ກວ໋າງ​ນາມ ກະກຽມຮັບ​ນັກ​ສຶກ​ສາ​ລາວ 45 ຄົນ ​ໄປ​ຮ່ຳ​ຮຽນ​ຫຼັງ​ໂລກ​ລະ​ບາດໂຄວິດ-19

11:04 | 11/11/2021

ຍສໝ - ແຂວງ​ກວ໋າງ​ນາມ ໄດ້ສົມທົບ​ກັບ​ແຂວງ​ເຊ​ກອງ ​ແລະຈໍາປາ​ສັກ (ລາວ) ​ພ້ອມກັບອົງການການ​ທູດ​ຂອງ​ສອງ​ປະ​ເທດ ເພື່ອປະຕິບັດ​ສຳ​ເລັດ​ລະບຽບ​ການ​ເຂົ້າ​ເມືອງ​ຫວຽດນາມຕາມຂໍ້ກໍານົດ ເພື່ອ​ດໍາເນີນພິທີມອບ ​ແລະຮັບ​ນັກສຶກສາ​ລາວ​ມາ​ຮຽນ ​ຢູ່ ​ແຂວງກວ໋າງ​ນາມ.

ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ ປຸກ​ລະ​ດົມ​ການ​ເສັງ “​​Check-in ແຜ່​ກະ​ຈາຍມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ຢ່າງ​ປອດ​ໄພ
ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ
ພິທີ​ມອບ​ໃບ​ຢັ້ງ​ຢືນ ແລະໃບປະກາດສໍາເລັດຊຸດຮຽນພາສາ​ຫວຽດນາມ ​ແລະວິຊາ​ສະ​ເພາະ​ໃຫ້​ນັກ​ສຶກສາ​ລາວ ຢູ່​ມະຫາວິທະຍາ​ໄລ​ກວ໋າງ​ນາມ. ພາບ: ຮ.ເຈືອງ
ພິທີ​ມອບ​ໃບ​ຢັ້ງ​ຢືນ ແລະໃບປະກາດສໍາເລັດຊຸດຮຽນພາສາ​ຫວຽດນາມ ​ແລະວິຊາ​ສະ​ເພາະ​ໃຫ້​ນັກ​ສຶກສາ​ລາວ ຢູ່​ມະຫາວິທະຍາ​ໄລ​ກວ໋າງ​ນາມ. ພາບ: ຮ.ເຈືອງ

ເພື່ອ​ຮັບປະກັນໃຫ້​ນັກ​ສຶກສາແຂວງ​ເຊ​ກອງ ​ແລະຈໍາປາ​ສັກ ເຂົ້າຮຽນຢ່າງທັນການ​, ​ແຂວງ​ກວ໋າງ​ນາມ ໄດ້ສືບ​ຕໍ່​​ຮັບ ​ແລະມອບ​ທຶນ​ສຶກສາ 45 ທຶນ ​ໃຫ້​ນັກ​ສຶກສາ​ລາວ​ຈາກ​ແຂວງ​ເຊ​ກອງ ​ແລະ​ຈໍາປາ​ສັກ ​ໄປ​ຮຽນ​ພາສາ​ຫວຽດນາມ ​ໃນ​ສົກ​ຮຽນ 2021 – 2022, ຫຼັງຈາກ​ນັ້ນ ​ໄປ​ຮຽນ​ວິຊາ​ສະເພາະ​ ຢູ່ ມະຫາວິທະຍາໄລ ແລະວິທະຍາໄລຕ່າງໆໃນແຂວງ.

​ເພື່ອ​ສ້າງ​ກາລະ​ໂອກາດ ​ແລະ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ​ລາວ ​ໄດ້​ຮ່ຳຮຽນ, ​ນັບແຕ່​ປີ 2019 ຮອດ​ປະຈຸ​ບັນ, ​ແຂວງກວ໋າງ​ນາມ ​ໄດ້​ປະຕິບັດ​ນະ​ໂຍບາຍທຶນການສຶກສາ ​ແລະຫໍ​ພັກໂດຍບໍ່ເສຍຄ່າ​ໃຫ້​ນັກ​ສຶກສາ​ລາວທຶນສ່ວນຕົວມາ​ຮຽນ​ພາສາ​ຫວຽດນາມ ​ແລະວິຊາ​ສະ​ເພາະ.

ປະຈຸ​ບັນ, ມີ​ນັກ​ສຶກສາລາວ 235 ຄົນ​ພວມ​ຮຽນ​ພາສາ​ຫວຽດນາມ ​ແລະ​ວິຊາ​ສະເພາະຄື: ຫວຽດນາມວິທະຍາ, ​ເຕັກ​ໂນ​ໂລຢີ​ຂໍ້​ມູນ​ຂ່າວສານ... ຢູ່ບັນດາ​ມະຫາວິທະຍາ​ໄລ ​ແລະວິທະຍາ​ໄລ​ແຂວງກວ໋າງ​ນາມ.

ນັບແຕ່ສົກຮຽນ 2006-2007 ມາຮອດປະຈຸບັນ, ແຕ່ລະປີ, ແຂວງກວ໋າງນາມ ໄດ້ຮັບ ແລະມອບທຶນການສຶກສາໃຫ້ນັກສຶກສາທີ່ມາຈາກແຂວງຈໍາປາສັກ ແລະ ເຊກອງ ມາຮຽນພາສາຫວຽດນາມ ແລະວິຊາສະເພາະ ຈໍານວນ 40-50 ຄົນ. ພາຍຫຼັງການບຳລຸງມາເປັນເວລາ 10 ກວ່າປີ, ນັກສຶກສາລາວຫຼາຍຮ້ອຍຄົນ ທີ່ ຮຽນຈົບມະຫາວິທະຍາໄລ ແລະວິທະຍາໄລຕ່າງໆໃນແຂວງໄດ້ກັບຄືນໄປປະຕິບັດງານ ຢູ່ ລາວ. ປະຈຸບັນນີ້, ນັກສຶກສາລາວຫຼາຍຄົນພວມດຳລົງຕຳແໜ່ງສຳຄັນໃນອົງການ ແລະວິສາຫະກິດໃນປະເທດຂອງຕົນ.

ດ້ວຍ​ບັນດາວຽກງານທີ່ແທດຈິງ, ​ແຂວງກວ໋າງ​ນາມ ​ໄດ້​ປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ປະເທດເພື່ອນມິດລາວ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ອັນ​ສັກສິດ, ​ໝັ້ນແກ່ນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ອ້າຍນ້ອງ.

ໄຊພອນ

ເຫດການ
302 Found

Found

The document has moved here.