ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ

06:30 | 05/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່າ​ນນາງ ເລ​ທິ​ແທັງ​ຢາງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ໄດ້​ມີ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ສະ​ຖາ​ບັນ​ດາ Friedrich Naumann Foundation (FNF ສາ​ທາ​ລະ​ນະ​ລັດ ເຢຍ​ລະ​ມັນ) ໂດຍ ​ທ່ານ ​ສຈ. ປອ. Andreas Stoffers ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ.

ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບບັນດາ​ຜູ້​ຕາງ​ໜ້າ​ຍິງ​ຄະ​ນະ​​ທູຕາ​ນະ​ທູດຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ໃຫ້​ການ​ຕ້ອນ​ຮັບບັນດາ​ຜູ້​ຕາງ​ໜ້າ​ຍິງ​ຄະ​ນະ​​ທູຕາ​ນະ​ທູດຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ
ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິ່ນ​ເທີ ເຮັດ​ວຽກ​ກັບ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ FNF ປະ​ຈຳ ຫວຽດ​ນາມ (ພາບ: baomoi.com)

ທີ່​ການ​ເຮັດ​ວຽກ, ທ່າ​ນນາງ ເລ​ທິ​ແທັງ​ຢາງ ໄດ້​ແນະ​ນຳ​ຂໍ້​ມູນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລົງ​ທຶນ ຂອງ​ນະ​ຄອນ ເກິນ​ເທີ. ທ່ານ​ນາງຢາງ ໃຫ້​ຮູ້​ວ່າ ວັນ​ທີ 5 ສິງ​ຫາ ປີ 2020 ກົມ​ການ​ເມືອງ ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 59 – NQ/TW ກ່ຽວ​ກັບ​ການ​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ ເກິ່ນ​ເທີ ດ້ວຍ​ເປົ້າ​ໝາຍ​ຈົດ​ຮອດ​ປີ 2030 ເກິ່ນ​ເທີ ​ຈະແມ່ນ​ນະ​ຄອນ​ຊີ​ວະ​ພາບ, ສີ​ວິ​ໄລ, ທັນສະ​ໄໝ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັດ​ວັດ​ທະ​ນະ​ທຳ​ແມ່​ນ້ຳ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ, ແມ່ນ​ສູນ​ກ່ຽວ​ກັບ​ການ​ບໍ​ລິ​ການ, ການ​ຄ້າ, ການ​ທ່ອງ​ທ່ຽວ, Logistic, ເຂດ​ອຸດ​ສາ​ຫະ​ກຳປຸງ​ແຕ່ງ...

ສ່ວນ​ທ່ານ ສຈ. ປອ. Andreas Stoffers ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ໄດ້​ປ​ຽບ​ຂອງ​ນະ​ຄອນ​ເກິ່ນ​ເທີ, ໃຈ​ກາງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ດ້ານ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ປຸງ​ແຕ່ງ, ເຖິງ​ຢ່າງ​ໃດ​ກໍ່​ຕາມ ເຂດນີ້​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ ສຈ. ປອ. Andreas Stoffers ໃຫ້​ຮູ້​ຕື່ມ​ອີກວ່າ FNF ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ ຫາ​ກໍ່​ພັດ​ທະ​ນາ ກັບ​ຄວາມ​ປາດ​ຖະ​ໜາຢ​າກ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕາມ​ທິດ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ບັນ​ດາ​ເຂດ​ທີ່​ມີ​ພວມ​ມີ​ອັດ​ຕາ​ຫັນ​ເປັນ​ຕົວ​ເມືອງ​ສູງ.

FNF ໄດ້​ສະ​ເໜີ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ ໄລ​ຍະ 2021 – 2024 ຢູ່​ນະ​ຄອນ​ເກິ່ນ​ເທີ, ສຸມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ນ້ຳ​ສະ​ອາດ, ແກ້​ໄຂ​ບັນ​ດາ​ຂີ້​ເຫຍື້ອ, ຄຸ້​ມ​ຄອງ​ຄຸນນ​ະ​ພາບ​ບັນ​ຍາ​ກາດ ແລະ ນຳ​ໃຊ້​ແຫຼ່ງ​ພະ​ລັງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນ​ຂອບ​ເຂດ​ໂຄງ​ການ​ຈະ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ປຶກ​ສາ​ຫາ​ລື​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງກັບບັນ​ຫາ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຜັນ​ຂະ​ຫຍາຍບັນ​ດາ​ຊັບ​ພະ​ຍາ​ກອນ​ສະ​ເພາະ​, ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ ແລະ ສື່​ສານ​ຢ່າງກວ້າງ​ຂວາງ​ໄປ​ຍັງ​ປະ​ຊາ​ຊົນ...

ແລະ​ໃນ​ວັນ​ດຽວ​ກັນ, ສະ​ຫະ​ພັນ ເກິ່ນ​ເທີ ພ້ອມ​ກັບ​ການ​ນຳ FNF ກໍ່ໄດ້ ແລະ ມີ​ການ​ເຮັດ​ວຽກ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ເກິ່ນ​ເທີ, ແລກ​ປ່ຽນ​ຂໍ້​ມູນ​ສະ​ເໜີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ ການປ່ຽນ​ແປ​ງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ເກິ່ນ​ເທີ.

ທີ່ການຕ້ອນ​ຮັບ, ທ່ານ ຮສ. ປອ. ຫງວຽນ​ຮຽວ​ຈຸງ, ຮອງ​ອະ​ທິ​ການ​ບໍ​ດີ- ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ມະຫາວິ​ທະ​ຍາ​ໄລ​ເກິ່ນ​ເທີ ໄດ້ຕີ​ລາ​ຄາ​ສູງ​ການ​ສະ​ເໜີ​ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ໂຄງ​ການການ​ປ່ຽນ​ແປງ​ຂອງ​ດິນ​ຟາ​ອາ​ກາດ​ຢູ່​ນະ​ຄອນ​ເກິ່ນ.

ທ່ານ​ຈຸງ​ໃຫ້​ຮູ້​ວ່າ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ມະ​ຫາ​ວິ​ທະ​ຍາ​ໄລ ເກິ່ນ​ເທີ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໂຄງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່​ນະ​ຄອ​ນ​ເກິ່ນ​ເທີ ໂດຍ FNF ອຸ​ປະ​ຖຳ, ປະ​ກອ​ບ​ສ່ວນ​ຊ່ວຍ​ໃຫ້​ນະ​ຄອນ​ເກິ່ນ​ເທີ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເປັນ​ຢ່າງ​ດີ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ.

ທີ່​ການ​ເຮັດ​ວຽກ, ບັນ​ດາ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາ​ບ​ຈະ​ສືບ​ຕໍ່​ແລກ​ປ່ຽນ, ສົ່ງເສີມການປະ​ຕິ​ບັດ​ບັນ​ດາ​ລະ​ບຽນ​ການ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໂດ​ຍ​ໄວ​ໃນ​ປີ 2022.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.