ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ

11:30 | 13/11/2021

ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ວິທະຍາຄານການແພດກອງທັບ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງວິທະຍາຄານການແພດກອງທັບ (ກະຊວງປ້ອງກັນປະເທດຫວຽດນາມ).

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ
ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ
ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫວູຫາຍສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ, ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ນັບມື້ນັບໄດ້ຮັບການເພີ່ມທະວີ, ພັດທະນາ ແລະສືບຕໍ່ເປັນເສົາຄ້ຳສຳຄັນໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ. ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ໄດ້ຕັ້ງໜ້າປະຕິບັດບັນດາເນື້ອໃນການຮ່ວມມືຢ່າງຄົບຖ້ວນ ແລະມີປະສິດທິຜົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຮອບດ້ານ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບດ້ານການເມືອງ ແລະສັງຄົມ.

ໃນຕະຫຼອດ 65 ປີຜ່ານມາ, ວິທະຍາຄານການແພດກອງທັບໄດ້ ແລະພວມປະຕິບັດໜ້າທີ່ກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນລາວ ເປັນຢ່າງດີ. ຄຸນນະພາບການກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນລາວ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໃນຊຸມປີມໍ່ໆມານີ້. ພະນັກງານ, ແພດທະຫານລາວ ຫຼາຍທ່ານໄດ້ຮັບການກໍ່ສ້າງຢູ່ວິທະຍາຄານການແພດກອງທັບ, ເມື່ອກັບຄືນປະເທດ, ໄດ້ກາຍເປັນນາຍພົນ, ພະນັກງານອາວຸໂສ, ດຳລົງຕຳແໜ່ງສຳຄັນໃນກອງທັບ, ປະກອບສ່ວນກໍ່ສ້າງ ແລະປັບປຸງພື້ນຖານປ້ອງກັນຊາດຂອງປະເທດເພື່ອນລາວ.

ທີ່ພິທີ, ທ່ານພົນຕີ, ສຈ, ປອ ໂດ໊ກວຽດ, ຜູ້ອຳນວຍການວິທະຍາຄານການແພດກອງທັບ ໃຫ້ຮູ້ວ່າ: ໃນຕະຫຼອດກວ່າ 65 ປີຜ່ານມາ, ພ້ອມກັບການກໍ່ສ້າງພະນັກງານການແພດໃຫ້ກອງທັບປະຊາຊົນຫວຽດນາມ, ວິທະຍາຄານການແພດກອງທັບ ໄດ້ ແລະພວມປະຕິບັດວຽກງານກໍ່ສ້າງຖັນແຖວພະນັກງານການແພດໃຫ້ແກ່ກອງທັບປະຊາຊົນລາວ - ຊ່ວຍເຫຼືອ; ປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະກອງທັບຂອງສອງປະເທດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

ມາຮອດປະຈຸບັນ, ວິທະຍາຄານການແພດກອງທັບ ໄດ້ກໍ່ສ້າງນັກສໍາມະນາກອນກອງທັບປະຊາຊົນລາວ 602 ຄົນ. ປັດຈຸບັນ, ມີນັກສໍາມະນາກອນລາວ 60 ຄົນ ພວມຮໍ່າຮຽນຢູ່ວິທະຍາຄານການແພດກອງທັບ, ໃນນັ້ນ: ຊັ້ນມະຫາວິທະຍາໄລ ມີ 55 ຄົນ, ປະລິນຍາໂທມີ 5 ຄົນ. ນອກຈາກນັ້ນ, ວິທະຍາຄານການແພດກອງທັບ ໄດ້ສົ່ງພະນັກງານໄປຍັງວິທະຍາຄານການແພດກອງທັບ ແລະໂຮງໝໍແພດທະຫານ 103 ລາວ ເພື່ອສິດສອນ ແລະແນະນຳດ້ານເຕັກນິກໃໝ່; ຊ່ວຍເຫຼືອກຳລັງແພດທະຫານຂອງປະເທດເພື່ອນລາວຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງ ແລະກວດ, ປິ່ນປົວພະຍາດ.

ທີ່ພິທີ, ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ໄດ້ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ວິທະຍາຄານການແພດກອງທັບ ແລະໂຮງໝໍແພດທະຫານ 103, ໂຮງໝໍໂປກໂພງແຫ່ງຊາດເລຮື໊ວຈາກ ແລະ 2 ທ່ານ ແມ່ນພົນຕີ ໂດ໊ກວຽດ, ຜູ້ອໍານວຍການວິທະຍາຄານ ແລະທ່ານພົນຈັດຕະວາ ຫງວຽນວຽດເລື້ອງ, ຫົວໜ້າການເມືອງວິທະຍາຄານ; ມອບຫຼຽນໄຊແຮງງານຊັ້ນ III ໃຫ້ 6 ໝູ່ຄະນະແລະ 10 ຄົນ ຂອງວິທະຍາຄານການແພດກອງທັບ.

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ວິທະຍາຄານການແພດກອງທັບລາວ ແລະວິທະຍາຄານການແພດກອງທັບຫວຽດນາມ ໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາເນື້ອໃນແຮກສ່ຽວ ໃນປີ 2017.

ດ້ວຍຜົນງານ ແລະຄຸນງາມຄວາມດີ, ປະຊາຊົນລາວ ບັນດາເຜົ່າ ຍາມໃດກໍ່ຈົດຈໍາ ແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າທີ່ຫາສິ່ງໃດມາປຽບທຽບບໍ່ໄດ້ຕໍ່ການເສຍສະຫຼະທັງເຫື່ອແຮງ, ວັດຖຸ ແລະຈິດໃຈໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະອິດສະລະພາບ ໃຫ້ປະຊາຊົນ ລາວ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພັກ-ລັດ, ກອງທັບ ແລະປະຊາຊົນລາວ ຍາມໃດ ກໍ່ ໄດ້ຮັບການອຸ້ມຊູ, ຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກພັກ-ລັດ, ກອງທັບ ແລະປະຊາຊົນຫວຽດນາມ ຕະຫຼອດມາ.

ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ກໍ່ຄືກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງ ແລະສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະ ຕໍ່ວິທະຍາຄານການແພດກອງທັບຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ອຸ້ມຊູ ແລະຊ່ວຍເຫຼືອອັນລໍ້າຄ່າໝົດຈິດໝົດໃຈ ແລະມີປະສິດທິຜົນໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກຂ້າພະເຈົ້າ ຕະຫຼອດມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມຈິງໃຈ, ຄວາມເປັນຫ່ວງເປັນໄຍ ທີ່ພວກສະຫາຍມີຕໍ່ພວກຂ້າພະເຈົ້າຢ່າງສະເໝີຕົ້ນສະເໝີປາຍ. ພວກຂ້າພະເຈົ້າກໍ່ຫວັງວ່າ ພວກສະຫາຍຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ວິທະຍາຄານການແພດກອງທັບປະຊາຊົນລາວ ຂອງພວກຂ້າພະເຈົ້າ ຕື່ມອີກ.

ເນື່ອງໃນໂອກາດນີ້, ວິທະຍາຄານການແພດກອງທັບຫວຽດນາມ ແລະວິທະຍາຄານການແພດກອງທັບລາວ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດລະຫວ່າງສອງວິທະຍາຄານຄັ້ງທີສອງຜ່ານລະບົບທາງໄກ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.