ນຳ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ປ​ອັກ​ຕຸຍ​ການ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຫຼາຍ​ຮູບຫຼາຍ​ແບບ

06:30 | 31/10/2021

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ນະຄອນຫຼວງ Lisbon ປະເທດ ປອັກຕຸຍການ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa.

ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ ປັບ​ປຸງ​ຮ່າງ​ຍຸດ​ທະ​ສາດ​ສັງ​ລວມໃຫ້​ສົມ​ບູນ​ແບບ ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ
ພັດ​ທະ​ນາ​ສະ​ຫະ​ກອນ ສ້າງ​ກຳ​ລັງ​ແຮງຫຼາຍ​ຝ່າຍ ພັດ​ທະ​ນາ​ສະ​ຫະ​ກອນ ສ້າງ​ກຳ​ລັງ​ແຮງຫຼາຍ​ຝ່າຍ
ນຳ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ປ​ອັກ​ຕຸຍ​ການ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຫຼາຍ​ຮູບຫຼາຍ​ແບບ
ທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ປະທານາທິບໍດີ ປອັກຕຸຍການ Marcelo Rebelo De Sousa ໄດ້ຕີລາຄາສູງຕໍ່ຜົນງານສຳຄັນເຊິ່ງ ຫວຽດນາມ ບັນລຸໄດ້ໃນກິດຈະການແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ທ່ານຢັ້ງຢືນວ່າ ປອັກຕຸຍການ ຖືເປັນສຳຄັນ ແລະ ປາດຖະໜາຢາກສ້າງການພົວພັນຍາວນານ, ສະໜິດຕິດພັນ ກັບ ຫວຽດນາມ ທັງໃນຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍລວມມີການຮ່ວມມືດ້ານການແພດ ເພື່ອຮັບມືກັບສິ່ງທ້າທາຍໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປັດຈຸບັນ.

ສ່ວນທ່ານນາງ ຫວໍທິແອັງຊວັນ ກໍ່ຕີລາຄາສູງຕໍ່ບົດບາດຂອງ ປອັກຕຸຍການ ໃນສະຫະພາບເອີລົບ (EU) ກໍ່ຄືໃນການເຂົ້າຮ່ວມແກ້ໄຂບັນຫາລວມຂອງ ປະຊາຄົມສາກົນເຊິ່ງກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງນີ້ ແມ່ນພະຍານຫຼັກຖານ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ພົບປະທຸກຂັ້ນພິເສດແມ່ນຂັ້ນສູງ ເພື່ອກຳນົດທິດການພົວພັນສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ຫຼາຍຮູບແບບ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.