AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ

19:07 | 06/11/2021

ຍ​ສ​ໝ - ໃນ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ນັ້ນ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ໄດ້​ສະ​ເໜີ​ໃຫ້ AstraZeneca ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປີ 2022.

ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19: ສັກ​ວັກ​ຊິນ​ກັນ​​ໂຄວິດ-19 ໄວ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້ ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ-19: ສັກ​ວັກ​ຊິນ​ກັນ​​ໂຄວິດ-19 ໄວ​ທີ່​ສຸດ​ເທົ່າທີ່​ສາ​ມາດ​ເຮັດ​ໄດ້
ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
AstraZeneca ພິ​ຈ​າ​ລະ​ນາ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ Pascal Soriot, ຜູ້​ອຳ​ນວຍ​ການ​ໃຫຍ່ ຝ່າຍບໍ​ລິ​ຫານ​ບໍ​ລິ​ສັດ AstraZeneca (ພາບ: dangcongsan.vn)

ຕອນ​ເຊົ້າ​ວັນ​ທີ 2 ພະ​ຈິກ (ຕາມ​ເວ​ລາ ອັງ​ກິດ), ຢູ່​ສູນ Engine Works, Glasgow, ອັງ​ກິດ ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ COP 26 ແລະ ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ອັງ​ກິດ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Pascal Soriot, ຜູ້​ອຳ​ນວຍ​ການ​ໃຫຍ່ ຝ່າຍບໍ​ລິ​ຫານ​ບໍ​ລິ​ສັດ AstraZeneca ແລະ ເປັນ​ສັກ​ຂີ​ພະ​ຍານ​ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື (MOU) ລະ​ຫວ່າງ AstraZeneca ແລະ ກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລະ ສັນ​ຍາ​ຊື້​ວັກ​ຊິນ 25 ລ້ານ​ໂດ​ສ ແລະ ຜະ​ລິດ​ຕະ​ພັນ​ສຳ​ຮອງ ໂຄວິດ - 19 ກັ​ບ VNVC.

ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ລົງ​ນາມ​ຂໍ້​ຕົກ​ລົງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ບໍ​ລິ​ສັດ AstraZeneca ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ໂລກ​ລະ​ບາ​ດ​ໂຄວິດ - 19 ໃນ​ທົ່ວ​ໂລກ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ AstraZeneca ຕໍ່​ຂະ​ແໜງ​ການ​ແພດ ຫວຽດ​ນາມ, ສະ​ໜອງວັກ​ຊິນ​ AstraZeneca ເກືອບ 20 ລ້ານ​ໂດ​ສ ໂດຍ​ແມ່ນ​ວັກ​ຊິນ​ກັນ​ໂຄວິດ - 19 ທຳ​ອິດ​ຢູ່ ຫວຽດ​ນາມ ທີ່ໄດ້​ຮັບ​ການ​​ອະ​ນຸ​ຍາດ.

ໃນ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ນັ້ນ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ເໜີ​ໃຫ້ AstraZeneca ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປີ 2022. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະເໜີ​ໃຫ້ AstraZeneca ສື​ບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວຽກ​ງານ​ປ້ອງ​ກັນ ຕ້ານ​ໂລ​ກ​ລະ​ບາດ​ໂຄວິດ - 19, ​ສະ​ເໜີ​ມອບ​ຮັບ​ວັກ​ຊິນ ​ຕາມ​ສັນ​ຍາ ແລະ ການ​ຮ່ວມ​ມື​ມອບ​ຮັບ​ວັກ​ຊິນ, ຢາ​ປິ່ນ​ປົ່ວ​ພະ​ຍາດ​ໂຄວິດ - 19 ປີ 2022 ​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ເໜີ​ໃຫ້ AstraZeneca ສົມ​ທົບ​ກັນ​ໜູນ​ຊ່ວຍ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ທາງ​ການ​ແພດ, ລວມ​ມີ​ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ການ​ແພດ, ການ​ຮ່ວມ​ມື​ວັກ​ຊິນ​ເພື່ອ​ຕ້ານ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່, ວັກ​ຊິນ​ສຳລັບເດັກ​ນ້ອຍ ແລະ ຢາ​ປິ່ນ​ປົວ​ພະ​ຍາດ​ຊະ​ນິດ​ຕ່າງໆ...

ສ່ວນ​ທ່ານ Pascal Soriot ຜູ້​ອຳ​ນວຍ​ການໃຫຍ່ ​ຝ່າຍ​ບໍ​ລິ​ຫານ AstraZeneca ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ໝາກ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມອບ​ວັກ​ຊິນ​ທີ່ຍັງ​ເຫຼືອໃນ​ສັນ​ຍາທີ່ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ໃນ​ເດືອນ​ພະ​ຈິກ​ຂອງ​ປີນີ້. ທ່ານ Pascal Soriot ໃຫ້​ຮູ້​ວ່າ AstraZeneca ມີ​ຄຳ​ໝັ້ນ​ສັນ​ຍາ​ຍາວ​ນານ​ກັບ ຫວຽດ​ນາມ, ບໍ່​ພຽງ​ແຕ່​ໃນ​ການ​ເຄື່ອນ​ໄຫ​ວ​ສະ​ໜອງວັກ​ຊິນ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ລົງ​ທຶນ​ຜະ​ລິດ​ຢູ່ ຫວຽດ​ນາມ ອີກ​ດ້ວຍ.

ທ່ານ Pascal Soriot ໃຫ້​ຮູ້​ວ່າ ນອກ​ການ​ການ​ລົງ​ທຶນ​ປະ​ມານ 220 ລ້ານ USD ໃນ​ໄລ​ຍະ 2020 – 2024 ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ, AstraZeneca ຈະ​ລົງ​ທຶນ​ຕື່ມ​ອີກ 90 ລ້ານ USD ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ການ​ຢາ​ພາຍ​ໃນ​ປະ​ເທດ, ໃນ​ເບື້້ອງຕົ້ນ​ຈະ​ມີ​ຜະ​ລິດ​ຕະ​ພັນ​ການ​ຢາກັນ​ພະ​ຍາດທີ່ບໍ່​ຕິດ​ແປດ 3 ຊະ​ນິດໃນ​ໄລ​ຍະ 2022 – 2030. ຜູ້​ອຳ​ນວຍ​ການ​ໃຫຍ່ ຝ່າຍບໍ​ລິ​ຫານ AstraZeneca ໃຫ້​ຮູ້​ວ່າ​ ພວມ​ພິ​ຈາ​ລະ​ນາການ​ຮ່ວມ​ມືຜະ​ລິດ ຫຼື ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີຜະ​ລ​ິດ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້ ຫວຽດ​ນາມ, ສ້າງ​ໂຮງ​ງານ​ຜະ​ລິດ​ຢາ, ວັກ​ຊິນ, ຜະ​ລິດ​ຕະ​ພັນ​ການ​ແພດ​ຢູ່ ຫວຽດ​ນາມ.

ສອ​ງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ສົມ​ທົບ​ກັນ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ຄົ້ນ​ຄ້​ວາ​ຜະ​ລິດ​ການ​ຢາ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ພັດ​ທະ​ນາ​ການ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ແບບ​ຍືນ​ຍົງ.

ບຸນ​ຄົງ

302 Found

Found

The document has moved here.