ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ ເປັນ​ເຈົ້າ​ການ, ມີ​ຄວາມ​ປະ​ດິດ​ຄິດ​ສ້າງ​ໃນ​ສະ​ພາບ​ການ​ໃໝ່

13:03 | 12/11/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ມຽນມາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 ​ໄລຍະ 2021-2026 ​ແບບ​ທາງ​ໄກ​ ສົມ​ທົບ​ໂດຍ​ກົງ.

ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ
ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ ກະຊວງການຕ່າງປະເທດຫວຽດນາມ: ຫວຽດນາມ ພ້ອມແລ້ວທີ່ຈະປົກປ້ອງພົນລະເມືອງຫວຽດນາມ ຢູ່ມຽນມາ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ມຽນ​ມາ ເປັນ​ເຈົ້າ​ການ, ມີ​ຄວາມ​ປະ​ດິດ​ຄິດ​ສ້າງ​ໃນ​ສະ​ພາບ​ການ​ໃໝ່
ທ່ານ​ນາງເອກອັກຄະລັດຖະທູດ ຫ​ວ​ຽດ​ນາມ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) (ພາບ: baoquocte.vn)

ເຂົ້າຮ່ວມກອງປະຊຸມມີທ່ານ​ນາງເອກອັກຄະລັດຖະທູດ ຫ​ວ​ຽດ​ນາມ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO); ທ່ານ ​ຈູ​ກົງ​ຟຸ່ງ ປະທານສະມາຄົມມິດຕະພາບຫວຽດນາມ-ມຽນມາ; ຜູ້ຕາງໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ພາຍ​ໃນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນແລະ ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ມຽນມາ.

ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສະ​ແດງ​ໃຫ້​ເຫັນ​ວ່າ​ໃນ​ໄລຍະ​ຜ່ານ​ມາ, ບົນ​ພື້ນຖານ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ VUFO, ສະມາຄົມ​ມິດຕະພາບ ຫວຽດນາມ - ມຽນມາ ​ໄດ້​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​​ຢ່າງຮອບດ້ານ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ ມິດຕະພາບ ​ລະຫວ່າງ​ ປະຊາຊົນ​ສອງ​ປະ​ເທດ.

ສະຫະ​ພັນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ໃນການຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ສະມາຄົມ​ໄດ້​ຈັດ​ຕັ້ງການໂອ້ລົມເຈລະຈາຢ່າງ​ເປັນ​ປະຈຳ ​ແລະ ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ຂອງ 2 ຝ່າຍ, ຜ່ານ​ນັ້ນ​ກໍ່ຊ່ວຍ​ໃຫ້​ວິ​ສາ​ຫະກິດມີຄວາມເຂົ້າໃຈເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ​ລົງທຶນ ​ແລະ ການ​ຮ່ວມ​ມື​ຢູ່ ມຽນມາ.

ໂດຍສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ Yangon, ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 73 ປີ​ແຫ່ງ​ວັນ​ຊາດ ຫວຽດນາມ ດ້ວຍ​ຫົວ​ຂໍ້ “ສີສັນ​ຫວຽດນາມ” ຢູ່​ນະຄອນ Yangon ​ແລະ ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ “ຫວຽດນາມ - ມຽນມາ: ​ແຜ່ນດິນ​ທີ່​ສວຍ​ງາມ” ຢູ່​ນະຄອນຫຼວງ Nay Pyi Taw.

​ຕໍ່​ກັບ​ສະພາບ​ການ​ແຜ່​ລະບາດ​ທີ່​ສັບສົນຂອງ​ພະຍາດ​ໂຄ​ວິດ-19 ຢູ່​ມຽນມາ​, ​ເດືອນ​ກັນຍາ 2020, ສະມາຄົມ​ໄດ້​ລະດົມ​ບັນດາ​ສະມາຊິກ, ວິ​ສາ​ຫະກິດ, ບຸກຄົນ ​ແລະ ພຸດທະສາສະນິກະຊົນ​​ເພື່ອ​ບໍລິຈາກ​ເງິນ​ກວ່າ 540 ລ້ານ​ດົ່ງ ​ແລະ ​ອຸ​ປະ​ກ​ອນການ​ແພດ​ຈຳນວນ​ໜຶ່ງ ປະກອບສ່ວນ​ໜູນ​ຊ່ວຍ​ປະຊາຊົນ ມຽນມາ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19...

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫຼຸບ​ວຽກ​ງານ​ຂອງ​ສະມາຄົມ​​ອາ​ຍຸ​ການ​ທີ 1 (2014-2020) ​ແລະ ທິດ​ທາງ​ປ​ະ​ຕິ​ບັດວຽກງານ​ຂອງ​ສະມາຄົມ​ອາ​ຍຸ​ການ​ທີ 2 (2021-2026).

ກອງປະຊຸມໃຫຍ່ໄດ້ປຶກສາຫາລື ແລະ ຮັບຮອງເອົາຂໍ້ກຳນົດກົດລະບຽບຂອງສະມາຄົມ; ເລືອກຕັ້ງກຳ​ມະ​ການຄະນະບໍລິຫານງານ 30 ທ່ານ; ​ກຳ​ມະ​ການ​ ປະ​ຈ​ຳ​ຄະ​ນະ 10 ທ່ານ ແລະ ກຳ​ມະ​ການຄະ​ນະກວດກາ 3 ທ່ານ ດ້ວຍການປຶກສາຫາລື.

ພິ​ເສດ, ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ທ່ານ ຈຸ​ກົງ​ຟຸ່ງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ມຽນ​ມາ​ອາ​ຍຸ​ການທີ I, ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ອາ​ຍຸ​ການ​ທີ 2.

​ໃນ​ໄລຍະ 2021-2026, ​ເປົ້າ​ໝາຍ​ຂອງ​ສະມາຄົມແມ່ນເປັນເຈົ້າການ,ປະດິດຄິດ​ສ້າງໃນບັນດາການເຄື່ອນໄຫວ, ປ່ຽນແປງໃໝ່​ບັນດາ​ເນື້ອ​ໃນ ​ແລະ ວິທີ​ການ​ໃນ​ສະພາບ​ການ​ໃໝ່ໃຫ້ຫຼາຍກວ່າອີກ ​ເພື່ອ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາງ ​ຫງວຽນ​ເຟືອງ​ງາ ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ທິດ​ທາງ ​ແລະ ວຽກ​ງານ​ຂອງ​ສະມາຄົມ​ອາ​ຍຸ​ການ 2021-2026 ​ເຊິ່ງ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ.

ໂດຍຮັບຮູ້ ​ແລະ ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຄະນະການນຳ​ສະມາຄົມ​ໃນ​ໄລຍະ​ທຳ​ອິດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ: ນັບ​ແຕ່​ວັນ​ສ້າງຕັ້ງ, ສະມາຄົມ​ມິດຕະພາບ ຫວຽດນາມ - ມຽນມາ ​ໄດ້ເປັນເຈົ້າການ​ຄົ້ນຄວ້າ ​ແລະ ຕິດຕາມ​ກວດກາ​ສະພາບ​ການ​ພັດທະນາ​ຂອງການ​ພົວພັນ​ລະຫວ່າງ 2 ປະ​ເທດ, ຍົກອອກບັນດາທິດ​ທາງ​ການ​ເຮັດ​ວຽກ​ສະ​ເພາະ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດຈິງ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ວັດທະນະທຳ ​ແລະ ການ​ສຶກສາ.

ທ່ານ​​ນາງຫງວຽນ​ເຟືອງ​ງາປະທານ VUFO ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຕ້ອງ​ເອົາ​ໃຈ​ໃສ່ ​ແລະ ສຸມ​ໃສ່ 4 ​ເນື້ອ​ໃນ​ວຽກ​ງານ​ດັ່ງ​ນີ້:

ກ່ອນ​ອື່ນ​ໝົດ, ສະມາຄົມ​ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ​ໃນ​ການ​ຮັກສາ​ການ​ພົວພັນ​ກັບ​ສະມາຄົມ​ເພື່ອນ​ມິດ​ຢ່າງເປັນ​ປະຈຳ, ຢ້ຽມຢາມ, ຊຸກຍູ້ ​ແລະ ​ແບ່ງປັນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ກັບ​ການ​ນຳ, ສະມາຊິກ​ສະມາຄົມ ​ແລະ ປະຊາຊົນ​ມຽນມາ.

ທີ​ສອງ, ສະມາຄົມ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່, ສືບ​ຕໍ່​ຈັດ​ຕັ້ງ​ກອງບັນດາການໂອ້ລົມ​ເຈລະຈາ​ເພື່ອ​ໃຫ້​ບັນດາ​ສະມາຊິກ ​ແລະ ບັນດາ​ວິ​ສາ​ຫະກິດ​ມີ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຂໍ້ມູນຂ່າວສານກ່ຽວກັບສະພາບ​ການ​ຂອງ​ມຽນມາ, ຍົກອອກບັນດາການກຳນົດ​ທິດ​ດຳ​ເນີນ​ງານ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ປະຈຸ​ບັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ໂອກາດ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື ​ແລະ ການ​ລົງທຶນ​ຢູ່​ມຽນມາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ສອງ​ປະ​ເທດ.

ທີ​ສາມ, ດ້ວຍ​ກຳລັງ​ແຮງ​ ​​ຂອງບັນ​ດາ​ທ່ານເອກ​ອັກຄະ​ລັດຖະທູດ, ນັກ​ຊ່ຽວຊານ​ທີ່​ມີ​ຄວາມ​ຮູ້​ກ່ຽວ​ກັບ​ມຽນມາ ​ແລະ ພາກ​ພື້ນ, ສະມາຊິກ​ຫຼາຍ​ຄົນໄດ້​ມີ​ການ​ເຄື່ອນ​ໄຫວ​ຕົວຈິງ​ຢູ່​ມຽນມາ, ສະມາຄົມ​ເພີ່ມ​ທະວີ​ການ​ຄົ້ນຄວ້າ​ກ່ຽວ​ກັບ​ມຽນມາ, ສະໜັບສະໜູນ VUFO ​ແລະ ບັນດາ​ອົງການ​ສະມາຊິກ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາເວທີ​ປາ​ໄສ​ປະຊາຊົນ​ໃນ​ພາກ​ພື້ນ, ປະກອບສ່ວນ​ເພີ່ມ​ທະວີຄວາມ​ສາມັກຄີ​ມິດຕະພາບ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເວົ້າລວມ​ແລະ ມຽນມາ ​ເວົ້າ​ສະ​ເພາະ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມ​ແຂງ ​ແລະ ວັດທະນາ​ຖາວອນ, ມີ​ປະຊາຊົນ​ເປັນ​ໃຈກາງ.

ທີ​ສີ່, ສະມາຄົມ​ສຸມ​ໃສ່​ກໍ່ສ້າງ ​ແລະ ພັດທະນາ​ອົງການຈັດຕັ້ງ, ສືບ​ຕໍ່​ປະດິດ​ສ້າງ​ບັນດາ​ວິທີ​ການ ​ແລະ ການ​ເຄື່ອນ​ໄຫວ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ, ນັກທຸລະກິດ ​ແລະ ນັກ​ສຶກສາ​ຂອງ 2 ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ຄະນະ​ບໍລິຫານ​ງານ​ສະມາຄົມ​ຊຸດ​ໃໝ່, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະທານ ຈຸ​ກົງ​ຟຸ່ງ ຈະສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ນຳພາ​ສະມາຄົມ​ປະຕິບັດ​ຫຼາຍ​ກິດຈະກຳ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ນຳ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດເຂົ້າສູ່ລວງເລິກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.