ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39

16:41 | 27/10/2021

ຕອນເຊົ້າວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມແບບທາງໄກ ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 - 39 (ອາຊຽນ 38 - 39) ຕາມຄຳເຊື້ອເຊີນຂອງ ກະສັດ ບຣູໄນ Hasanal Bolkiah ເຊິ່ງເປັນປະທານອາຊຽນ 2021.

ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD ຫວຽດ​ນາມ ປະ​ກອບ​​ອຸ​ປະ​ກອນ​ການ​ແພດເຂົ້າ​​ສາງແຮອຸ​ປະ​ກອນ​ການ​ແພດ​ຂອງ ອາ​ຊຽນ ດ້ວຍ​ມູນ​ຄ່າ 5 ລ້ານ USD
ກອງ​ປະ​ຊຸມສະ​ພາປະ​ທານ​ສານ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນອົງ​ການ​ດ້ານ​ການ​ເມືອງ ​ສຳ​ຄັນ​ຂອງ ອາ​ຊຽ​ນ ກອງ​ປະ​ຊຸມສະ​ພາປະ​ທານ​ສານ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນອົງ​ການ​ດ້ານ​ການ​ເມືອງ ​ສຳ​ຄັນ​ຂອງ ອາ​ຊຽ​ນ
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 38 – 39
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ.ພາບ: TTXVN

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແມ່ນໂອກາດເພື່ອໃຫ້ບັນດາການນຳ ອາຊຽນ ແລກປ່ຽນ ແລະ ຊີ້ນຳກ່ຽວກັບນະໂຍບາຍ, ກໍ່ຄືຕັດສິນທຸກບັນຫາຫຼັກແຫຼ່ງ ທີ່ກ່ຽວຂ້ອງເຖິງເປົ້າໝາຍຂອງ ອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ກໜັ້ກວ່າ ຫວຽດນາມ ປາດຖະໜາ ຢາກຮ່ວມເດີນທາງພ້ອມກັບບັນດາປະເທດ ອາຊຽນຜ່ານຜ່າຄວາມຫຍຸ້ງຍາກ; ຮັກສາຄວາມສາມັກຄີ, ສ້າງອາຊຽນເປັນເອກະພາບ, ສືບຕໍ່ທ່ວງທ່າສ້າງປະຊາຄົມ ແລະ ຍູ້ແຮງການເຊື່ອມຕໍ່ໃນພາກພື້ນ; ຮັບມືກັບບັນດາສິ່ງທ້າທາຍ ທີ່ພວມເກີດຂຶ້ນ ຢ່າງມີປະສິດທິຜົນ, ປັບປຸງບົດບາດໃຈກາງ ແລະ ທີ່ຕັ້ງບົດບາດ, ສຽງເວົ້າຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງ 2 ຈຸດສຳຄັນເຊິ່ງ ອາຊຽນຄວນສຸມໃສ່ປະຕິບັດໃນໄລຍະຈະມາເຖິງ.

ທ່ານກ່າວວ່າ: ພວກເຮົາຕ້ອງປ່ຽນແປງດ້ານແນວຄິດ ຕ້ອງຮັບມືຢ່າງມີໄຫວພິບ, ມີຄວາມປອດໄພ ໃນສະພາບປົກກະຕິໃໝ່, ພ້ອມກັນສາມັກຄີ, ຮ່ວມແຮງຮ່ວມໃຈໃນການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19. ຍ້ອນວ່າ ບໍ່ມີຜູ້ໃດປອດໄພ ເມື່ອ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ - 19, ບໍ່ມີປະເທດໃດປອດໄພ ເມື່ອປະເທດອື່ນໃນພາກພື້ນ ແລະ ໃນໂລກ ຍັງຕ້ອງຮັບມືກັບໂລກລະບາດໂຄວິດ - 19.

ໃນຕອນເຊົ້າວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ 39, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມປາດຖະໜາຢາກ ມີສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມໝັ້ນຄົງ, ມີສະຖຽນລະພາບ ແລະ ການຮ່ວມມື ເພື່ອສຸມກຳລັງຕ້ານໂລກລະບາດໂຄວິດ - 19, ຟື້ນຟູ ແລະ ສືບຕໍ່ພັດທະນາ, ວັດທະນາຖາວອນ ພາຍໃນກຸ່ມ. ທ່ານນາຍົກລັດຖະມົນຕີ ຖືວ່າ ຄຸນຄ່າຫຼັກແຫຼ່ງ ແລະ ກຳລັງແຮງຂອງ ອາຊຽນ ໃນໄລຍະ 54 ປີຜ່ານມາ ແມ່ນຄວາມສາມັກຄີ. ດັ່ງນັ້ນ, ກ່ອນອື່ນໝົດ ອາຊຽນຕ້ອງ ສືບຕໍ່ສາມັກຄີກັນ, ໜູນຊ່ວຍມຽນມາ, ເປັນຕົ້ນແມ່ນໃນຂະນະທີ່ ຊາວມຽນມາ ສືບຕໍ່ ດຳລົງຊີວິດດ້ວຍຄວາມລຳບາກກາກກຳ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ອາຊຽນຕ້ອງສະແດງໃຫ້ເຫັນຄຸນນະທາດ ແລະ ບົດບາດເປັນເຈົ້າຕົນເອງ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ ໂດຍແມ່ນທະເລຍຸດທະສາດທີ່ມີຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ດັ່ງນັ້ນ ອາຊຽນ ຕ້ອງຢຶດໝັ້ນດ້ານຫຼັກໝັ້ນ, ຫຼັກການຢູ່ທະເລຕາເວັນອອກ. ຊຸກຍູ້ຢ່າງແຮງຄຳໝັ້ນສັນຍາທີ່ປະຕິບັດຕາມກົດໝາຍສາກົນ, ຕ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ຈົ່ງລະງັບໃຈ, ບໍ່ຄວນມີການກະທຳ ເຮັດໃຫ້ສະພາບການສັບສົນ ແລະ ເຄັ່ງຕຶງຂຶ້ນຕື່ມ. ປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ຖືກຕ້ອງ, ຊຸກຍູ້ປະຕິບັດສຳເລັດ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ດ້ວຍຄວາມມານະພະຍາຍາມຢ່າງສູງສຸດຂອງບັນດາຝ່າຍ, ພ້ອມກັບຈີນ ສູ້ຊົນບັນລຸໄດ້ COC ຢ່າງມີຜົນສັກສິດ, ມີປະສິດທິຜົນ, ສອດຄອ່ງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ແລະໃນຕອນບ່າຍວັນ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ. ທີ່ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສ.ເກົາຫຼີ ຜັນຂະຫຍາຍ "ນະໂຍບາຍ ເພີ່ມທະວີການມຸ່ງໄປສູ່ທາງທິດໃຕ້" ຊຸກຍູ້ການຮ່ວມມືກັບ ພາກພື້ນ ຍ້ອນບັນດາເປົ້າໝາຍເພື່ອປະຊາຊົນ, ສັນຕິພາບ ແລະ ວັດທະນາຖາວອນ; ເໝາະສົມກັບ 3 ເສົາຄ້ຳຮ່ວມມືຂອງ ອາຊຽນ. ມຸ່ງໄປເຖິງອະນາຄົດ, ເພື່ອເປີດກວ້າງ ແລະ ເຮັດໃຫ້ ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີເລິກເຊິ່ງກ່ວາອີກ ດ້ວຍບົດບາດເປັນຜູ້ປະສານງານອາຊຽນ - ສ.ເກົາຫຼີ.

​vovworld.vn

ທ່ານອາດຈະມັກ

302 Found

Found

The document has moved here.