ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ

06:30 | 13/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ຖານ​ທູດຫວຽດນາມປະ​ຈຳອິນ​ໂດ​ເນ​ເຊຍໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບອິນ​ໂດ​ເນ​ເຊຍ -ຫວຽດ​ນາມຈັດ​ຕັ້ງ​ກອງ​ປະ​ຊຸມ​ແບບ​ທາງ​ໄກ “ກາ​ນ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ: ສະຫຼຸ​ບແລະສົ່ງ​ເສີມ​ນະ​ໂຍ​ບາຍ​ໃຫ້ຫວຽດ​ນາມແລະອິນ​ໂດ​ເນ​ເຊຍໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19”

ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ຂົ​ວ​ເຊື່ອມ​ຕໍ່ໄມ​ຕີ​ຈິດ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ
ທ່ານຟ້າມ​ວິງກວາງເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມປະ​ຈຳອິນ​ໂດ​ເນ​ເຊຍ (ພາບ: TTXVN)

ເຂົ້າ​ຮ່ວມມີ​ທ່ານ Sandiaga Uno ​ລັດ​ຖະ​ມົນ​ຕີການ​ທ່ອງ​ທ່ຽວແລະເສດ​ຖະ​ກິດ​ປະ​ດິດຄິດ​ສ້າງອິນ​ໂດ​ເນ​ເຊຍ, ທ​່ານຜູ້​ວ່າ​ການ​ແຂວງບາ​ລີ- Wayan Koster, ທ່ານ​ Denny Abdi ເອກ​ອັກ​ຄະ​ລັດ​ຖະ​ທູດອິນ​ໂດ​ເນ​ເຊຍປະ​ຈຳຫວຽດ​ນາມ, ທ່ານ Raden Pardede ເລ​ຂາ​ທິ​ການ​ຝ່າຍບໍ​ລິ​ຫານ​ຜູ້​ທີ​ໜຶ່ງຄະ​ນະ​ກຳ​ມະ​ການ​ຮັ​ບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະຟື້ນ​ຟູ​ເສດ​ຖະ​ກິດແຫ່ງ​ຊາດ, ທ່ານ ຮ່າ​ວັນ​ຊຽວ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວຫວຽດ​ນາມ, ທ່ານ Budiarsa Sastrawinata ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບອິນ​ໂດ​ເນ​ເຊຍ - ຫວຽດ​ນາມ, ພ້ອມ​ກັບ​ຜູ້​ແທນ​ເກືອ​ບ 150 ທ່ານໂດຍ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່ຫຼາຍ​ກະ​ຊວງ, ຂະ​ແໜງ​ການແລະວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານຟ້າມ​ວິງກວາງເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມປະ​ຈຳອິນ​ໂດ​ເນ​ເຊຍໄດ້​ຢ້ຳ​ຄື​ນ​ວ່າຢູ່ຫຼາຍ​ແຫ່ງ​ໃນ​ໂລກໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ກໍ່​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມແລະຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ, ແຕ່​ວ່າ​ກໍ່​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ເລື່ອງ​ລາວແລະແບບ​ຢ່າງ​ທີ່​ດີ, ມີ​ຄວາມ​ກ້າ​ຫານຜ່ານ​ຜ່າ​ບັນ​ດາ​ຄວ​າມ​ຫຍຸ້ງ​ຍາກ.

ຕາມ​ທ​່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຟ້າມ​ວິງກວາງ​ແລ້ວ, ທັງ​ຫວຽດ​ນາມແລະອິນ​ໂດ​ເນ​ເຊຍລ້ວນ​ແຕ່​ພວມ​ບືນ​ຕົວ​ຂຶ້ນ​ພາຍຫຼັງ​ການ​ແຜ່​ລະ​ບາດ​ຮອບ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຫວ່າງ​ມໍ່ໆ​ມານີ້, ພ້ອມ​ກັນ​ເດີນ​ຕາມ​ຍຸດ​ທະ​ສາດ​ຮ່ວມ​ດຳ​ລົງ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະພວມ​ສຸມ​ໃສ່​ຍູ້​ແຮງວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ທີ່ກອງ​ປະ​ຊຸມ​ຂັ້ນ​ສູງອາ​ຊຽນ​ຄັ້ງ​ທີ 38 – 39 ໃນ​ເດືອນ​ກ່ອນ, ຫວຽດ​ນາມແລະອິນ​ໂດ​ເນ​ເຊຍພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນຮັບ​ຮອງ​ເອົາ​ກອບ​ຟື້ນ​ຟູ​ຢ່າງ​ຮອບ​ດ້ານອາ​ຊຽນ (ACRF) ເພື່ອ​ແນ​ໃສ່​ກຳ​ນົດ​ທິດ​ໃຫ້​ຍຸດ​ທະ​ສາດ​ລວມໃນ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ພ​າກ​ພື້ນ.

ໃນ​ສະ​ພາບ​ການ​ນັ້ນ, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ວິງກວາງ ຖື​ວ່າສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກປະ​ຊາ​ຄົມແລະສະ​ຫວັດ​ດີ​ການ​ສັງ​ຄົມ, ພ້ອ​ມ​ທັງກຽມ​ພ້ອມ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ.

ສ່​ວນ​ທ່ານ Denny Abdi ເອກ​ອັກ​ຄະ​ລັດ​ຖະ​ທູດອິນ​ໂດ​ເນ​ເຊຍປະ​ຈຳຫວຽດ​ນາມໄດ້​ຢັ້ງ​ຢືນ​ຄືນ​ວ່າສອງ​ປະ​ເທດ​ແມ່ນ​ຄູ່​ຮ່ວມ​ມື​ຢ່າງ​ແຮງ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດແລະການ​ພັດ​ທະ​ນາ. ​ປັດ​ຈຸ​ບັນ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ​ສອງ​ປະ​ເທດໄດ້​ກວມ​ລວມ​ທຸກ​ຂົງ​ເຂດ.

ຫວຽດ​ນາມແມ່ນ​ຄູ່​ຮ່ວ​ມ​ມື​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 4 ຂອງອິນ​ໂດ​ເນ​ເຊຍໃນ​ອາ​ຊຽນແລະແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ທີ 9 ຂອງອິນ​ໂດ​ເນ​ເຊຍ. ປັດ​ຈຸ​ບັນ, ສອງ​ປະ​ເທດກວມ​ເອົາ​ປະ​ມານ 60% ພົນ​ລະ​ເມືອງແລະ 45%ຍອດ GDP ຂອງອາ​ຊຽນ. ດ້ວຍ​ທ່າ​ອ່ຽງ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ, ສອງ​ປະ​ເທດ​ອາດ​ຈະ​ກວມ​ເອົາ 60% GDP ແລະແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ພາກ​ພື້ນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ນອກ​ນີ້, ສອງ​ປະ​ເທດ​ຍັງ​ມີ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື​ອຸດສາຫະກຳ​ສູງ ​ແລະ ​ເສດຖະກິດ​ດີ​ຈີ​ຕອນຍ້ອນມີ​ປະຊາກອນ​ຫຼາຍ​, ເກນອາຍຸ​ໄວໜຸ່ມ ​ແລະມີ​ການ​ສຶກສາ, ກໍ່​ຄື​ກຸ່ມ​ຄົນ​ທີ່​ມີ​ລາຍ​ຮັບ​ປານ​ກາງ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

ໂດຍ​ສະ​ແດງ​ຄວາມຊົມເຊີຍຕໍ່ການຮັບຮອງເອົາACRF, ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການເດີນທາງທີ່ສຳຄັນລະຫວ່າງບັນດາປະເທດອາຊຽນ, ທ່ານເອກອັກຄະລັດຖະທູດ Denny ຖື​ວ່າໜ້າທີ່ໃນປະຈຸບັນແມ່ນຮັບປະກັນການຕິດຕໍ່ພົວພັນລະຫວ່າງບັນດາລະບົບ ຫຼື ແອັບພຣິເຄຊັນໃນ​ການ​ຊອກ​ຫາ​ຜູ້​ຕິດ​ເຊື້ອໂຄວິດ - 19 ທີ່​ພວມ​ໄດ້​ຮັບ​ການ​ນຳ​ໃຊ້​ຢູ່ຫຼາ​ຍປະ​ເທດ​ໃນ​ພ​າກ​ພື້ນຢ່າງປອດໄພ ແລະ ມີປະສິດທິຜົນ.

ບໍ່​ພຽງ​ແຕ່​ສ້າງຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະບັນ​ດາ​ບໍ​ລິ​ສັດ​ການບິນ​ເທົ່າ​ນັ້ນ, ສິ່ງນີ້ຍັງ​ຈະ​ຊ່ວຍ​ຟື້ນ​ຟູ​ອຸດສາຫະກຳ​ປອດ​ຄວັນ​ ​ທີ່ພວມ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະ​ບາ​ດ​ໂຄວິດ - 19.

ໂດຍແບ່ງປັນບັນຫານີ້, ທ່ານ Sandiaga Uno ລັດຖະມົນຕີກະຊວງການທ່ອງທ່ຽວ ແລະເສດຖະກິດ​ປະ​ດິດຄິດ​ສ້າງຂອງອິນໂດເນເຊຍໄດ້ກ່າວວ່າໂລກ​ລະ​ບາດໄດ້ສົ່ງຜົນກະທົບແລະເຮັດໃຫ້ເກີດການປ່ຽນແປງຂອງລະບົບນິເວດການທ່ອງທ່ຽວ. ​ພື້ນຖານເສດຖະກິດ​ການທ່ອງທ່ຽວ​ໃໝ່​ຈະ​ຈັດ​ລຳດັບ​ຄວາມ​ສຳຄັນ​ດ້ານ​ສຸຂະ​ອະນາ​ໄມ, ມີການ​​ພົບ​ປະໜ້ອຍ, ການ​ເຄື່ອນ​ໄຫວເດີນ​ທາງ​ໄປ​ມາ​ໜ້ອຍ ​ແລະ​ຫັນ​ເປັນ​ດິຈິ​ຕອນ.

ສະ​ນັ້ນ, ຂ​ະ​ແໜງ​ການ​ທ່ອງ​ທ່ຽວ​ຕ້ອງ​ກຳ​ນົດ​ທິດ​ຍຸດ​ທະ​ສາດ, ຫັນປ່ຽນ​ຢ່າງ​ວ່ອງ​ໄວ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່​ແນ່ນອນ, ສັບສົນ ​ແລະບໍ່​ຊັດ​ເຈນ​ຄື​ປະຈຸ​ບັນ.

ທ່ານ​ລັດຖະມົນຕີ Sandiaga ​ເນັ້ນ​ໜັກ​ວ່າ: ຄາດ​ວ່າ​ການທ່ອງທ່ຽວ​ຈະ​ກາຍ​ເປັນ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ແຫ່ງ​ຊາດ. ຄວາມ​ພະຍາຍາມ​ນີ້​ພວມ​ເຂົ້າ​ໃກ້​ກັບຄວາມ​ເປັນ​ຈິງ​ຍ້ອນ​ຜົນສຳ​ເລັດ​ໃນ​ການ​ຮັບ​ມື​ກັບ​ການ​ໂລກ​ລະ​ບາດ​ໂຄ​ວິດ-19 ​ແລະຊຸກຍູ້​ການເຄື່ອນ​ໄຫວທີ່​ມີ​ປະສິດທິ​ຜົນ​ຢູ່​ທັງ​ສອງ​ປະ​ເທດ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ​ແບ່ງປັນ​ບັນດາ​ທິດ​ທາງ​ດີ​ທີ່​ສຸດ ​ແລະບົດຮຽນ​ຂອງຫວຽດນາມ ​ແລະອິນ​ໂດ​ເນ​ເຊຍ ​ໃນ​ການ​ຕອບ​ສະໜອງ ​ແລະດຳລົງ​ຊີວິດ​ຮ່ວມກັບ​ພະຍາດ​ໂຄ​ວິດ-19, ບູລິ​ມະ​ສິດ​ດ້ານ​ສາທາລະນະ​ສຸກ ​ແລະ ​ເສດຖະກິດ, ​ເປີດ​ປະຕູ​ພື້ນຖານ​ເສດຖະກິດ ​ແລະທ່ອງ​ທ່ຽວຄືນໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ... ພ້ອມ​ກັນ​ນັ້ນ, ກໍ່ຄົ້ນ​ຄ້ວາ ​ແລະສະ​ແຫວ​ງຫາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນຄວ້າ ​ແລະຜະລິດ​ວັກ​ຊິນ ​ແລະຢາ​ປົວ​ພະຍາດປະເພດຕ່າງໆ ​ແລະຊຸກຍູ້​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.