ນາຍົກລັດຖະມົນຕີຫວຽດນາມ ພົບປະກັບປະທານສະພາສູງຝຣັ່ງ

06:07 | 07/11/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຕີລາຄາສູງບັນດາການປະກອບສ່ວນອັນສຳຄັນຂອງ ລັດຖະສະພາຂອງສອງປະເທດເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຫຼາຍ ດ້ານລະຫວ່າງຫວຽດນາມ-ຝຣັ່ງ, ໃນນັ້ນມີວິວັດການຊຸກຍູ້ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ; ປາດຖະໜາຢາກໃຫ້​ສອງ​ຝ່າຍ​​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ ​ຄັ້ງ​ທີ 12 ຢູ່​ຮ່າ​ໂນ້ຍ ​ໃນ​ປີ 2022 ຢ່າງ​ສໍາເລັດ​ຜົນ...

ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະເສດ-ເຄື່ອງປ່າຂອງດົງ-ສິນໃນນໍ້າ ບັນລຸ 38,8 ຕື້ໂດລາສະຫະລັດ
ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານທະນາຄານໂລກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຜູ້ອໍານວຍການບໍລິຫານທະນາຄານໂລກ
ນາຍົກລັດຖະມົນຕີຫວຽດນາມ ພົບປະກັບປະທານສະພາສູງຝຣັ່ງ
ນາຍົກລັດຖະມົນຕີຫວຽດນາມ ພົບປະກັບປະທານສະພາສູງຝຣັ່ງ. ພາບ: kinhtexaydung.petrotimes.vn

ຕອນບ່າຍວັນທີ 3 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປ ຮອດສະໜາມບິນ Orly ຢູ່ນະຄອນຫຼວງປາຣີ, ເລີ່ມຕົ້ນການຢ້ຽມຢາມ ສ.ຝະຣັ່ງ ຢ່າງເປັນທາງການ ໃນລະຫວ່າງວັນທີ 3 – 5 ພະຈິກ, ຕາມຄໍາເຊື້ອຂອງທ່ານ Jean Castex ນາຍົກລັດຖະມົນຕີຝຣັ່ງ.

ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນທີ່ວັງ Invalides ຢູ່ນະຄອນຫຼວງປາຣີ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ມີການພົບປະກັບ ທ່ານ Gerard Larcher ປະທານສະພາສູງ ຝຣັ່ງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຕີລາຄາສູງບັນດາການປະກອບສ່ວນອັນສຳຄັນຂອງ ລັດຖະສະພາຂອງສອງປະເທດເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຫຼາຍ ດ້ານລະຫວ່າງຫວຽດນາມ-ຝຣັ່ງ, ໃນນັ້ນມີວິວັດການຊຸກຍູ້ການຮ່ວມມືລະຫວ່າງ ບັນດາທ້ອງຖິ່ນ; ປາດຖະໜາຢາກໃຫ້​ສອງ​ຝ່າຍ​​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ ​ຄັ້ງ​ທີ 12 ຢູ່​ຮ່າ​ໂນ້ຍ ​ໃນ​ປີ 2022 ຢ່າງ​ສໍາເລັດ​ຜົນ; ທ່ານກໍ່ຫວັງ​ວ່າ ຝ່າຍຝຣັ່ງຈະ​ສືບ​ຕໍ່​ໜູນ​ຊ່ວຍ​ພັດ​ທະ​ນາ​ກໍາລັງຄວາມ​ສາ​ມາດ​ດ້ານ​ການ​ແພດ, ການ​ສຶກ​ສາ ແລະວັດ​ທະ​ນະ​ທຳໃຫ້ແກ່​ຫວຽດ​ນາມ

ທ່ານ​ Gerard Larcher ປາດ​ຖະໜາ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງສອງປະ​ເທດ ຈະ​ສືບ​ຕໍ່​ເຂົ້າສູ່ລວງເລິກ​ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ການ​ເມືອງ, ການປ້ອງ​ກັນຊາ​ດ-ປ້ອງກັນຄວາມສະຫງົບ ​ຕະຫຼອດເຖິງ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະການ​ສຶກສາ.

ທ່ານ​ປະທານ​ສະພາ​ສູງ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຜັນຂະຫຍາຍສັນຍາ​ການ​ຄ້າ​ເສລີຫວຽດນາມ-ອີຢູ (EVFTA) ຢ່າງ​ມີ​ປະສິດທິ​ຜົນ ​ແລະສະໜັບສະໜູນ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ອາລັກຂາ​ການ​ລົງທຶນຫວຽດນາມ-ອີຢູ (EVIPA) ​ເພື່ອ​ແນໃສ່ຫັນກໍາລັງ​ຄວາມ​ສາມາດ​ບົ່ມ​ຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ, ຝະຣັ່ງ ແລະບັນດາປະເທດອີຢູ ໃຫ້ຫຼາຍທີ່ສຸດ, ພ້ອມກັນນັ້ນ ກໍ່ສະແດງຄວາມພ້ອມທີ່ຈະພິຈາລະນາຊຸກຍູ້ ຄະນະ ກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ຕໍ່ສິນໃນນໍ້າຂອງ ຫວຽດນາມ ໂດຍໄວ.

ໄຊພອນ

ເຫດການ
302 Found

Found

The document has moved here.