ເຈົ້າຊີວິດໄທເຊື່ອໝັ້ນຕໍ່ສາຍພົວພັນກັບຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ

08:07 | 07/11/2021

ຫວ່າງແລ້ວນີ້, ຢູ່ບາງກອກ ປະເທດໄທ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ.

ແຂວງທ໊າຍບິ່ງ-ໄຊຍະບູລີ ເຊັນຂໍ້ຕົກລົງຮ່ວມມືຜ່ານລະບົບທາງໄກ ແຂວງທ໊າຍບິ່ງ-ໄຊຍະບູລີ ເຊັນຂໍ້ຕົກລົງຮ່ວມມືຜ່ານລະບົບທາງໄກ
ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ ອົດ​ສະ​ຕາ​ລີ ​ຊ່ວຍເຫຼືອ​ຫວຽດນາມ ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ເຕັກ​ໂນ​ໂລ​ຢີເຖິງ​​ການ​ເຕີບ​ໂຕ​ເສດຖະກິດ
ເຈົ້າຊີວິດໄທເຊື່ອໝັ້ນຕໍ່ສາຍພົວພັນກັບຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທ່ງ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດໄທ

ທີ່ພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຟານຈີແທ່ງ ໄດ້ສະແດງຄວາມເປັນກຽດ ຊຶ່ງປະທານປະເທດ ສ.ສ. ຫວຽດນາມໄດ້ແຕ່ງຕັ້ງເປັນເອກອັກຄະລັດຖະທູດຫວຽດນາມປະຈຳໄທ ແລະ ຢືນຢັນວ່າ ໃນອະຍຸການຂອງຕົນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈມິດຕະພາບລະຫວ່າງ 2ປະເທດ.

ສ່ວນເຈົ້າຊີວິດໄທ ມະຫາ ວະຊີຣາລົງກອນ ໄດ້ຕີລາຄາສູງສາຍພົວພັນຢ່ສງໜິດແໜ້ນ, ການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ນັບທັງຂອບເຂດ 2 ຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍລະຫວ່າງ 2 ປະເທດ; ພະອົງສະແດງຄວາມເຊື່ອໝັ້ນວ່າ ສ່ຍນພົວພັນໄທ-ຫວຽດນາມ ຈະສືບຕໍ່ໄດ້ຮັບການປັງປຸງເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ການປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນຂອງອາຊຽນ ແລະ ໃນໂລກ.

vovworld.vn

ເຫດການ