ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

11:31 | 06/11/2021

ຍ​ສ​ໝ - ໂດຍຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ La Habana, ນັກ​ຄົ້ນ​ຄ້​ວາ ນາງ Rosario del Pilar Penton Díaz ກຳ​ມະ​ການ​ສູນ​ກາງ​ພັກ ກອມ​ມູ​ນິດ ກູ​ບາ, ຜູ້ອຳນວຍການ ໂຮງ​ຮຽນ​ພັກ​ຂັ້​ນສູງ Nico Lopez ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບົດ​ຮຽນ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ “ບາງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ” ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດສິດ​ຈະ​ວິ​ພາກ ແລະ ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ຂອງ ຫວຽດ​ນາມ ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່ນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ ກ່ຽວ​ກັບ​ລັດ​ທິ​ສັງ​ຄົມນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ຂອງ ຫວຽດ​ນາມ
ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລາຍ​ການ “ຫວຽດ​ນາມ - ຄາດ​ຫ​ວັງ​​ຄວາມ​ສະ​ຫງົບສຸກ” - ເຊີດ​ຊູ​ບັນ​ດາ​ກຳ​ລັງ​ດ່ານ​ໜ້າໃນ​ການ​ປ້ອງກ​ັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ນັກ​ຮຽນ​ຮູ​້​ກູ​ບາ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ ສັດຈະວິພາກ ແລະ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ (ພາບ: TTXVN)

ຕາມ​ທ່ານ​ນາງ Penton Díaz ແລ້ວ, ບົດ​ຂ​ຽ​ນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ແມ່​ນ​ເອ​ກະ​ສານ​ອັນ​ລ​້ຳ​ຄ່າ ຈາກ​ແງ່​ມູນ​ທິດ​ສະ​ດີ ແລະ ວິ​ທີ​ການ​ວິ​ຈານ. ລັກ​ສະ​ນະ​ວິ​ທະ​ຍາ​ສາດ ຂອງ​ບົດ​ຂຽນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ວິ​ໄຈ​ການ​ພົວ​ພັນ​ລະ​ຫວ່າງ ການ​ນຳ​ໃຊ້​ລັດ​ທິ ມາກ - ເລ​ນິນ ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່ ສັງ​ຄົມ ຫວຽດ​ນາມ ແລະ ບັນ​ດາ​ໝາກ​ຜົນ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ. ທ່ານ​ນາງ​ໄດ້​ເນັ້ນ​ໜັກ​ເຖິງ​ລັດ​ທິ​ສັງ​ຄົມ ບໍ່​ຄວນ​ແມ່ນ​ການປະ​ຕິ​ບັດ​ຕາມ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ການ​ປະ​ດິດ​ຄິດ​ສ້າງ​ດ້ວຍ​ສີ​ສັນ​ສະ​ເພາະ​ຂອງແຕ່​ລະ​ປະ​ເທດ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ລະ​ອຽດ, ກໍ່​ຄື​ຄວາມ​ຮັບ​ຮູ້​ຂອງ​ສັງ​ຄົມ​ຂອງ​ປະ​ເທດ​ນັ້ນໆ, ດັ່ງ​ນັ້ນ ການ​ອະທິປາຍຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ວາງ​ແຜນ​ກຳ​ນົດ​ອະ​ນາ​ຄົດ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ໃດ​ໜຶ່ງ ຂອງ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ.

ນັກ​ຮຽ​ນ​ຮູ້ Penton Díaz ໄດ້​ຢ້ຳ​ຄືນ​ຄຳ​ເວົ້າ​ຂອງ​ທ່ານຜູ້ນຳທີ່ຍິ່ງໃຫຍ່ຂອງການປະ​ຕິ​ວັດ ກູ​ບາ Fidel Castro Ruz ໃນ​ການ​ຢ້ຽມ​ຢາມຫວຽດ​ນາມ ຄັ້ງ​ປະ​ຫວັດ​ສາດ​ໃນ​ປີ 1973: “ປະ​ທານ​ໂຮ່​ຈີ​ມິນ ໄດ້​ປັບ​ຫວຽດ​ນາມ ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ລະ​ອຽດ​ຂອ​ງ​ຕົນ ໃຫ້​ແທດ​ເໝາະ​ຢ່າງ​ມະ​ຫັດ​ສະ​ຈັນ​ກັບບັນ​ດາຫຼັກ​ການ​ອະ​ມະ​ຕະ​ຂອງ​ລັດ​ທິ​ມາກ - ເລ​ນິນ ແລະ ປະ​ຫວັດ​ສາດ​ໄດ້​ພິ​ສູດໃຫ້ເຫັນ​ວ່າ ປະ​ທານ​ໂຮ່​ຈ​ີ​ມິນ ຖືກ​ຕ້ອງ, ຍ້ອນ​ວ່າ​ຖ້າ​ເດີນ​ຕາມ​ເສັ້ນ​ທາງ​ອື່ນ ແມ່ນຈະບໍ່​ມີ​ຊົນ​ຊາດ​ໃດ​ສາ​ມາດ​ສ້າງ​ເປັນ​ໜ້າ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ້າ​ຫານ ແລະ ຊື່​ສຽງ​ກັງ​ວານ ຄື​ຊົນ​ຊາດ​ຫວຽດ​ນາມໄດ້”.

ຕາມ​ທ່ານ​ນາງ Penton Díaz ແລ້ວ, ບົດ​ຂ​ຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ພົ້ນ​ເດັ່ນ​ວິ​ໄສ​ທັດສັດ​ຈະ​ວິ​ພາກຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຈາກ​ການ​ໄຈ້​ແຍກ​ສະ​ພາບ​ການ​ປະ​ຫວັດ​ສາດ​ທີ່​ສັບ​ສົນ​ຂອງ ຫວຽດ​ນາມ ພາຍຫຼັງ​ສົງ​ຄາມ​ຕະຫຼອດ​ຮອດ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ໄວ້​ວາງ​ໃຈ​ເມື່ອ​ດຳ​ເນີນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່, ສ້າງ​ລັດ​ທິ​ສັງ​ຄົມນິ​ຍົມ ຢູ່ ຫວຽດ​ນາມ, ທັດ​ສະ​ນະ​ກ້າ​ຫານ ໃນ​ການ​ຕີ​ລາ​ຄາ​ລັກ​ສະ​ນະ​ສັບ​ສົນ​ຂອງວິ​ວັດ​ການ​ຂ້າມ​ຜ່ານຂຶ້ນ​ລັດ​ທິ​ສັງ​ຄົມນິຍົມ ແລະ ອະ​ທິ​ປາຍຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ລັດ​ທິ​ມາກ - ເລ​ນິນ, ວິ​ທີ​ການ​ສຳ​ຜັດ​ກັບ​ປະ​ຫວັດ​ສາດ - ໂລຊິກ ໃນ​ການ​ຕີ​ລາ​ຄາ​ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກາ​ນ​ເມືອງ ແລະ ນະ​ໂຍ​ບາຍ​ສາ​ກົນ ຢູ່​ແຕ່​ລະ​ຈຸດ​ເວ​ລາ​ປະ​ຫວັດ​ສາດ​ລະ​ອຽດ​ຂອງວິ​ວັດ​ການ​ປະ​ຕິ​ວັດ.

ທ່ານ​ນາງ Penton Díaz ເນັ້ນ​ໜັກ​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ໄຈ​້ແຍກ​ບັນ​ດາ​ທ່າ​ອ່ຽງ​ເສດ​ຖະ​ກິດ, ການ​ເມືອງ ແລະ ແນວ​ຄິດ, ສັງ​ເກດ ແລະ ຮັບຮູ້​ທັງ​ຜົນ​ສຳ​ເລັດ ແລະ ບັນ​ດາ​ຈຸດ​ຄົງ​ຄ້າງ​ຂອງວິ​ວັດ​ການ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ດ້ານ​ແນວ​ຄິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຍ້ອນ​ການ​ນຳຊົຍຊັ້ນກຳມະຊີບ V.I. Lenin ໄດ້​ເວົ້າ​ວ່າ: “ຄວາມ​ເຕີບ​ໃຫຍ່​ຂອງ​ພັກ​ການ​ເມືອງ ແມ່ນ​ການຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົນ​ເອງ”.

ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ​ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ, ທ່ານ​ນາງ Penton Díaz ໄດ​້​ເຕື້ອງ​ເຖິງ​ບັນ​ດາ​ແຫຼ່ງ​ຕົ້ນ​ກຳ​ເນີດປະ​ຫວັດ​ສາດ​ຂອງ​ບົດ​ຂ​ຽນ ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ “ການ​ລະຫຼິ້ນ​ບົນ​ດິນ​ແດນ​ ອານ​ນາມ” ຂອງ ວິ​ລະ​ຊົນ​ແຫ່ງ​ຊາດ ແລະ ນັກ​ແນວຄິດ ກູ​ບາ José Mart”; ຄຳ​ເວົ້າ​ອະ​ມະ​ຕະ​ຂອງ ການ​ນຳ​ປະ​ຕິ​ວັດ ກູ​ບາ Fidel Castro “ເພື່ອ​ຫວຽດ​ນາມ, ກູ​ບາ​ພ້ອມ​ແລ້ວ​ທີ່​ຈະ​ອຸ​ທິດ​ສ່ວນ​ທັງ​ເລືອດ​ເນື້ອ​ຂອງ​ຕົນ”, ການ​ຢ້ຽມ​ຢາມ​ຂອງ​ການ​ນຳ ກູ​ບາ Fidel Castro ໄປ​ຍັງ ຫວຽດ​ນາມ ໃນ​ປີ 1972 ແລະ ກ່ອນ​ໜ້າ​ນັ້ນ​ແມ່ນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ພົນ​ເອກ Raúl Castro ໄປ​ຍັງ ຫວຽດ​ນາມ ໃນ​ປີ 1966 - ເຫດ​ການ​ທີ່​ຫາກໍ່ຄົບ​ຮອບ 55 ປີ​ໃນ​ເດືອນ​ຕຸ​ລາ ປີ 2021. ສອງ​ພັກ, ສອງ​ລັດ ແລະ ສອງ​ຊາດ​ໄດ້​ມີ​ການ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ ນັບ​ທັງ​ການ​ຕໍ່​ສູ້ ແລະ ສ້າງ​ສາ​ປະ​ເທດ​ຊາດ, ສ້າງເປັນ​ນ້ຳ​ໃຈຖານ​ອ້າຍ​ນ້ອງ, ນ້ຳ​ໃຈ​ຖານ​ສະ​ຫາຍ ຜ່ານ​ຜ່າບັນດາ​ນິ​ຍາມ​ວັດ​ຖຸ​ປົກ​ກະ​ຕິ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.