HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ

16:36 | 10/11/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 118 ປີແຫ່ງວັນຊາດສາທາລະນະລັດ ປານາມາ (3 ພະຈິກ 1903 – 3 ພະຈິກ 2021), ສະຖານທູດ ສາທາລະນະລັດ ປານາມາ ປະຈຳ ຫວຽດນາມ ໄດ້ສົມທົບກັບສະຫະພັນ ລັດເຊຍ ບັນດາ​ອົງການ​ສະມາຄົມ​ມິດຕະພາບ​ຮ່າ​ໂນ້ຍ (HAUFO) ມອບ​ເຄື່ອງ​ນຸ່ງ​ອຸ່ນ​ໃຫ້​ເດັກນ້ອຍ​ຢູ່​​ບ້ານເດັກ Birla ຮ່າ​ໂນ້ຍ.

HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19 HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19
ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ພິທີມອບຫຼຽນກາລະນຶກ ໃຫ້ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ
HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ
ທ່ານ​ຮອງ​ປະທານ​ປະຈຳການ HAUFO ນາງ ​ເຈີ່ນ​ຖິເຝື່ອງ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Eligio Salas.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຮັບ, ທ່ານ​ຮອງ​ປະທານ​ປະຈຳການ HAUFO ນາງ ​ເຈີ່ນ​ຖິເຝື່ອງ ​ໃຫ້​ຮູ້​ວ່າ HAUFO ຍິນ​ດີ​ເປັນ​ຂົວ​ຕໍ່​ມິດຕະພາບ ​ແລະ ຮ່ວມ​ມື​ກັບ​ສະຖານທູດປາ​ນາ​ມາ ໃນການມອບ​ຂອງຂວັນ​ໃຫ້​​ບ້ານ​ເດັກ Birla ຮ່າ​ໂນ້ຍ. ທ່ານ​ຮອງ​ປະທານ​ປະຈຳການ HAUFO ນາງ ​ເຈີ່ນ​ຖິເຝື່ອງ ຫວັງ​ວ່າ ​ການ​ເຊື່ອມ​ຕໍ່​ລະຫວ່າງ​ສະຖານທູດ​ປາ​ນາ​ມາ ​ແລະ VUFO ຈະ​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ. ທ່ານ​ນາງ​ ເຈີ່ນ​ຖິເຝື່ອງ ໄດ້​ສົ່ງ​ຄຳອວຍພອນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 118 ປີ​ແຫ່ງ​ວັນ​ຊາດ​ປາ​ນາ​ມາ ​ແລະ ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ປາ​ນາ​ມາ ພັດທະນາ​ຢ່າງ​ໝັ້ນຄົງ​ກ່ວາ​ອີກ.

ທ່ານ​ເອກ​ອັກຄະ​ລັດຖະທູດ Eligio Salas ໄດ້​ເນັ້ນ​ໜັກ​ວ່າ ​ເດັກນ້ອຍ​ແມ່ນ​ເບ້ຍອ່ອນ, ແມ່ນ​ອະນາຄົດ​ຂອງ​ປະ​ເທດ​ຫວຽດນາມ ​ແລະ ດ້ວຍ​ເຫດ​ນັ້ນ, ​ເນື່ອງ​ໃນ​ໂອກາດ​ວັນ​ຊາດປາ​ນາ​ມາ, ສະຖານທູດປາ​ນາ​ມາ ປາດ​ຖະໜາ​ຢາກ​ປະກອບສ່ວນເລັກ​ໜ້ອຍ ​ເພື່ອຊ່ວຍຜ່ອນ​ຄວາມຂາດເຂີນສ່ວນໃດສ່ວນໜຶ່ງ​ຂອງ​ເດັກນ້ອຍ. ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ ເພື່ອສະແດງຄວາມ​ຂອບ​ໃຈຫວຽດນາມ ທີ່​ຮ່ວມເດີນທາງກັບ​ປະຊາຊົນປາ​ນາ​ມາ ໃນຕະຫຼອດ​ຂະ​ບວນການ​ຕໍ່ສູ້​ຍາດເອົາ​ເອກະລາດ.

HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ
HAUFO, ສະຖານທູດປານາມາ ປະຈຳຫວຽດນາມ ມອບເສື້ອກັນໜາວໃຫ້ບ້ານເດັກ Birla ຮ່າໂນ້ຍ

ຕາງໜ້າ​ໃຫ້​ເດັກນ້ອຍ​ຢູ່​ບ້ານ​ເດັກ Birla ຮ່າ​ໂນ້ຍ, ທ່ານ​ນາງ ຮ່ວຽນ ​ໄດ້​ສະແດງຄວາມຂອບ​ອົກ​ຂອບ​ໃຈ​ສະຖານທູດ ປາ​ນາ​ມາ ປະຈຳ ຫວຽດນາມ ​ແລະ HAUFO ​ທີ່ໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ເດັກນ້ອຍ​ ທີ່​ພວມໄດ້​ຮັບ​ການ​ລ້ຽງ​ດູ​ຢູ່ບ້ານນີ້ ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ໂລກ​ລະບາດ. ທ່ານນາງ​ຫວັງ​ວ່າ ​ໝູ່​ບ້ານ​ເດັກ Birla ຮ່າ​ໂນ້ຍ ຈະສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ຂອງ​ສະຖານທູດ ​ແລະ ປະຊາຊົນ ປາ​ນາ​ມາ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.