ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32

07:58 | 12/11/2021

ຍ​ສ​ໝ - ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ 21 ສະ​ມາ​ຊິກ APEC, ສະ​ພາ​ໃຫ້​ຄຳ​ປຶກ​ສາການ​ດຳ​ເນີນ​ທຸ​ລະ​ກິດ APEC (ABAC), ອາ​ຊຽນ, ສະ​ພາ​ຮ່ວມ​ມື​ເສດ​ຖະ​ກິດ ປາ​ຊີ​ຟິກ (PECC), ເວ​ທີ​ປາ​ໄສ​ບັນ​ດາ​ເກາະ​ຢູ່​ປາ​ຊີ​ຟິກ (PIF), ອົງ​ການ​ການ​ຄ້າ ໂລກ (WTO) ແລະ ຄະ​ນະ​ເລ​ຂາ​ສົນ​ທິ​ສັນ​ຍາ​ແມ່ ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (UNFCCC).

ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດ​ນາມ - WEF: ເປີດ​​ຫລາຍກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​​ລະ​ຫ່ວງ ຫວຽດ​ນາມ ແລະ ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ
ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ການ​ຊົມ​ໃຊ້​ສິນ​ຄ້າ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ
ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ ຄັ້ງ​ທີ 32
ກອງ​ປະ​ຊຸມ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 32 (ພາບ: TTXVN)

ກອງ​ປະ​ຊຸມ​ລະ​ຫວ່າງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 32 (AMM32) ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 8 – 9 ພະ​ຈິກ ປີ 2021 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Nanaia Mahuta ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ແລະ ການ​ເຕີບ​ໂຕການ​ສົ່ງ​ອອກ ນິວ​ຊີ​ແລນ Damien O’Connor.

ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ 21 ສະ​ມາ​ຊິກ APEC, ສະ​ພາ​ໃຫ້​ຄຳ​ປຶກ​ສາການ​ດຳ​ເນີນ​ທຸ​ລະ​ກິດ APEC (ABAC), ອາ​ຊຽນ, ສະ​ພາ​ຮ່ວມ​ມື​ເສດ​ຖະ​ກິດ ປາ​ຊີ​ຟິກ (PECC), ເວ​ທີ​ປາ​ໄສ​ບັນ​ດາ​ເກາະ​ຢູ່​ປາ​ຊີ​ຟິກ (PIF), ອົງ​ການ​ການ​ຄ້າ ໂລກ (WTO) ແລະ ຄະ​ນະ​ເລ​ຂາ​ສົນ​ທິ​ສັນ​ຍາ​ແມ່ ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (UNFCCC).

ທີ່​ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ໄດ້​ປຶກ​ສາ​ຫາ​ລືຫຼາຍເນື້ອ​ໃນ​ຮ່ວມ​ມື​ສຳ​ຄັນ ເພື່ອ​ປະ​ກອບ​ສ່ວນ​ຟື້ນ​ຟູ​ເສດ​ຖະ​ກິດ - ການ​ຄ້າ​ໃນ​ປີ 2021 ແລະ ເວ​ລາ​ຈະ​ມາ​ເຖິງ, ລະ​ອຽດ: ລາຍ​ງານ​ການກວດ​ກາ​ຄືນຄຳ​ໝັ້ນ​ສັນ​ຍາຂອ​ງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ APEC ກ່ຽວ​ກັບ​ການ​ຄ້າ​ສິນ​ຄ້າ ໂຄວິດ - 19, ບັນ​ດາ​ມາດ​ຕະ​ການ​ທີ່ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ບັນ​ດາ​ພື້​ນ​ຖານເສດ​ຖະ​ກິດ​ສະ​ມາ​ຊິກ ເພື່ອ​ສ້າງ ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດໂຄວິດ - 19, ບົດ​ບາດ​ຂອງ​ບັນ​ດາ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ ຕໍ່​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ຜ່ານ​ການ​ປະ​ຕິ​ຮູບ WTO ກໍ່​ຄື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງຄ້າງໃນ WTO ແລະ ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ກ່ຽວ​ກັບ​ຫວຽດ​ນາມ, ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ​ ໄດ້​ກ່າວ​ປາ​ໄສ, ໃນ​ນັ້ນ​ເນັ້ນ​ໜັກ​ບາງ​ບູ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງ​ຄືນ ແລະ ຟື້ນ​ຟູ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ພາຍໃນ​ປະ​ເທດ​ກໍ່​ຄື​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ຟື້ນ​ຟູ​ລວມຂອງພາ​ກພື້ນ APEC.

ທ່ານລັດ​ຖະ​ມົນ​ຕີ ຫງວຽນ​ຮົ່ງ​ຢຽນ ຢັ້ງ​ຢືນ​ວ່າ ເລື່ອງ ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງລະ​ບົບ​ການ​ຄ້າທີ່​ເປັນຫຼາຍ​ຮູບ​ແບບ​ເປີດ, ສົມ​ດູນ, ບໍ່​ຈຳແນກ​ການ​ປະ​ພຶດ, ໂດຍ​ອີງ​ໃສ່ຫຼັກ​ການ ແລະ ກົດ​ໝາຍ. ຫວຽດ​ນາມ ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນດ້ວຍ​ບັນ​ດາສະມາຊີກ WTO ເພື່ອ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ ແລະ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ແທດ​ຈິງ, ມີ​ຄວາມ​ໝາຍ​ຢູ່ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ WTO ຄັ້ງ​ທີ 12 ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ລັດ​ຖະ​ມົນ​ຕີ​ກໍ່​ເນັ້ນ​ໜັກ​ວ່າ APEC ຄວນ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ທຳ​ນຽມ​ທີ່​ດີ ເພື່ອ​ຊ່ວຍ​ບັນ​ດາ​ພື້ນ​ຖານ​ເສ​ດ​ຖະ​ກິດ​ພວມ​ພັດ​ທະ​ນາ ຮັດ​ແຄບ​ໄລ​ຍະ​ໃນ​ການ​ພັດ​ທະ​ນາ, ຜ່ານ​ນັ້ນ​ ກໍ່ມີການເຊື່ອມ​ໂຍງ​ໄວ ແລະ ມີປະສິດທິຜົນກວ່າໃນລະ​ບົບ​ການ​ຄ້າຫຼາຍ​ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.