼຸບແລະສົ່ງເສີມນະໂຍບາຍໃຫ້ຫວຽດນາມແລະອິນໂດເນເຊຍໃນສະພາບເກີດໂລກລະບາດໂຄວິດ - 19”
ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ມຽນມາ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ໄລຍະ 2021-2026 ແບບທາງໄກ ສົມທົບໂດຍກົງ.
ຍສໝ - ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ Tatiana Moreno Pugh; ທ່ານປອ. ເຈິ່ນດວານເລິມ ອະດີດຜູ້ອໍານວຍການ, ບັນນາທິການໃຫຍ່ຂອງສໍານັກພິມແທ໊ ເຢີຍ,ທ່ານ Carolus Wimmer ປະທານສະມາຄົມມິດຕະພາບ ເວເນຊູເອລາ-ຫວຽດນາມ (CAVV), ທ່ານOswaldo Hernandezປະທານສະພາການຄ້າເວເນຊູເອລາ-ຫວຽດນາມ (CAVENVIET) ແລະ ແຂກຖືກເຊີນຈາກບັນດາກະຊວງ, ຂະແໜງການ, ຜູ້ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແລະ ເພື່ອນມິດປະຈຳຖິ່ນ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງ Marie Damour ອຸປະທູດຊົ່ວຄາວ ອາເມລິກາ ໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງຈັດລຳດັບແຢນ ໃຫ້ແກ່ໂຮງໝໍແບກມາຍ, ຮ່າໂນ້ຍ.
ຍສໝ - ກອງປະຊຸມມີການເຂົ້າຮ່ວມຂອງ 21 ສະມາຊິກ APEC, ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC), ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟິກ (PECC), ເວທີປາໄສບັນດາເກາະຢູ່ປາຊີຟິກ (PIF), ອົງການການຄ້າ ໂລກ (WTO) ແລະ ຄະນະເລຂາສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC).
ຍສໝ - ແຂວງກວ໋າງນາມ ໄດ້ສົມທົບກັບແຂວງເຊກອງ ແລະຈໍາປາສັກ (ລາວ) ພ້ອມກັບອົງການການທູດຂອງສອງປະເທດ ເພື່ອປະຕິບັດສຳເລັດລະບຽບການເຂົ້າເມືອງຫວຽດນາມຕາມຂໍ້ກໍານົດ ເພື່ອດໍາເນີນພິທີມອບ ແລະຮັບນັກສຶກສາລາວມາຮຽນ ຢູ່ ແຂວງກວ໋າງນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ລາຊະອານາຈັກກຳປູເຈຍ (9 ພະຈິກ 1953 – 9 ພະຈິກ 2021), ວັນທີ 9 ພະຈິກ 2021, ຄະນະບໍລິຫານງານສູນກາງພັກຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈຳ ສູນກາງພັກປະຊາຊົນກຳປູເຈຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງດອກໄມ້ອວຍພອນເຖິງເຈົ້າກະສັດ Norodom Sihamoni ແລະ ທ່ານປະທານພັກປະຊາຊົນກຳປູເຈຍ Hun Sen.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 118 ປີແຫ່ງວັນຊາດສາທາລະນະລັດ ປານາມາ (3 ພະຈິກ 1903 – 3 ພະຈິກ 2021), ສະຖານທູດ ສາທາລະນະລັດ ປານາມາ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະພັນ ລັດເຊຍ ບັນດາອົງການສະມາຄົມມິດຕະພາບຮ່າໂນ້ຍ (HAUFO) ມອບເຄື່ອງນຸ່ງອຸ່ນໃຫ້ເດັກນ້ອຍຢູ່ບ້ານເດັກ Birla ຮ່າໂນ້ຍ.
ຍສໝ - ຫວຽດນາມ ປາດຖະໜາວ່າ ບັນດາປະເທດພັດທະນາ ຈະແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງ ຫວຽດນາມ ພວມປະສົບຢ່າງພາວະວິໄສ, ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງຄວາມສາມາດຄຸ້ມຄອງບໍລິຫານແຫ່ງຊາດ ກ່ຽວກັບການພັດທະນາແບບຍືນຍົງ...
ຍສໝ - ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫາກໍ່ປະກາດໃຊ້ມະຕິເລກທີ 2785 ກ່ຽວກັບການຮັບຮອງເອົາແຜນຮ່າງຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ຫວຽດນາມ - ສະຫະພັນລັດເຊຍ
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈິ່ນເຟືອກແອັງ ຫົວໜ້າພະແນກການພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຕາງໜ້າການນຳນະຄອນ ໂຮ່ຈີມິນ ໄດ້ມາອວຍພອນສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເອກະລາດ ຂອງລາຊະອານາຈັກ ກຳປູເຈຍ ຄັ້ງທີ 68 (ວັນທີ 9 ພະຈິກ 1953 – 9 ພະຈິກ 2021).
ຫວ່າງແລ້ວນີ້, ຢູ່ບາງກອກ ປະເທດໄທ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຕີລາຄາສູງບັນດາການປະກອບສ່ວນອັນສຳຄັນຂອງ ລັດຖະສະພາຂອງສອງປະເທດເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຫຼາຍ ດ້ານລະຫວ່າງຫວຽດນາມ-ຝຣັ່ງ, ໃນນັ້ນມີວິວັດການຊຸກຍູ້ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ; ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມການຮ່ວມມືລະຫວ່າງທ້ອງຖິ່ນ ຄັ້ງທີ 12 ຢູ່ຮ່າໂນ້ຍ ໃນປີ 2022 ຢ່າງສໍາເລັດຜົນ...
ຍສໝ - ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ AstraZeneca ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີ 2022.
ຍສໝ - ທີ່ພິທີຍື່ນສານຕາຕັ້ງ, ທ່ານປະທານາທິບໍດີ Emmanuel Macron ໄດ້ຕີລາຄາສູງບັນດາຜົນງານໃນການພົວພັນຮ່ວມມືໃນໄລຍະຜ່ານມາ, ພິເສດແມ່ນນັບແຕ່ເວລາສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ La Habana, ນັກຄົ້ນຄ້ວາ ນາງ Rosario del Pilar Penton Díaz ກຳມະການສູນກາງພັກ ກອມມູນິດ ກູບາ, ຜູ້ອຳນວຍການ ໂຮງຮຽນພັກຂັ້ນສູງ Nico Lopez ໄດ້ໃຫ້ຂໍ້ສັງເກດກ່ຽວກັບບົດຮຽນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ສະແດງໃຫ້ເຫັນວິໄສທັດສິດຈະວິພາກ ແລະ ກຳລັງແຮງດ້ານແນວຄິດຂອງ ພັກກອມມູນິດ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 1 ພະຈິກ (ຕາມເວລາ ທ້ອງຖິ່່ນ), ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການພົບປະສອງຝ່າຍກັບ ທ່ານນາງ Elizabeth Truss ລັດຖະມົນຕີການຕ່າງປະເທດ ແລະ ພັດທະນາອັງກິດ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງ ເລທິແທັງຢາງ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນເກິ່ນເທີ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຂອງ ສະຖາບັນດາ Friedrich Naumann Foundation (FNF ສາທາລະນະລັດ ເຢຍລະມັນ) ໂດຍ ທ່ານ ສຈ. ປອ. Andreas Stoffers ຜູ້ອຳນວຍການແຫ່ງຊາດ FNF ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ.
ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP26) ແລະຢ້ຽມຢາມ, ເຮັດວຽກຢູ່ອັງກິດ ໃນລະຫວ່າງວັນທີ 31 ຕຸລາຫາວັນທີ 3 ພະຈິກ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ນະຄອນຫຼວງ Lisbon ປະເທດ ປອັກຕຸຍການ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດທະນາການປັບປຸງນະໂຍບາຍເພື່ອຍົກສູງປະສິດທິຜົນເສດຖະກິດ - ສັງຄົມນິຍົມ, ຄັດຄ້ານການປິດລ້ອມ, ຂວ້ຳບາດສຳລັບ ກຸຍບາ.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ.
ການນຳ ອາຊຽນ ແລະ ບັນດາຄູ່ຮ່ວມມື ໄດ້ປຶກສາຫາລື, ເຫັນດີເປັນຢ່າງສູງຕໍ່ມາດຕະການເພີ່ມທະວີການຮັບມືກັບໂລກລະບາດໂຄວິດ-19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.
ຍສໝ - ຈາກຄວາມຮັກຕໍ່ວັດທະນະທໍາຫວຽດນາມ, ນາງສາວຄົນລັດເຊຍ 3 ຄົນ ເຊິ່ງແມ່ນ Yulia Minina, Anna Kharitonovna ແລະ Ekaterina Lyutik ໄດ້ແປ “ເລື່ອງນິທານ ແລະເທບນິຍາຍຂອງຫວຽດນາມ” ເປັນພາສາລັດເຊຍ. ເນື່ອງໃນໂອກາດທີ່ໄກ້ຈະຈໍາໜ່າຍບົດປະພັນຢູ່ລັດເຊຍ, ນັກແປ Yulia Minina ໄດ້ແບ່ງປັນກ່ຽວກັບການນໍາເອົາເລື່ອງນິທານຂອງຫວຽດນາມ ມາໃຫ້ຜູ້ອ່ານລັດເຊຍ...
ໃນການເຈລະຈາໂທລະສັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຫັນບັນດາການກຳນົດທິດຮ່ວມມືໃນຫຼາຍຂົງເຂດໃຫ້ປະກົດຜົນເປັນຈິງ.
ຕອນເຊົ້າວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມແບບທາງໄກ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 - 39 (ອາຊຽນ 38 - 39) ຕາມຄຳເຊື້ອເຊີນຂອງ ກະສັດ ບຣູໄນ Hasanal Bolkiah ເຊິ່ງເປັນປະທານອາຊຽນ 2021.
ຕອນບ່າຍວັນທີ 26 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Tredene Cherie Dobson ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ.