ປະດັບຫຼຽນໄຊ​ມິດ​ຕະ​ພາບຂອງປະທານປະເທດໃຫ້ທ່ານ Alain Dussarps

15:49 | 13/11/2021

ຍສໝ - ຫວ່າງແລ້ວນີ້, ​ສະຖານທູດ​ຫວຽດນາມ ປະຈຳ ຝຣັ່ງ ​ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ປະທານ​ປະ​ເທດ ​ໃຫ້​ທ່ານ Alain Dussarps, ຮອງ​ປະທານ​ສະມາຄົມ​ມິດຕະພາບຝຣັ່ງ-ຫວຽດນາມ (AAFV) ເນື່ອງຈາກ “ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນພາລະກິດສ້າງສາ ​ແລະພັດທະນາ​ຫວຽດນາມ ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ ​ແລະການ​ຮ່ວມ​ມື​ລະຫວ່າງຝຣັ່ງ ​ແລະ ຫວຽດນາມ”.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ ເປັນ​ເຈົ້າ​ການ, ມີ​ຄວາມ​ປະ​ດິດ​ຄິດ​ສ້າງ​ໃນ​ສະ​ພາບ​ການ​ໃໝ່ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ ເປັນ​ເຈົ້າ​ການ, ມີ​ຄວາມ​ປະ​ດິດ​ຄິດ​ສ້າງ​ໃນ​ສະ​ພາບ​ການ​ໃໝ່
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
ປະດັບຫຼຽນໄຊ​ມິດ​ຕະ​ພາບຂອງປະທານປະເທດໃຫ້ທ່ານ Alain Dussarps
ປະດັບຫຼຽນໄຊ​ມິດ​ຕະ​ພາບຂອງປະທານປະເທດໃຫ້ທ່ານ Alain Dussarps. ພາບ: VOV

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ດິ່ງຕວ່ານຖັ໊ງ ​ໄດ້​ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ຂອງ ​ທ່ານ Alain Dussarps ​ໃນ​ການ​ຜັນຂະຫຍາຍຫຼາຍກິດຈະກໍາ, ​ໂຄງການຢ່າງມີປະສະດທິຜົນເພື່ອ​ຊ່ວຍເຫຼືອ, ໜູນ​ຊ່ວຍ​ຊາວຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ບັນດາ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ໄລຍະ​ທີ່​ປະ​ເທດຊາດ​ພວມ​ເລີ່ມເຂົ້າສູ່ຍຸກແຫ່ງການປ່ຽນແປງໃໝ່, ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ໄດ້ມີ​ຄວາມ​ໝາຍຢ່າງ​ແທດ​ຈິງ ​ເພື່ອ​​ຊ່ວຍເຫຼືອ​ປະຊາຊົນ, ພິ​ເສດ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ດ້ວຍ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ, ທ່ານ Alain Dussarp ​ໄດ້​ຮັບ​ຖື​ວ່າ​ແມ່ນ ​ໜຶ່ງ​ໃນ​ບັນດາ​ເພື່ອນ​ມິດ​ທີ່​ດີ​ເດັ່ນ​ຂອງ​ປະຊາຊົນ​ຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.