ກາລະໂອກາດຮ່ວມມືໃໝ່, ການສົ່ງສານຢ່າງແຮງ

08:07 | 01/11/2021

ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 26 (COP26) ແລະຢ້ຽມຢາມ, ເຮັດວຽກຢູ່ອັງກິດ ໃນລະຫວ່າງວັນທີ 31 ຕຸລາຫາວັນທີ 3 ພະຈິກ.

ນັກຊ່ຽວຊານມາເລເຊຍ: ຫວຽດນາມ ມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງໃນອາຊຽນ ນັກຊ່ຽວຊານມາເລເຊຍ: ຫວຽດນາມ ມີການປະກອບສ່ວນພົ້ນເດັ່ນຫຼາຍຢ່າງໃນອາຊຽນ
ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19 ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ພາບປະກອບຈາກ Vietnamplus.vn.
ພາບປະກອບຈາກ Vietnamplus.vn.

ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2010, ການພົວພັນຫວຽດນາມ-ອັງກິດ ໄດ້ພັດທະນາຢ່າງແຮງ, ຕັ້ງໜ້າ. ຄຽງຂ້າງການຢ້ຽມຢາມຂອງການນໍາຂັ້ນສູງ, ສອງປະເທດໄດ້ຮັກສາກົນໄກຮ່ວມມືສອງຝ່າຍ ຄື: ກົນໄກເຈລະຈາປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດຕາມກຳນົດເວລາປ່ຽນຜຽນກັນ, ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ວາລະປະຊຸມຄະນະກໍາມະການປະສົມກ່ຽວກັບເສດຖະກິດ ແລະການຄ້າ (JETCO).

ເຖິງວ່າພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງກໍ່ຕາມ, ແຕ່ຫວຽດນາມ ແລະອັງກິດ ຍັງຮັກສາການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ. ເດືອນກັນຍາ ປີ 2020, ສອງຝ່າຍໄດ້ອອກຖະແຫຼງການຮ່ວມເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດດ້ວຍວິໄສທັດມຸ່ງໄປເຖິງການຍົກລະດັບການພົວພັນຂຶ້ນສູ່ລະດັບສູງກວ່າ.

ສອງປະເທດໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ-ອັງກິດ (UKVFTA) ໃນເດືອນທັນວາ ປີ 2020. ປະຈຸບັນ, ອັງກິດ ແມ່ນຕະຫຼາດສົ່ງອອກໃຫຍ່ທີ 3 ຂອງຫວຽດນາມ ຢູ່ເອີຣົບ, ຢືນອັນດັບທີ 15 ໃນບັນດານັກລົງທຶນໃຫຍ່ຢູ່ຫວຽດນາມ.

ໜຶ່ງໃນບັນດາຈຸດພົ້ນເດັ່ນໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ແມ່ນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກະຊວງປ້ອງກັນປະເທດຂອງສອງປະເທດໄດ້ຍົກການເຈລະຈານະໂຍບາຍດ້ານປ້ອງກັນຊາດປະຈໍາປີຂຶ້ນເປັນຂັ້ນຮອງລັດຖະມົນຕີ; ສ້າງຕັ້ງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດບູລິມະສິດ ຄື: ຮັກສາສັນຕິພາບ ສປຊ, ກໍ່ສ້າງພາສາອັງກິດ,...

ສອງຝ່າຍເພີ່ມທະວີການຮ່ວມມື, ສົມທົບກັນສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ, ຕ້ານການກໍ່ການຮ້າຍ, ປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ການຄ້າມະນຸດ... ຄຽງຂ້າງນັ້ນ, ສອງຝ່າຍກໍ່ເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທໍາ, ການສຶກສາ-ກໍ່ສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ... ພິເສດ, ເມື່ອພະຍາດໂຄວິດ-19 ລະບາດໃນທົ່ວໂລກ, ອັງກິດ ແມ່ນປະເທດປະກອບວັກຊິນ ໂດຍ AstraZeneca ແລະມະຫາວິທະຍາໄລ Oxford ພັດທະນາໃຫ້ໂຄງການ COVAX ເປັນຈໍານວນຫຼວງຫຼາຍ, ພ້ອມທັງເປັນໜຶ່ງໃນບັນດາປະເທດຊ່ວຍເຫຼືອວັກຊິນຫຼາຍທີ່ສຸດໃຫ້ແກ່ຫວຽດນາມ.

ທີ່ເວທີປາໄສສາກົນ ແລະພາກພື້ນ, ສອງຝ່າຍມີການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນຂະນະທີ່ຫວຽດນາມ ແມ່ນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ປີ 2008-2009, ປີ 2020-2021. ສອງຝ່າຍພ້ອມກັນແມ່ນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2014-2016.

ພາຍຫຼັງທີ່ໂຈະມາໄດ້ໜຶ່ງປີຍ້ອນຜົນກະທົບຈາກພະຍາດໂຄວິດ-19, ກອງປະຊຸມ COP26 ຖືກດໍາເນີນຢູ່ນະຄອນ Glasgow, Scotland ຂຶ້ນກັບອັງກິດ ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 12 ພະຈິກ, ດຶງດູດການເຂົ້າຮ່ວມຂອງຜູ້ແທນ 30.000 ທ່ານທີ່ມາຈາກ 196 ປະເທດສະມາຊິກສົນທິສັນຍາ, ໃນນັ້ນມີການເຂົ້າຮ່ວມໂດຍກົງຂອງກວ່າ 120 ທ່ານທີ່ເປັນປະມຸກລັດ ແລະນາຍົກລັດຖະມົນຕີ, ເລຂາທິການໃຫຍ່ ສປຊ ພ້ອມກັບການນໍາຫຼາຍອົງການສາກົນ, ອົງການການເງິນສາກົນ, ກຸ່ມບໍລິສັດນາໆຊາດ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານສາກົນໃຫຍ່.

ໃນສະພາບການປ່ຽນແປງຂອງດິນຟ້າອາກາດຜັນແປຢ່າງສັບສົນ, ກອງປະຊຸມ COP26 ໄດ້ຮັບຄວາມຫວັງວ່າຈະສ້າງໜ້າປະຫວັດສາດໃໝ່ໃນຄວາມມານະພະຍາຍາມທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໂຄງການດໍາເນີນງານຂອງກອງປະຊຸມ COP26 ສຸມໃສ່ປຶກສາຫາລືສ້າງຂໍ້ກໍານົດທີ່ມີລັກສະນະຜູກມັດໃນການປະຕິບັດຕາມຂໍ້ກໍານົດຂອງສົນທິສັນຍາ, ດ້ວຍບາງເນື້ອໃນຕົ້ນຕໍ ຄື: ກົນໄກຕະຫຼາດ ແລະບໍ່ແມ່ນຕະຫຼາດ; ສ້າງຄວາມກະຈ່າງແຈ້ງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ສ້າງແຫຼ່ງກໍາລັງໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ນອກຈາກນັ້ນ, ກອງປະຊຸມກໍ່ຈັດຕັ້ງການເຄື່ອນໄຫວຕາມຫົວຂໍ້ ແລະມີການເຂົ້າຮ່ວມຂອງການນໍາຂັ້ນສູງຈາກບັນດາປະເທດ, ອົງການຈັດຕັ້ງສາກົນ, ວິສາຫະກິດຂະໜາດໃຫຍ່, ບັນດານັກວິທະຍາສາດ. ດ້ວຍຖານະຕຳແໜ່ງເປັນປະທານ COP26, ອັງກິດ ຫວັງວ່າກອງປະຊຸມຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບເປົ້າໝາຍການເງິນໃໝ່ໃຫ້ແກ່ໄລຍະຫຼັງປີ 2025 ກໍ່ຄືຄໍາໝັ້ນສັນຍາຂອງບັນດາປະເທດເພື່ອສາມາດບັນລຸເປົ້າໝາຍທີ່ໄດ້ວາງອອກໃນຂໍ້ຕົກລົງ Paris.

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ພັກ ແລະລັດຫວຽດນາມ ຍາມໃດກໍ່ຕັ້ງບັນຫາການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນບູລິມະສິດແຖວໜ້າໃນການພັດທະນາເສດຖະກິດ-ສັງຄົມ, ເປັນເຈົ້າການ, ຕັ້ງໜ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປະຕິບັດຄໍາໝັ້ນສັນຍາສາກົນທີ່ກ່ຽວຂ້ອງ.

ໃນສະພາບການນັ້ນ, ເລື່ອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ COP26 ແມ່ນໂອກາດເພື່ອໃຫ້ປະຊາຄົມສາກົນເຂົ້າໃຈຢ່າງຈະແຈ້ງກ່ຽວກັບແຜນນະໂຍບາຍ, ຄວາມຕັດສິນໃຈ ແລະຄວາມມານະພະຍາຍາມ ກໍ່ຄືຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຄຽງຂ້າງນັ້ນ, ການຢ້ຽມຢາມ ແລະເຮັດວຽກຂອງທ່ານ ຟ້າມມິງຈິ໊ງ ຢູ່ອັງກິດ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ຊຸກຍູ້ການຮ່ວມມືທຸກດ້ານ, ພ້ອມທັງນໍາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າອີກ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ອັງກິດ ແລະການເຂົ້າຮ່ວມກອງປະຊຸມ COP26 ຂອງນາຍົກລັດຖະມົນຕີຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ, ຜ່ານນັ້ນເປັນການສົ່ງສານກ່ຽວກັບຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການເຂົ້າຮ່ວມແກ້ໄຂສິ່ງທ້າທາຍລວມທົ່ວໂລກດ້ານການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ ຢ່າງແຮງ, ພ້ອມທັງສືບຕໍ່ຮັກສາທ່າພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອັງກິດ ແລະເປີດອອກກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.