ຫວຽດນາມ - ນິວຊີແລນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງດີງາມ

19:38 | 29/10/2021

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ.

ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ຮັກສາຄວາມສາມັກຄີ, ຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງມີປະສິດທິຜົນ
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2021
ຫວຽດນາມ - ນິວຊີແລນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດພວມພັດທະນາຢ່າງດີງາມ

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕ້ອນຮັບທ່ານນາງ Tridene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ. (ພາບ: baoquocte.vn)

ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Tridene Dobson, ເອກອັກຄະລັດຖະທູດ ນິວຊີແລນ ປະຈຳຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະແດງຄວາມປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມລະຫວ່າງ ຫວຽດນາມ ແລະ ນິວຊີແລນ ກວ່າອີກ. ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເຊັນໂຄງການເຄື່ອນໄຫວ ຫວຽດນາມ - ນິວຊີແລນ ໄລຍະ 2021 – 2024 ຢູ່ນອກສັບປະດາຂັ້ນສູງ APEC ໂດຍໄວ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ; ພ້ອມທັງສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ຜະລິດຕະພັນກະເສດ-ສິນໃນນ້ຳຂອງ ຫວຽດນາມ ໄດ້ສຳຜັດຢ່າງສະດວກກັບຕະຫຼາດ ນິວຊີແລນ ກວ່າອີກ ເພື່ອແນໃສ່ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024; ທ່ານກໍ່ຕີລາຄາສູງ ແລະ ສະເໜີໃຫ້ ນິວຊີແລນ ຮັກສາບັນດາໂຄງການອຸປະຖຳ (ODA) ແລະ ທຶນສຶກສາໃຫ້ພະນັກງານ ແລະ ນັກສຶກສາ ຫວຽດນາມ.

ສ່ວນທ່ານນາງເອກອັກຄະລັດຖະທູດ Tridene Dobson ໄດ້ແຈ້ງໃຫ້ຊາບວ່າ, ນິວຊີແລນ ພວມຜັນຂະຫຍາຍຫຼາຍໂຄງການໜູນຊ່ວຍການພັດທະນາ ໃຫ້ແກ່ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊົນນະບົດ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ.

vovworld.vn

ເຫດການ
302 Found

Found

The document has moved here.