ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ

11:30 | 05/11/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 1 ພະ​ຈິກ (ຕາມ​ເວ​ລາ ທ້ອ​ງ​ຖິ່່ນ), ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ​ນາງ Elizabeth Truss ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາອັງ​ກິດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ ກັບ ອັງ​ກິດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ທະ​ນາ​ຄານ Standard Chartered ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ປະ​ທານ​ທະ​ນາ​ຄານ Standard Chartered
ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ
ທ່ານ​ລັດ​ຖະ​ມົນ​ຕີ​ ບຸນ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານນາງ Elizabeth Truss ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ ອັງ​ກິດ (ພາບ: TTXVN)

ຕາມ​ນັກ​ຂ່າວ​ຂອງ ສຳ​ນັກ​ຂ່າ​ວສານ ຫວຽດ​ນາມ ແລ້ວ, ການ​ພົບ​ປະ​ໄດ້​ດຳ​ເນີນ​ເນື່ອງ​ໃນ​ໂອ​ກາດ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເດີນ​ຕາມຂະບວນ ​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ໄປ​ຍັງ Glasgow (ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ) ເຂົ້​າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 26 ຂອງ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP26).

ທີ່​ການ​ພົບ​ປະ, ທ່ານ​ລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ​ໄດ້​ສະ​ແດງ​ການ​ສະ​ໜັບ​ສ​ະ​ໜູນ​ບົດ​ບາດ​ເປັນ​ປະ​ທານ COP26 ຂອງ ອັງ​ກິດ, ຢັ້ງ​ຢືນ ຫວຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ປະ​ກອບ​ສ່ວນ​ໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ​ໃນ​ກາ​ນ​ຮັບ​ມື​ກັ​ບ​ວິ​ກິດ​ການ​ດິນ​ຟ້າ​ອາ​ກາດ. ທ່ານລັດ​ຖະ​ມົນ​ຕີ ບຸຍ​ແທັງ​ເຊີນ ​ອີກ​ຄັ້ງ​ໜຶ່ງ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ເລື່ອງ​ທ່ານ​ນາງ Elizabeth Truss ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ​ອັງ​ກິດ, ຕີ​ລາ​ສູງ​ສູງ ທ່ານ​ນາງ Elizabeth Truss ໃນ​ຖາ​ນະ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ປະ​ເທດສາ​ກົນ ໃນ​ເມື່​ອ​ກ່ອນ ທີ່ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ລົງ​ນາມ ແລະ ນຳ​ເຂົ້າສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ (UKVFTA).

ທ່ານ​ນາງ​ລັດ​ຖະ​ມົນ​ຕີ Elizabeth Truss ໄດ້​ຕີ​ລາ​ຄາ​ສູງ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ໃນ​ໄລ​ຍະ​ຜ່ານ​ມາ.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ການ​ແລກ​ປ່ຽນ​ການ​ຄ້າ ແລະ ການ​ຮ່ວມ​ມື​ລົງ​ທຶນ​ທີ່​ມີການ​ພັດ​ທະ​ນາຫຼາຍ​ຢ່າງ ຍ້ອນ​ສອງ​ຝ່າຍ​ໄດ້​ລົງ​ນາມ ແລະ ນຳ​ເຂົ້າ​ປະ​ຕິ​ບັດ​ສັນ​ຍາ UKVFTA ໂດຍ​ໄວ. ທ່ານ​ນາງ Elizabeth Truss ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ຄື ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການ​ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ການ​ເງິນ​ສີຂຽວ.

ທ່ານ​ລັດ​ຖະ​ມົນ​ຕີ ​ບຸຍ​ແທັງ​ເຊີນ ອີກ​ຄັ້ງ​ໜຶ່ງ ​ໄດ້​ສະ​ແດງຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ອັງ​ກິດ ທີ່​ໄດ້​ໜູນ​ຊ່ວຍ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ ຫວຽດ​ນາມ ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ອັງ​ກິດ, ບົນ​ຈິດ​ໃຈ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ, ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ສຳ​ຜັດ​ກັບ​ວັກ​ຊິນ, ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ ແລະ ຢາ​ປິ່ນ​ປົວ​ໂຄວິດ - 19 ໃຫ້ ຫວຽດ​ນາມ.

ທ່ານ​ນາງ Elizabeth Truss ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ ຫວຽດ​ນາມ, ພິ​ເສດ​ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020, ຊ່ວຍ​ອັງ​ກິດ ກາຍ​ເປັນ​ຄູ່​ຮ່ວມ​ມືເຈລະຈາ​ຢ່າງ​ຄົບ​ຖ້ວນຂອງ ອາ​ຊຽນ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ​ໃນ​ພາກ​ພື້ນ.

ທ່ານ​ລັດ​ຖະ​ມົນ​ຕີ ບູຍ​ແທັງ​ເຊີນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູ​ນ​ຊ່ວຍ​ອັງ​ກິດ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ຢ່າງ​ແທດ​ຈິງ, ສະ​ໜັບ​ສະ​ໜູນ ແລະ ແບ່ງ​ປັນບົດ​ຮຽນ​ໃນ​ການ​ເຈ​ລະ​ຈາ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລ​ະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP)

ໃນ​ໂອ​ກາດນີ້, ທ່ານ​ລັດ​ຖະ​ມົນ​ຕີ​ບຸຍ​ແທັງ​ເຊີນ ໄດ້​ມີ​ການ​ເຊື້ອ​ເຊີນ​ທ່ານລັດ​ຖະ​ມົນ​ຕີ​ ​ນາງ Elizabeth Truss ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານລັດ​ຖະ​ມົນ​ຕີ ​ນາງ Elizabeth Truss ໄດ້​ຕົກ​ລົງ​ຮັບຄຳ​ເຊີນ​ດັ່ງ​ກ່າວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.