ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ

06:38 | 08/11/2021

ຍ​ສ​ໝ - ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່​ອງ​ທ່ຽວ ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 2785 ກ່ຽວ​ກັບ​ການ​ຮັບ​ຮອງ​ເອົາ​ແຜນ​ຮ່າງ​ຈັດ​ຕັ້ງບັນດາການເຄື່ອນໄຫວ​ວັດ​ທະ​ນະ​ທຳ, ສິ​ລ​ະ​ປະ​ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ
ສະ​ຫະ​ກອນ​ຂອງ​ບັນ​ດາ​ນາງສາວ​​ເຜົ່າ​ຢາ້ວ ສະ​ຫະ​ກອນ​ຂອງ​ບັນ​ດາ​ນາງສາວ​​ເຜົ່າ​ຢາ້ວ
ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ພາບ​ປະ​ກອບ: baodantoc.vn

ເປົ້າ​ໝາຍ​ຂອງ​ແຜ​ນ​ຮ່າງ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ໃນ​ການ​ຮ່ວມ​ມື ວັດ​ທະ​ນະ​ທຳ ຫວຽດ​ນາມ - ລັດ​ເຊຍ ເຊິ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ມອບ​ໝາຍ ແລະ ແນະ​ນຳ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ລັດ​ເຊຍ ໄປ​ຍັງມະ​ຫາ​ຊົນ ຜ່ານ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ວາງ​ສະ​ແດງ​ແນະ​ນຳ​ມໍ​ລະ​ດົກ​ໂລກ ຢູ່ ຫວຽດ​ນາມ ແລະ ລັດ​ເຊຍ ເຊິ່ງ UNESCO ໄດ້ຮັບ​ຮູ້, ວາງ​ສະ​ແດງ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ຫວຽດ​ນາມ ແລະ ລັດ​ເຊຍ. ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ມູນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ໂຄ​ສະ​ນາ​ພາບ​ພົດ​ຂອງປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ແລະ ລັດ​ເຊ​ຍ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ເຕັ​ມ​ໄປ​ດ້ວຍ​ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ, ເພີ່ມ​ທະ​ວີ​ຄ​ວາມ​ເຂົ້​າ​ໃຈ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ໃຫ້ຫຼາຍກວ່າອີກ.

ຕາມ​ນັ້ນ​ແລ້ວ, ງານ​ວາ​ງ​ສະ​ແດງ​ກໍ່ໄດ້​ຈັດ​ຕັ້ງ​ແບບ​ທາງ​ໄກ ວາງ​ສະ​ແດງ​ບັນ​ດາ​ຜົນ​ງານ​ພາບ​ຖ່າຍຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ດ້ວຍ​ເນື້ອ​ໃນ (ດ້ວຍ​ພາ​ສາ ຫວຽດ ແລະ ລັດ​ເຊຍ) ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳທີ່​ເປັນ​ວັດ​ຖຸ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ, ມໍ​ລະ​ດົກ​ທຳ​ມະ​ຊາດ, ເຂດ​ສະ​ຫງວນຊີວະມົນທົນຢູ່ ຫວຽດ​ນາມ ແລະ ລັດ​ເຊຍ​ ເຊິ່ງ UNESCO ໄດ້ຮັບ​ຮູ້, ຜ່ານ​ນັ້ນ ກໍ່ແນະ​ນຳວັດ​ທະ​ນະ​ທຳ, ໂຄ​ສະ​ນາ​ພາບ​ພົດ​ປະ​ເທ​ດ​ຊາດ, ຊາວ​ຫວຽດ​ນາມ ແລະ ລັດ​ເຊຍ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ.

ຈະ​ຈັດ​ຕັ້ງ​ບາງ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະຂ່ຳ​ນັບ​ຮັບ​ຕ້ອນ ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປິນ ຫວຽດ​ນາມ ສະ​ແດງ ເພື່ອ​ແນ​ໃສ່​ແນະ​ນຳ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ. ໄປ​ຄຽງ​ຄູ່​ກັ້ນ​ນັ້ນ, ແຜນ​ຮ່າງ​ກໍ່​ມີ​ຄວາມຮຽ​ກ​ຮ້ອງວາງ​ສະ​ແດງ​ພາບ​ຖ່າຍ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳທີ່​ເປັນ​ວັດຖຸ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ, ມໍ​ລະ​ດົກ​ທຳ​ມະ​ຊາດ, ເຂດສະ​ຫງວນຊີວະມົນທົນ​ໂລກ ຢູ່ ຫວຽດ​ນາມ ແລະ ລັດ​ເຊຍ ທີ່​ UNESCO ໄດ້ຮັບຮູ້, ແນະ​ນຳ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ລັດ​ເຊຍ ຜ່ານ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຢູ່​ພິ​ທີ​ໄຂ.

ໄດ້​ຈັດ​ຕັ້ງ​ຮັບ​ປະ​ກັນ​ຄວາມ​ແທດ​ຈິງ, ປະ​ຢັ​ດ ແລະ ມີ​ປະ​ສິ​ດ​ທິ​ຜົນ, ມີໄຫວ​ພິບ, ປອດ​ໄພ, ເໝາະ​ສົມ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.