ນໍານິທານຂອງຫວຽດນາມ ໄປສູ່ຜູ້ອ່ານລັດເຊຍ

15:03 | 29/10/2021

ຍສໝ - ຈາກຄວາມຮັກຕໍ່ວັດທະນະທໍາຫວຽດນາມ, ນາງສາວຄົນລັດເຊຍ 3 ຄົນ ເຊິ່ງແມ່ນ Yulia Minina, Anna Kharitonovna ແລະ Ekaterina Lyutik ໄດ້ແປ “ເລື່ອງນິທານ ແລະເທບນິຍາຍຂອງຫວຽດນາມ” ເປັນພາສາລັດເຊຍ. ເນື່ອງໃນໂອກາດທີ່ໄກ້ຈະຈໍາໜ່າຍບົດປະພັນຢູ່ລັດເຊຍ, ນັກແປ Yulia Minina ໄດ້ແບ່ງປັນກ່ຽວກັບການນໍາເອົາເລື່ອງນິທານຂອງຫວຽດນາມ ມາໃຫ້ຜູ້ອ່ານລັດເຊຍ...

ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ
ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ
ນໍານິທານຂອງຫວຽດນາມ ໄປສູ່ຜູ້ອ່ານລັດເຊຍ
ນາງ Yulia Minina

ນັກຂ່າວ: ຂໍຮຽນເອື້ອຍ Julia, ເອື້ອຍຕີລາຄາຄືແນວໃດ ກ່ຽວກັບ ເລື່ອງນິທານ ຂອງຫວຽດນາມ?

ນາງ Yulia Minina: ເລື່ອງນິທານຂອງຫວຽດນາມ ແມ່ນອຸດົມສົມບູນທີ່ສຸດ ເຕັມໄປດ້ວຍລັກສະນະມະນຸດສາດ ແລະຍັງແມ່ນຫົວເລື່ອງທີ່ຍັງບໍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງໂດຍບັນດານັກຊ່ຽວຊານຕາເວັນອອກສາດຈັກເທື່ອ. ໃນຂະນະນັ້ນ, ເລື່ອງນິທານໄດ້ນໍາ ພາບພົດຮອບດ້ານກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ມາສູ່ນັກຊ່ຽວ ຊານ ແລະຜູ້ອ່ານ. ຂ້າພະເຈົ້າຮັກປະເທດຊາດ ແລະວັດທະນະທຳຫວຽດນາມ, ນັ້ນແມ່ນເຫດຜົນເປັນຫຍັງຂ້າພະເຈົ້າຮັກເລື່ອງນິທານຂອງຫວຽດນາມ. ຕໍ່ຂ້າພະເຈົ້າ, ເລື່ອງນິທານຂອງຫວຽດນາມ ແມ່ນຈັບໃຈ, ເຕັມໄປດ້ວຍ ລັກສະນະມະນຸດສາດແລະ ບັນຈຸດ້ວຍຫຼາຍອາລົມຄື ຄວາມຮັກທີ່ສວຍງາມດັ່ງໃນຝັນ, ມີຄວາມມ່ວນຊື່ນ, ຄວາມໂສກເສົ້າ, ຄວາມຢ້ານກົວ... ສຳລັບຂ້າພະເຈົ້າແລ້ວ, ສິ່ງດັ່ງກ່າວມີຄວາມດຶງດູດທີ່ສຸດ.

ນັກຂ່າວ: ຈຸດປະສົງຂອງເອື້ອຍເມື່ອປະຕິບັດໂຄງການດັ່ງກ່າວແມ່ນຫຍັງ?

ນາງ Yulia Minina: ພວກຂ້າພະເຈົ້າສ້າງປຶ້ມເຫຼັ້ມນີ້, ໄດ້ວາງສອງຈຸດ​ປະ​ສົງຕົ້ນຕໍໃຫ້ຕົນເອງ. ຈຸດ​ປະ​ສົງ​ທຳ​ອິດ​ແມ່ນ​ເພື່ອ​ຄົ້ນ​ຄ້​ວາ​ລະ​ອຽດ​ນິ​ທານ​ພື້ນ​ເມືອງ​ຫວຽດ​ນາມ, ວິ​ເຄາະ​ບັນ​ດາ​ເນື້ອ​ໃນ ແລະຕົວລະຄອນ​ຂອງ​ນິ​ທານ​ພື້ນ​ເມືອງ. ຈຸດ​ປະ​ສົງທີ​ສອງແມ່ນ​ພວກຂ້າພະເຈົ້າຢາກ​ໃຫ້​ຜູ້​ອ່ານ​ຊາວ​ລັດ​ເຊຍ​ ໄດ້ຮູ້ຈັກ​ກັບ​ນິທານ​ຂອງ​ຫວຽດນາມ. ຜ່ານ​ປຶ້ມ “ເລື່ອງນິທານ ແລະເທບນິ ຍາຍຂອງຫວຽດນາມ” ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ໂຄສະນາ​ບັນດາ​ວັນ​ນະ​ຄະດີຫວຽດນາມ ​ເວົ້າ​ສະ​ເພາະ ​ແລະວັດທະນະທຳ ຫວຽດນາມ ເວົ້າລວມ ​ເຖິງ​ຜູ້​ອ່ານ​ຊາວ​ລັດ​ເຊຍ, ພ້ອມ​ກັນ​ນັ້ນ ​ກໍ່​ສະ​ແດງ​ຄວາມ​ຮູ້ສຶກອັນ​ເລິກ​ເຊິ່ງ ​ແລະ ຈິງ​ໃຈ​ທີ່​ມີ​ຕໍ່​ປະ​ເທດ​ນີ້.

ນັກຂ່າວ: ເອື້ອຍປະສົບກັບຄວາມຫຍຸ້ງຍາກໃດໃນວິວັດການເຮັດປຶ້ມເຫຼັ້ມນີ້ໃຫ້ສຳເລັດ?

ນາງ Yulia Minina: ຈາກປຶ້ມສະສົມໃຫຍ່ສຸດ “ສາງນິທານຫວຽດນາມ” ຂອງ ຫງວຽນດົ໊ງຈິ, ພວກຂ້າພະເຈົ້າໄດ້ເລືອກເອົາ 25 ເລື່ອງນິທານທີ່ໄດຮັບຄວາມນິຍົມທີ່ສຸດ, ໃນນັ້ນ ມີຫຼາຍເລື່ອງໄດ້ແປກ່ອນໜ້ານີ້ແລ້ວ ແລະ ປັບປຸງການແປເປັນພາສາ ລັດເຊຍ. ສິ່ງ​ທີ່​ຍາກ​ທີ່​ສຸດ​ທີ່​ພວກຂ້າພະເຈົ້າ​ປະ​ເຊີນ​ໜ້າ​ນັ້ນ​ແມ່ນ​ຊອກ​ຫາແບບວິທີການແປ​ທີ່​ເໝາະ​ສົມ, ​ແຕ່​ຍັງ​ຄົງ​ຮັກສາ​ເອກະລັກ​ສະ​ເພາະ​ຂອງ​ວັນນະຄະດີ​ຫວຽດນາມ. ເພື່ອຖ່າຍທອດຄໍານິຍາມວັດທະນະທໍາຫວຽດນາມ ເປັນພາສາ ລັດເຊຍ ໄດ້ນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ. ສໍາລັບຄົນທີ່ບໍ່ໄດ້ຮຽນລົງເລິກກ່ຽວກັບຫວຽດນາມ, ອາດຈະມີບາງຄໍານິຍາມທີ່ຜູ້ອ່ານຈະບໍ່ເຂົ້າໃຈ, ແລະພວກຂ້າພະເຈົ້າບໍ່ຢາກຂຽນເປັນພຽງການຜັນສຽງພາສາລັດເຊຍເທົ່ານັ້ນ. ດ້ວຍເຫດນັ້ນ, ພວກຂ້າພະເຈົ້າໄດ້ໃຊ້ເວລາຫຼາຍ ເພື່ອຄົ້ນຫາວິທີການຖ່າຍທອດເນື້ອໃນຂອງເລື່ອງໃຫ້ເຂົ້າໃຈໄດ້ງ່າຍສໍາລັບຜູ້ອ່ານ, ໂດຍສະເພາະແມ່ນຜູ້ທີ່ບໍ່ເຄີຍຮູ້ກ່ຽວກັບຫວຽດນາມ. ຈາກປຶ້ມເຫຼັ້ມນີ້, ຜູ້ອ່ານ ລັດເຊຍ ຈະຮູ້ເລື່ອງລາວກ່ຽວກັບກອງ ແລະຄ້ອງ, ກ່ຽວກັບມັງກອນ ແລະເຕົ່າ, ກ່ຽວກັບເສືອແລະເຕົ່າ, ກ່ຽວກັບນາງເຕິ໊ມ... ຍິ່ງໄປກວ່ານັ້ນ, ພວກຂ້າພະເຈົ້າບໍ່ພຽງແຕ່ເລົ່າເລື່ອງລາວເທົ່ານັ້ນ, ຫາກຍັງຍົກ​ອອກ​ສາຍພົວພັນ​ລະ​ຫວ່າງ​ນິ​ທານກັບ​ປະ​ຫວັດ​ສາດ​ ແລະ​ວັດ​ທະ​ນະ​ທໍາ​ຫວຽດ​ນາມ, ຜົນສະທ້ອນຈາກການ​​ແລກ​ປ່ຽນ​ວັດທະນະທໍາ​ພື້ນ​ເມືອງກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຫວຽດ​ນາມ ຄືແນວໃດ.

ນັກຂ່າວ: ເອື້ອຍມີແຜນການ ຫຼືກິດຈະກຳໃດແດ່ ເພື່ອແນະນຳປຶ້ມສູ່ ສາທາລະນະຊົນ?

ນາງ Yulia Minina: ຂ້າພະ​ເຈົ້າ​ ແລະ​ເພື່ອນ​ຮ່ວມ​ງານ​ບາງ​ຄົນ​ພວມ​ວາງ​ແຜນ​ຈັດ​ຕັ້ງ​ງານ​ວາງສະ​ແດງນຳສະເໜີ​ປຶ້ມ “ເລື່ອງນິທານ ແລະເທບນິຍາຍຂອງ ຫວຽດນາມ” ຢູ່​ສະ​ຖາ​ບັນຄົ້ນຄວ້າທິດ​ຕາ​ເວັນ​ອອກ ​ແລະວັດຖຸ​ບູຮານ​ຂອງ​ມະຫາວິທະຍາ​ໄລ​ເສດຖະກິດ​ຂັ້ນສູງ (ໂຮງ​ພິມ​ຈຳໜ່າຍ​ປຶ້ມ) ​ແລະບາງລາຍ ການນຳສະເໜີປຶ້ມທາງອອນລາຍ. ປຶ້ມດັ່ງກ່າວຈະໄດ້ນໍາສະເໜີ ແລະຂາຍຢູ່ຮ້ານຂາຍປຶ້ມໃຫຍ່ຢູ່ມົດສະກູ ແລະເຊນປີເຕີເບີກ. ເຖິງຢ່າງ​ໃດ​ກໍ່ຕາມ, ສະພາບພະຍາດ​ໂຄ​ວິດ-19 ຢູ່ລັດ​ເຊຍ ຍັງ​ມີ​ການຜັນແປ​ສັບສົນ, ສະ​ນັ້ນ ​ແຜນການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີໄຫວພິບ.

ນັກຂ່າວ: ເອື້ອຍ​ມີ​ແຜນການ​ຮ່ວມ​ມື​ກັບ​ຝ່າຍ​ຫວຽດນາມ ​ເພື່ອ​ແນະນຳ ​ແລະຈັດ​ພິມ​ປຶ້ມ​ຢູ່​ຫວຽດນາມ ​​ບໍ?

ນາງ Yulia Minina: ປຶ້ມ “ເລື່ອງນິທານ ແລະເທບນິຍາຍຂອງຫວຽດນາມ” ແມ່ນແນໃສ່ຜູ້ອ່ານທີ່ຮູ້ພາສາລັດເຊຍ. ​ເນື້ອ​ໃນ​ຂອງ​ປຶ້ມ​ໄດ້​ເລົ່າ​ເຖິງ​ບັນດາ​ສິ່ງ​ທີ່​ຊາວ​ຫວຽດນາມ ​ຮູ້ຈັກ​ນັບ​ແຕ່ເມື່ອຄາວເຍົາໄວ, ​ໃນ​ນັ້ນ ​ມີ​ບັນດາ​ເອກະສານ​ວິທະຍາສາດເຊິ່ງ​​ບໍ່​ເໝາະ​ສົມ​ກັບ​ການ​ຮຽນ​ພາສາ​ລັດ​ເຊຍ. ເຖິງໃດກໍ່ຕາມ, ຂ້າພະ​ເຈົ້າຄິດ​ວ່າ​ການ​ຮຽນ​ພາສາ​ຕ່າງປະ​ເທດ​ຈາກ​ນິທານ​ພື້ນ​ເມືອງ​ແມ່ນ​ມີ​ປະ​ໂຫຍ​ດຫຼາຍ​ຢ່າງ ແລະ​ເປັນ​ແນວ​ຄິດ​ທີ່​ດີ. ຍ້ອນເຫດນັ້ນ, ໃນອະນາຄົດຖ້າ​ຫາກ​ມີ​ການ​ເຊື້ອ​ເຊີນ​ໃຫ້ຮຽບຮຽງ​ປຶ້ມ​ຮຽນ ຫຼືຄູ່​ມື​ຮຽນ​ພາສາ​ລັດ​ເຊຍ ​ໃຫ້​ແກ່​ຊາວຫວຽດນາມ, ​ໃນ​ນັ້ນນໍາໃຊ້ວັດທະນະທໍາພື້ນເມືອງ, ຂ້າພະ​ເຈົ້າກໍ່ຈະຮູ້ສຶກ​ດີ​ໃຈ ​ແລະກຽມພ້ອມເຫັນ​ດີທີ່ຈະປະຕິບັດ​ໂຄງການ​ດັ່ງກ່າວ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.