ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ

15:59 | 09/11/2021

ຍສໝ - ຫວຽດນາມ ປາດ​ຖະໜາ​ວ່າ ບັນດາ​ປະ​ເທດ​ພັດທະນາ​ ຈະ​ແບ່ງປັນ​ບັນດາ​​ຄວາມ​ຫຍຸ້ງຍາກເຊິ່ງ ຫວຽດນາມ ພວມປະສົບຢ່າງພາວະວິໄສ, ໜູນ​ຊ່ວຍ​ການບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ແຫ່ງ​ຊາດ ກ່ຽວກັບການ​ພັດທະນາ​ແບບ​ຍືນ​ຍົງ...

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ
ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ ເວທີສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ

ເມື່ອບໍ່ດົນມານີ້ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່ Glasgow (ສະ​ກັອດ​ແລນ, ອັງກິດ), ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ​ໄດ້​ເຂົ້າ​ຮ່ວມ​ການໂອ້ລົມ​ເຈລະຈາ​ກັບ​ທະນາຄານ Standard Chartered; ຕ້ອນຮັບສະພາພະລັງງານລົມທົ່ວໂລກ (GWEC); ຕ້ອນຮັບປະທານ ທັງເປັນຜູ້ອຳນວຍການບໍລິຫານ ກຸ່ມພະລັງງານແຮງລົມທົ່ວໂລກ Orsted; ຕ້ອນຮັບຜູ້ອຳນວຍການບໍລິຫານ Lego.

ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ
ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ​ໄດ້​ເຂົ້າ​ຮ່ວມ​ການໂອ້ລົມ​ເຈລະຈາ​ກັບ​ທະນາຄານ Standard Chartered. (ພາບ: baoquocte)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ໃຫ້ຮູ້ວ່າ: ຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ອີກເທື່ອໜຶ່ງ ໄດ້ຢືນຢັນຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດກາກບອນໃຫ້ເປັນ 0 ໃນປີ 2050; ພ້ອມ​ກັນ​ນັ້ນ ກໍ່ຮຽກຮ້ອງ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ ​ແລະ ຍຸຕິ​ທຳ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຫວຽດນາມ ປາດ​ຖະໜາ​ວ່າ ບັນດາ​ປະ​ເທດ​ພັດທະນາ ​ຈະ​ແບ່ງປັນ​ບັນດາ​​ຄວາມ​ຫຍຸ້ງຍາກເຊິ່ງ ຫວຽດນາມ ພວມປະສົບຢ່າງພາວະວິໄສ, ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຍົກສູງ​ຄວາມ​ສາມາດ​ໃນການຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ຊຸກຍູ້​ການ​ເງິນ​ສີຂຽວ ​ແລະ ໜູນ​ຊ່ວຍ​ເຕັກ​ໂນ​ໂລ​ຊີສີ​ຂຽວ…

ທີ່​ການ​ໂອ້ລົມເຈລະຈາ​ກັບ​ທະນາຄານ Standard Chartered, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ໄດ້ຢືນຢັນ​ວ່າ ລັດຖະບານ ​ແລະ ບັນດາ​ສຳນັກງານ​ຂອງ​ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະສົບຜົນສຳເລັດ, ​ແບບ​ຍືນ​ຍົງ, ຍາວ​ນານ​ຢູ່ ຫວຽດນາມ, ຕາມຈິດໃຈ "ຜົນປະໂຫຍດຕ້ອງມີຄວາມກົມກຽວກັນ, ແບ່ງປັນຄວາມສ່ຽງຊຶ່ງກັນ ແລະ ກັນ". ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິງ ສະ​ເໜີ​ໃຫ້​ທະ​ນາ​ຄານ Standard Chartered ​ສືບ​ຕໍ່​ຊຸກ​ຍູ້​ມູນເຊື້ອດຳ​ເນີນ​ທຸ​ລະ​ກິດ​ອັນ​ຍາວ​ນານ​ຢູ່​ຫວຽດ​ນາມ; ຢືນຢັນ​ວ່າ ທ່າ​ອ່ຽງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ສີຂຽວ​ ທີ່​ທະນາຄານ​ໄດ້​ມຸ່ງໝັ້ນປະຕິບັດ ​ແມ່ນ​ສອດຄ່ອງ​ກັບ​ທ່າ​ອ່ຽງລວມ, ກໍ່ຄື​ກັບ​ນະ​ໂຍບາຍ​ຂອງ​ຫວຽດນາມ.

ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ
ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິງ ຕ້ອນຮັບປະທານ ທັງເປັນຜູ້ອຳນວຍການບໍລິຫານ ກຸ່ມພະລັງງານແຮງລົມທົ່ວໂລກ Orsted. (ພາບ: baoquocte)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິງ ໃຫ້ຮູ້ວ່າ ຫວຽດ​ນາມ ສືບ​ຕໍ່ເຮັດກົດບັນຍັດໃຫ້ສຳເລັດ ໂດຍຕິດແທດ​ກັບ​ຄວາມ​ເປັນ​ຈິງ, ເໝາະ​ສົມ​ກັບ​ສະ​ພາບ​ການ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຫວຽດນາມ ພວມ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ມີ​ແບບມີແຜນ ​ແລະ ມີ​ລະບົບ ​ເພື່ອ​ໃຫ້​ແຫຼ່ງຊັບພະຍາກອນ​ມະນຸດ ​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ຕອບ​ສະໜອງ​ການ​ຫັນປ່ຽນ​ດ້ານ​ພະລັງງານ​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ. ຫວຽດນາມ ໄດ້ກຳນົດ​ເລືອກ​ເຟັ້ນ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ປະເທດຊາດ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ກໍ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ສືບ​ຕໍ່​ຄົ້ນຄວ້າ ​ແລະ ​ແຈກ​ຢາຍ​ການ​ລົງທຶນ​ຢ່າງ​ສະ​ເໝີ​ພາບ​ຢູ່​ທຸກ​ພາກ​ພື້ນ​ຂອງ​ຫວຽດນາມ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ເສີມຂະຫຍາຍ​ປະສິດທິ​ຜົນ​ການ​ລົງທຶນ.

ໃນການຕ້ອນຮັບຜູ້ອຳນວຍການບໍລິຫານ Lego, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມສືບຕໍ່ສຸມໃສ່ຊຸກຍູ້ວຽກງານກໍ່ສ້າງກົດບັນຍັດ ແລະ ປະຕິຮູບການບໍລິຫານເໜາະສົມກັບຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່; ສະ​ເໜີ​ໃຫ້ Lego ສົມທົບ​ກັບ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ເພື່ອ​ເລືອກ​ຕັ້ງ​ທີ່​ຕັ້ງ​ການ​ລົງທຶນ​ທີ່​ເໝາະ​ສົມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ສູງ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.