ການນຳພັກ ແລະ ລັດ ສະແດງຄວາມຊົມເຊີຍວັນຊາດ ກຳປູເຈຍ ຄົບຮອບ 68 ປີ

07:28 | 11/11/2021

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ລາຊະອານາຈັກກຳປູເຈຍ (9 ພະຈິກ 1953 – 9 ພະຈິກ 2021), ວັນທີ 9 ພະຈິກ 2021, ຄະນະບໍລິຫານງານສູນກາງພັກຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈຳ ສູນກາງພັກປະຊາຊົນກຳປູເຈຍ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ດອກ​ໄມ້​ອວຍພອນ​ເຖິງເຈົ້າກະສັດ Norodom Sihamoni ​ແລະ ທ່ານປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ Hun Sen.

ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ ການນຳພັກ, ລັດຫວຽດນາມສົ່ງສານອວຍພອນເນື່ອງໃນໂອກາດວັນຊາດຈີນ
ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ເຈົ້າກະສັດ Norodom Sihamoni; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ້າມມີງຈີງ ໄດ້ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ Samdech Techo Hun Sen; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວຶອງດີງເຫວ້ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ ປະທານ​ສະພາ​ສູງ​ກຳປູ​ເຈຍ Samdech Say Chhum ​ແລະ ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Samdech Heng Samrin.

ການນຳພັກ ແລະ ລັດ ສະແດງຄວາມຊົມເຊີຍວັນຊາດ ກຳປູເຈຍ ຄົບຮອບ 68 ປີ
ຕອນ​ເຊົ້າ​ວັນ​ທີ 9 ພະຈິກ 2021, ກຳປູ​ເຈຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ 9/11/1953 – 9/11/2021. (ພາບ: TTXVN)

ໃນ​ບັນດາຈົດໝາຍ​ອວຍພອນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ໜ້າເອກອ້າງທະນົງ​ໃຈ​ທີ່​ປະຊາຊົນ​ກຳປູ​ເຈຍ​ຍາດ​ມາໄດ້​ ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ລາຊະ​ອານາຈັກ​ກຳປູ​ເຈຍ​ ໃຫ້ສີວິໄລ ແລະ ​ວັດທະນາຖາວອນ; ເຊື່ອ​ໝັ້ນ​ວ່າ ປະ​ຊາ​ຊົນ​ກຳ​ປູ​ເຈຍ ​ຈະ​ສືບ​ຕໍ່​ບັນ​ລຸໄດ້​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ກວ່າ​ອີກ, ຄວບ​ຄຸມ​ໂລກ​ລະ​ບາດ Covid-19 ຢ່າງ​ສຳ​ເລັດ​ຜົນ, ຟື້ນ​ຟູ ແລະ ສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ປະ​ເທດ​ຫວຽດນາມ ໄດ້​ຢືນຢັນ​ວ່າ ບົນ​ພື້ນຖານ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ ​ແລະ ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ຫວຽດນາມ ຈະ​ສົມທົບ​ກັບ ກຳປູ​ເຈຍ ໃນການ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມພູນຄູນສ້າງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ການ​ພັດທະນາ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸຍແທງເຊີນ ກໍ່ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ທ່ານ Prak Sokhonn ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ກຳປູ​ເຈຍ.

ຄຳຮຸ່ງ

302 Found

Found

The document has moved here.