ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19

08:01 | 12/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທ່ານນາງ Marie Damour ອຸ​ປະ​ທູດ​ຊົ່ວ​ຄາວ ອາ​ເມ​ລິ​ກາ ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ເຄື່ອງຈັດລຳດັບ​ແຢນ ໃຫ້​ແກ່​ໂຮງ​ໝໍ​ແບກ​ມາຍ, ຮ່າ​ໂນ້ຍ.

ຊຸກຍູ້ການທ່ອງທ່ຽວທີ່ປອດໄພ ໃນສະພາບການໂລກລະບາດໂຄວິດ - 19 ຊຸກຍູ້ການທ່ອງທ່ຽວທີ່ປອດໄພ ໃນສະພາບການໂລກລະບາດໂຄວິດ - 19
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 843.000 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 9 ພະຈິກ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 843.000 ຄົນ ໄດ້ຮັບການປິ່ນປົວຫາຍດີໃນວັນທີ 9 ພະຈິກ
ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19
ທ່ານ​ນາງ Damour ລົງ​ໄປ​ຢ້ຽມ​ຢາມ​ຮາກ​ຖານ​ສັກ​ວັກ​ຊິນ ຢູ່ໂຮງ​ໝໍ​ແບກ​ມາຍ (ພາບ: BVCC)

ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ສອງ​ເຄື່ອງຈັດລຳດັບ​ແຢນ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ອຸ​ປະ​ຖຳ ເຊິ່ງ​ຄະ​ນະ​ທູ​ຕາ​ນຸ​ທູດ ມອບ​ໃຫ້ ຫວຽດ​ນາມ ໃນ​ຄັ້ງ​ນີ້. ກ່ອນ​ໜ້າ​ນັ້ນ, ມີ​ເຄື່ອງຈັດລຳດັບ​ແຢນ​ອື່ນອີກ ​ທ່ານ Robert Greenan ຜູ້​ຮັກ​ສາ​ຕຳ​ແໜ່ງ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ກໍ່​ໄດ້ມອບ​ໃຫ້​ໂຮງ​ໝໍ ເຈີ​ໄຮ ໃນ​ວັນ​ທີ 19 ຕຸ​ລາ ປີ 2021.

ທ່ານ​ນາງ Damour ເນັ້ນ​ໜັກ​ວ່າ ເຫດ​ການມອບ​ຂອງ​ຂັວນ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ໜູນ​ຊ່ວຍ ແລະ ຮ່ວມ​ມືສອງຝ່າຍ ທີ່​ໄດ້​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ໄລ​ຍະ 26 ປີ​ຜ່ານ​ມາ ນັບ​ແຕ່​ເວ​ລາ ສອງ​ຝ່າຍ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. “ການ​ພົວ​ພັນ​ຂອງ​ພວກ​ເຮົາ​ໃນ​ມື້ນີ້ ໄດ້​ສ້າງ​ຂຶ້ນ​ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ກໍ່​ຄື​ບົນຫຼັກ​ການ​ຊ່ວຍເຊິ່ງ​ກັນ​ແລະ​ກັນ ເມື່ອ​ມີ​ຄວາມ​ຕ້ອງ​ການ”.

ແຕ່​ດົນ​ນານ​ມາ​ແລ້ວ, ການ​ທູດ​ສາ​ທາ​ລະ​ນະ​ສຸກ ໄດ້​ກາຍ​ເປັນຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃດ​ໜຶ່ງ, ຊ່ວຍ​ປັບ​ປຸງ​ການ​ເບິ່ງ​ແຍງ​ດູ​ແລດ້ານການ​ແພດ ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາງ​ອຸ​ປະ​ທູດ ໄດ້​ຢ້ຳ​ຄືນ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ເມື່ອ ອາ​ເມ​ລິ​ກາ​ ພວມຜ່ານ​ຜ່າ​ການ​ຕໍ່​ສູ້​ທີ່​ຮ້າຍ​ແຮງ​ທີ່​ສຸດ ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19, ຢັ້ງ​ຢືນ​ຄື​ນ​​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ຕາມ​ທ່ານ​ ຮສ. ປອ. ຫງວຽນ​ເຈື່ອງ​ເຊີນ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລ້ວ, ນີ້​ແມ່ນ​ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ ປະ​ກອບ​ສ່ວນ​ເຂົ້າ​ການ​ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ວຽກ​ງານ​ກວດ, ​ປິ່ນ​ປົວພະ​ຍາດ ແລະ ປ້ອງ​ກັນ​ຕ້ານ​ໂຄວິດ - 19, ກໍ່ຄື​​ໜູນ​ຊ່ວຍວຽກ​ງານ​ຄົ້ນ​ຄ້​ວາ, ພັດ​ທະ​ນາ​ວັກ​ຊິນ​ຊະ​ນິດ​ໃໝ່.

ຄະ​ນ​ະ​ຜູ້​ແທນ ອາ​ເມ​ລິ​ກາ ກໍ່​ລົງ​ໄປ​ຢ້ຽມ​ຢາມ​ຮາກ​ຖານ​ສັກ​ວັກ​ຊິນ ຢູ່ໂຮງ​ໝໍ​ແບກ​ມາຍ, ໂດຍ​ແມ່ນ​ສະ​ຖານ​ທີ່​ມີ​ວັກ​ຊິນຂອງ​ອາ​ເມ​ລິ​ກາ​ມອບ​ໃຫ້. ທ່ານ​ນາງ Damour ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວິ​ວັດ​ການ​ເຄື່ອນ​ໄຫວ​ແຈກ​ຢາຍ ແລະ ສັກ​ວັກ​ຊິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.